ນາຍົກຊີ້ແຈງ ຫຼັງກວດພົບ 1.285 ຄົນ ສໍ້ລາດບັງຫຼວງ ມູນຄ່າເສຍຫາຍ 1,5 ພັນຕື້ກີບ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ

ການສໍ້ລາດບັງຫຼວງ ເປັນບັນຫາທີ່ຖ່ວງດຶງການພັດທະນາເສດຖະກິດ-ສັງຄົມ ແລະເປັນການສ້າງຄວາມເສຍຫາຍຢ່າງໃຫຍ່ຫຼວງແກ່ລັດຖະບານຊຶ່ງໃນໄລຍະຜ່ານມາລັດຖະບານໄດ້ຕິດຕາມກວດ ກາ 1.213 ເປົ້າໝາຍ ແລະເຫັນຄວາມເສຍຫາຍເຖິງ 1.568 ຕື້ກີບ, ສາມາດເກັບກູ້ຄືນມາໄດ້ 170 ຕື້ກວ່າກີບ ພ້ອມທັງພົບເຫັນຜູ້ມີພຶດ ຕິກຳສໍ້ລາດບັງຫຼວງທັງໝົດ 1.285 ຄົນ ໃນນີ້ພະນັກງານລັດ 970 ຄົນ ແລະຜູ້ປະກອບການ 315 ຄົນ ຊຶ່ງໄດ້ຕັດສິນລົງໂທດແລ້ວ 55 ຄົນ.

ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຜ່ານມາ ດຳເນີນໄປໂດຍການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານ ສະພາແຫ່ງຊາດ,ມີບັນດາສະມາຊິກສະພາແຫ່ງຊາດເຂົ້າຮ່ວມ, ໃນໂອກາດດຽວກັນ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີກໍໄດ້ຂຶ້ນຊີ້ແຈງຕື່ມຫຼາຍບັນຫາຕໍ່ສະມາຊິກສະພາແຫ່ງຊາດ ແລະໜຶ່ງໃນນັ້ນແມ່ນບັນຫາການຈັດຕັ້ງປະຕິບັດກ່ຽວກັບການສໍ້ລາດບັງຫຼວງຊຶ່ງໃນໄລຍະຜ່ານມາລັດຖະບານໄດ້ມອບ ໃຫ້ອົງການທີ່ກ່ຽວຂ້ອງເປັນຕົ້ນອົງການກວດກາຂອງລັດຖະບານເປັນໃຈກາງເຮັດໜ້າທີ່ກວດກາຕິດຕາມປະ ກົດການສໍ້ລາດບັງຫຼວງໄດ້ມີການກະທຳຜິດຂອງພະນັກງານຢ່າງຈິງຈັງ ໂດຍໃນໄລຍະຜ່ານມາກໍມີລາຍງານເປັນປະຈຳໃຫ້ແກ່ສູນກາງພັກ, ກົມການເມືອງ, ລັດຖະບານ ແລະລາຍງານໃຫ້ສະພາແຫ່ງຊາດຊຶ່ງໄດ້ມີການກວດເຫັນຫຼາຍອັນ ແລະໄດ້ມີການຈັດຕັ້ງປະຕິບັດມາດຕະ ການຕ່າງໆ.

ຊຶ່ງໃນປີ 2018 ອົງການກວດກາລັດຖະບານໄດ້ດຳເນີນການຕິດຕາມກວດກາທັງໝົດ 1.213 ເປົ້າໝາຍໃນນີ້ກວດກາປົກກະຕິ 408 ເປົ້າໝາຍ, ກວດກາຕາມ ຄຳ ສັ່ງ 129 ເປົ້າໝາຍ, ກວດກາຕາມຜົນຂອງການກວດສອບ 545 ເປົ້າໝາຍ, ກວດກາການລົງທຶນຂອງລັດ 131 ເປົ້າໝາຍ, ພົບເຫັນຜົນເສຍຫາຍທັງໝົດ 999 ຕື້ກີບ, 67 ລ້ານກວ່າໂດລາ ຫຼື ປະມານ 569 ຕື້ກວ່າກີບ, ເກັບກູ້ຄືນມາໄດ້ໃນ ຈຳນວນດັ່ງກ່າວ 26,5 ຕື້ກີບ, 17 ລ້ານໂດລາປະມານ144 ຕື້ກວ່າກີບ ແລະພາກສ່ວນກ່ຽວຂ້ອງກຳລັງສືບຕໍ່ເກັບກູ້.

ຂະນະທີ່ຜ່ານການຕິດຕາມກວດກາພົບເຫັນຜູ້ມີພຶດຕິກຳສໍ້ລາດບັງຫຼວງທັງ ໝົດ 1.285 ຄົນ ໃນນີ້ພະນັກງານຂອງ ລັດມີເຖິງ 970 ຄົນ, ຜູ້ປະກອບການ 315 ຄົນປະຈຸບັນກຳລັງດຳເນີນມາດຕະການຕ່າງໆ ແລະລະບຽບກົດໝາຍຢ່າງ ເຄັ່ງຄັດໂດຍພາກສ່ວນທີ່ກ່ຽວຂ້ອງໄດ້ ດຳເນີນການຕິດຕາມກວດກາບໍ່ໄດ້ນິ້ງ ນອນໃຈເລື່ອງນີ້ເພາະປະຊາຊົນ, ສາກົນ, ສະມາຊິກສະພາ, ພະນັກງານກໍມີ ຄວາມສົນໃຈ ແລະໄດ້ດຳເນີນການຕາມນີ້ພ້ອມທັງຈະດຳເນີນການຕໍ່ໄປອີກ,ໃນເວລາດຽວກັນນັ້ນໄດ້ຖືກລົງວິໄນທາງດ້ານບໍລິຫານແລ້ວ 849 ຄົນ, ດຳເນີນການສືບສວນ-ສອບສວນ 153 ຄົນ, ສະຫຼຸບສຳນວນຄະດີໃຫ້ໄອຍະການແລ້ວ133 ຄົນ, ຕັດສິນລົງໂທດແລ້ວ 55 ຄົນ ແລະຈະສືບຕໍ່ໆໄປ.

ທ່ານນາຍົກກ່າວຕື່ມວ່າ: ການຕັດສິນ ລົງໂທດ, ການນຳຂຶ້ນສານ, ການດຳເນີນວິໄນຕໍ່ພະນັກງານທີ່ເຮັດຜິດບໍ່ແມ່ນຄວາມປາຖະໜາຂອງການນຳ, ຂອງສູນກາງພັກ, ຂອງກົມການເມືອງ, ຂອງລັດຖະບານ,ຂອງສະພາແຫ່ງ ຊາດແຕ່ຢ່າງໃດ ແຕ່ມັນມີຄວາມຈຳເປັນຕ້ອງໄດ້ແກ້ໄຂເພື່ອບໍ່ໃຫ້ມັນບານປາຍ, ບໍ່ລາມໄປສູ່ອັນອື່ນ, ຂະແໜງການຕົ້ນຕໍທີ່ຮັບຜິດຊອບ, ທີ່ຄຸ້ມຄອງລະບົບຍຸຕິທຳຂອງປະເທດເຮົາຕ້ອງເປັນແບບຢ່າງ, ຕ້ອງເຮັດຂາດທີ່ຜ່ານມາມີອັນດີຫຼາຍ ແຕ່ວ່າອັນອ່ອນກໍມີເຮົາຕ້ອງໄດ້ແກ້ໄຂນຳກັນ.

ແຫຼ່ງຂໍ້ມູນ: ໜັງສືພີມເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...