Monday, June 23, 2025
Kbank Laos โอน รับ จ่าย

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີບອກ! ຫຼາຍຕົວຊີ້ວັດດ້ານເສດຖະກິດຍັງບໍ່ມີຄວາມຄືບໜ້າ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ

ການປັບປຸງຄວາມຍາກງ່າຍການດຳເນີນທຸລະກິດຂອງລັດຖະບານໄລຍະ 1 ປີຜ່ານມາ ໂດຍມີ 10 ຕົວຊີ້ວັດທີ່ແຕ່ລະກະຊວງກໍາລັງມີກໍາລັງປັບປຸງເພື່ອອໍານວຍຄວາມສະດວກໃຫ້ແກ່ການລົງທຶນທັງພາຍໃນ ແລະ ຕ່າງປະ ເທດ ຕາມການລາຍງານຂອງລັດຖະບານໃນ 4 ເດືອນຕົ້ນປີແລກຂອງປີ 2019 ການລົງທຶນພາກເອກະຊົນເພີ່ມຂຶ້ນຢ່າງຊັດເຈນຈາກຕົວເລກທີ່ສະພາແຫ່ງຊາດຮັບຮອງ  ແຕ່ກໍຍັງມີຫຼາຍຕົວຊີ້ວັດທີ່ນອນໃນຂົງເຂດເສດຖະກິດທີ່ຍັງມີຄວາມທ້າທາຍຕໍ່ແຜນປະຕິບັດ.

World Bank, Trade Development

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ລາຍງານໃນກອງປະຊຸມສະໄໝ ສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ໂດຍລະບຸວ່າ:

ໄລຍະ 4 ເດືອນທຳອິດຂອງປີ 2019 ເສດຖະກິດລາວຢູ່ໃນແນວໂນ້ມຂະຫຍາຍຕົວໃນລະດັບດີພໍສົມຄວນຖ້າທຽບໃສ່ເສດຖະກິດໂລກໃນປັດຈຸບັນ ເຊິ່ງໃນນີ້ນະໂຍບາຍສຳຄັນທີ່ລັດຖະບານກຳລັງມີການປັບປຸງເພື່ອຊ່ວຍຂັບເຄື່ອນເສດຖະກິດໃຫ້ກ້າວໄປຂ້າງໜ້າ ໂດຍເລີ່ມຈາກຂະແໜງການທີ່ກ່ຽວຂ້ອງຈະຕ້ອງໄດ້ເອົາໃຈໃສ່ປັບປຸງແກ້ໄຂບັນຫາທີ່ກ່ຽວພັນກັບຂະແໜງຂອງຕົນ.

ມາເຖິງປັດຈຸບັນຕີລາຄາໄດ້ວ່າໃນ 10 ຕົວຊີ້ວັດສ່ວນໃຫຍ່ແມ່ນມີຄວາມຄືບໜ້າດີແຕ່ຕົວຊີ້ວັດການຂຶ້ນທະບຽນຊັບສິນ, ຕົວຊີ້ວັດການຂຶ້ນເຂົ້າເຖິງສິນເຊື່ອ, ຕົວຊີ້ວັດການຊຳລະອາກອນ, ຕົວຊີ້ວັດການບັງຄັບໃຊ້ສັນຍາ ແລະ ຕົວຊີ້ວັດການແກ້ໄຂການລົ້ມລະລາຍຍັງບໍ່ທັນມີຄວາມຄືບໜ້າດີເທົ່າທີ່ຄວນ ອິງຕາມການຄາດ ຄະເນຂອງລັດຖະບານ, ການຈັດອັນດັບຄວາມຍາກງ່າຍໃນການດຳເນີນທຸລະກິດຢູ່ລາວ ນັບແຕ່ປີ 2019-2020 ອາດຈະບໍ່ປ່ຽນແປງຫຼາຍ ແຕ່ອາດຈະດີຂຶ້ນໃນປີ 2021.

ສຳລັບພາກການລົງທຶນຂອງເອກະຊົນທັງພາຍໃນ ແລະ ຕ່າງປະເທດ ຢູ່ຂັ້ນສູນກາງ ແລະ ທ້ອງ ຖິ່ນກຳລັງດຳເນີນໄປຢ່າງຕັ້ງໜ້າ ແລະ ສາມາດບັນລຸໄດ້ ຈຳນວນ 1.266 ໂຄງການ ດ້ວຍທຶນຈົດທະ ບຽນ 4,7 ລ້ານກວ່າໂດລາສະຫະລັດ ຫຼື ເກືອບ 40 ຕື້ກວ່າກີບ (ມະຕິສະພາ 23 ຕື້ກວ່າກີບ), ສໍາລັບການນຳເຂົ້າທຶນຕົວຈິງຜ່ານລະບົບທະ ນາຄານ, ນຳເຂົ້າເປັນວັດຖຸອຸປະກອນ ແລະ ພາຫະນະຮັບໃຊ້ທາງກົງມີມູນຄ່າ 1,09 ລ້ານໂດລາສະຫະລັດ ຫຼື ປະມານ 8,7 ຕື້ກວ່າກີບເທົ່າກັບ 37,8% ຂອງແຜນການປີ.

More from author

Related posts

Latest posts

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.

4 ພະຍາດຮ້າຍ ທີ່ມັກມາກັບລະດູຝົນ.

ລະດູຝົນເປັນຊ່ວງເວລາທີ່ທຸກຄົນລໍຖ້າ ເພາະຝົນຈະມາຊ່ວຍບັນເທົາຄວາມຮ້ອນ, ເຮັດໃຫ້ອາກາດເຢັນສະບາຍ ພ້ອມທັງເປັນສັນຍານເຕືອນໃຫ້ເຂົ້າສູ່ລະດູການເຮັດນາ, ທຳການຜະລິດຕ່າງໆ... ແຕ່ໃນຂະນະດຽວກັນ, ລະດູຝົນກໍເປັນໄລຍະທີ່ເຊື້ອພະຍາດຕ່າງໆ ແຜ່ລະບາດໄດ້ງ່າຍທີ່ສຸດ ແລະ ເປັນອັນຕະລາຍຕໍ່ສຸຂະພາບຂອງພວກເຮົາ.