Friday, March 21, 2025

ຜູ້ນຳເຂົ້າສິນຄ້ານ້ຳມັນເຊື້ອໄຟ-ອາຍແກັສ ຕ້ອງມີລະບົບສາງສິນຄ້າ

ເພື່ອ​ເຮັດ​ໃຫ້­ການ​ຄຸ້ມ​ຄອງ​ການ​ຕິດ­ຕາມ ແລະ ການ​ກວດ­ກາ​ສາງ​ສິນ­ຄ້າ ນ້ຳ­ມັນ​ເຊື້ອ​ໄຟ ແລະ ອາຍ​ແກັສ ຖືກ ຕ້ອງ​ຕາມ​ລະ­ບຽບ​ກົດ­ໝາຍ ແລະ ເປັນ​ເງື່ອນ­ໄຂ​ອຳ­ນວຍ​ໃນ​ການ​ດຳ­ເນີນ​ທຸ­ລະ​ກິດ ການ​ເກັບ​ພັນ­ທະ​ພາ­ສີ​ອາ­ກອນ​ຕ່າງໆ ກົມ​ສ່ວຍ​ສາ​ອາ­ກອນ ກະ­ຊວງ​ການ​ເງິນ ໄດ້​ຈັດ​ກອງ​ປະ­ຊຸມ​ເຜີຍ­ແຜ່​ແຈ້ງ​ການ ການ​ຄຸ້ມ​ຄອງ​ສາງ​ສິນ­ຄ້າ ນ້ຳ­ມັນ​ເຊື້ອ​ໄຟ ແລະ ອາຍ​ແກັສ ຂຶ້ນ​ຢູ່​ກົມ​ດັ່ງ­ກ່າວ ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ ບຸນ​ໂຈມ ອຸ­ບົນ​ປະ­ເສີດ ຮອງ​ລັດ ຖະ­ມົນ­ຕີ​ກະ­ຊວງ​ການ​ເງິນ ມີ 26 ບໍ­ລິ­ສັດ​ນ້ຳ­ມັນ​ເຊື້ອ​ໄຟ 79 ບໍ­ລິ­ສັດ​ຂາ​ເຂົ້າ-ຂາ​ອອກ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ທ່ານ ພູ​ທະ­ນູ​ເພັດ ໄຊ​ສົມ­ບັດ ຫົວ­ໜ້າ​ກົມ​ສ່ວຍ​ສາ​ອາ­ກອນ ກ່າວ​ວ່າ:

ຫົວ­ໜ່ວຍ​ທຸ­ລະ​ກິດ​ທີ່​ດຳ­ເນີນ​ທຸ­ລະ​ກິດ​ຂາ​ອອກ-ຂາ​ເຂົ້າ​ຢູ່​ໃນ​ປະ­ເທດ ທີ່​ນຳ​ເຂົ້າ​ສິນ­ຄ້າ ນ້ຳ­ມັນ​ເຊື້ອ​ໄຟ ແລະ ອາຍ​ແກັສ ເພື່ອ​ຈຳ­ໜ່າຍ​ຂາຍ­ຍົກ-ຂາຍ­ຍ່ອຍ ລວມ​ທັງ​ຫົວ­ໜ່ວຍ​ທຸ­ລະ​ກິດ​ທີ່​ດຳ­ເນີນ​ການ​ຜະ­ລິດ​ປຸງ​ແຕ່ງ​ຕ່າງໆ ຕ້ອງ​ໄດ້​ມີ​ລະ­ບົບ​ສາງ​ສິນ­ຄ້າ​ເປັນ​ຂອງ​ຕົນ​ເອງ ຕ້ອງ​ໄດ້​ກວດ​ນັບ​ສິນ­ຄ້າ​ຢູ່​ໃນ​ສາງ​ຢ່າງ​ເປັນ​ປົກ­ກະ­ຕິ ແລະ ຕ້ອງ​ໄດ້​ຖື​ບັນ­ຊີ​ສາງ​ດ້ວຍ​ລະ­ບົບ​ບັນ­ທຶກ​ດ້ວຍ​ມື ຫຼື ລະ­ບົບ​ອີ​ເລັກ​ໂຕຣ​ນິກ ທີ່​ສາ­ມາດ​ກວດ​ສອບ​ໄດ້​ທຸກ​ເວ­ລາ.

ໃນ​ນີ້ ສິນ­ຄ້າ​ນ້ຳ­ມັນ​ເຊື້ອ​ໄຟ ແລະ ອາຍ​ແກັສ ເວ­ລາ​ນຳ​ອອກ​ຈາກ​ດ່ານ​ພາ­ສີ ຫຼື ສາງ​ບ່ອນ​ນຳ​ເຂົ້າ ຕ້ອງ​ມີ​ໃບ​ແຈ້ງ​ພາ­ສີ​ເປັນ​ລາຍ​ລະ­ອຽດ ມີ​ເອ­ກະ­ສານ​ກ່ຽວ­ຂ້ອງ​ຄັດ​ຕິດ ແລະ ຜ່ານ​ການ​ກວດ­ກາ​ຂອງ​ເຈົ້າ​ໜ້າ­ທີ່​ພາ­ສີ ກ່ອນ​ຈະ​ນຳ​ອອກ​ຈາກ​ດ່ານ​ພາ­ສີ ດ້ວຍ​ຫຼາຍ​ຮູບ​ແບບ​ຕາມ​ທີ່​ໄດ້​ກຳ­ນົດ​ໃນ​ກົດ­ໝາຍ​ວ່າ​ດ້ວຍ​ພາ­ສີ ເຖິງ​ວ່າ​ສິນ­ຄ້າ​ດັ່ງ­ກ່າວ​ຈະ​ຖືກ​ຍົກ­ເວັ້ນ ຫຼື ງົດ​ເກັບ​ພາ­ສີ​ກໍ​ຕາມ ການ​ເຄື່ອນ​ຍ້າຍ​ສິນ­ຄ້າ ນ້ຳ­ມັນ​ເຊື້ອ​ໄຟ ແລະ ອາຍ​ແກັສ​ທຸກ​ຄັ້ງ ຕ້ອງ​ໄດ້​ລະ­ບຸ​ເປົ້າ​ໝາຍ​ສາງ​ສິນ­ຄ້າ​ທີ່​ຈະ​ເປັນ​ບ່ອນ​ລົງ​ຢ່າງ​ຈະ­ແຈ້ງ ໂດຍ​ມີ​ເອ­ກະ­ສານ​ເຄື່ອນ​ຍ້າຍ.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່