Saturday, April 26, 2025
Kbank Laos โอน รับ จ่าย

ສ ເກົາຫຼີ ປະກອບສ່ວນພັດທະນາດ້ານການແພດແກ່ ສປປ.ລາວ

ພາບປະກອບ

ມູນ​ນິ­ທິ​ສາ­ທາ­ລະ­ນະ​ສຸກ​ສາ­ກົນ ສ ເກົາ­ຫຼີ (KOFIH) ຈັດ​ງານ​ພົບ​ປະ​ສ້າງ­ສັນ​ກັບ​ບັນ­ດາ​ສຳ​ມະ​ນາ​ກອນ​ລາວ ທີ່​ສຳ­ເລັດ​ການ​ເຝິກ­ອົບ­ຮົມ​ຢູ່ ສ ເກົາ­ຫຼີ ຫົວ­ຂໍ້ “ການ​ພົບ​ປະ​ສ້າງ­ສັນ​ໂກ​ຟີ​ລາວ (KOFIH Global Alumni)” ຂຶ້ນ​ຢູ່​ໂຮງ­ແຮມ​ຄຣາວ​ພຣາ​ຊາ ໂດຍ​ມີ​ທ່ານ ບຸນ​ກອງ ສີ​ຫາ​ວົງ ລັດ­ຖະ­ມົນ­ຕີ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ທ່ານ ເຈ​ວອນ​ອິ່ນ ເລ­ຂາ­ທິ­ການ​ອົງ ການ KOFIH ພ້ອມ​ດ້ວຍ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສ ເກົາ­ຫຼີ ປະ­ຈຳ ສປປ ລາວ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ໂຄງ­ການ Lee Jong-wook fellowship ເປັນ​ອົງ­ການ​ທຳ​ອິດ​ຂອງ ສ ເກົາ­ຫຼີ ທີ່​ໄດ້​ປະ­ກອບ­ສ່ວນ​ໃນ​ອົງ​ການ­ຈັດ­ຕັ້ງ​ສາ­ກົນ ເຊິ່ງ​ສ້າງ­ຕັ້ງ​ຂຶ້ນ​ໂດຍ​ທ່ານ Lee Jong-wook ອະ­ດີດ​ປະ­ທານ​ອົງ­ການ​ອະ­ນາ­ໄມ​ໂລກ ໂດຍ​ເນັ້ນ​ໃສ່​ການ​ສ້າງ​ບຸ​ຄະ­ລາ​ກອນ​ດ້ານ​ການ​ແພດ​ແກ່​ປະ­ເທດ​ຕ່າງໆ ເຝິກ­ອົບ­ຮົມ​ບຸ​ຄະ­ລາ​ກອນ​ສຳ­ລັບ​ບັນ­ດາ​ປະ­ເທດ​ທີ່​ກຳ­ລັງ​ພັດ­ທະ­ນາ​ທົ່ວ​ໂລກ.

ພາບປະກອບ

ທີ່​ຈັດ​ຂຶ້ນ​ໂດຍ KOFIH ກໍ​ແມ່ນ​ພາກ­ສ່ວນ​ໜຶ່ງ​ຂອງ​ໂຄງ­ການ Lee Jong-wook KOFIH ໄດ້​ເລີ່ມ​ດຳ­ເນີນ​ໂຄງ­ການ​ນີ້​ແຕ່​ປີ 2007 ເປັນ­ຕົ້ນ​ມາ ຮອດ​ປີ 2018 ໄດ້​ຊ່ວຍ­ເຫຼືອ​ສ້າງ​ບຸ​ຄະ­ລາ​ກອນ​ດ້ານ​ການ​ແພດ ໂດຍ​ການ​ເຊີນ​ເອົາ​ແພດ​ໝໍ ພະ­ຍາ­ບານ ຜູ້​ບໍ­ລິ­ຫານ​ວຽກ​ງານ​ສາ­ທາ­ລະ­ນະ​ສຸກ ວິ­ສະ­ວະ­ກອນ​ດ້ານ​ແພດ­ສາດ 840 ຄົນ ຈາກ 29 ປະ­ເທດ​ທົ່ວ​ໂລກ ມາ​ເຝິກ­ອົບ­ຮົມ​ໄລ­ຍະ 2-12 ເດືອນ ຢູ່ ສ ເກົາ­ຫຼີ ເພື່ອ​ຍົກ​ລະ­ດັບ​ຄວາມ​ຮູ້​ໃຫ້​ສູງ​ຂຶ້ນ.

ມາ​ຮອດ​ປີ 2018 ມີ​ສຳ​ມະ​ນາ​ກອນ​ລາວ ທີ່​ສຳ­ເລັດ​ຫຼັກ­ສູດ​ການ​ອົບ­ຮົມ 188 ຄົນ ໃນ​ນີ້ ຜູ້​ສຳ­ເລັດ​ຫຼັກ­ສູດ​ການ​ເບິ່ງ­ແຍງ​ຄົນ​ເຈັບ 116 ຄົນ ຫຼັກ­ສູດ​ນະ­ໂຍ­ບາຍ​ດ້ານ​ສຸ­ຂະ­ພາບ 11 ຄົນ ຫຼັກ­ສູດ​ຄົ້ນ­ຄວ້າ​ພະ­ຍາດ 6 ຄົນ ຫຼັກ­ສູດ​ວິ­ສະ­ວະ­ກອນ​ການ​ແພດ 22 ຄົນ ເປັນ​ປະ­ເທດ​ທີ່​ໄດ້​ຮັບ​ການ​ຊ່ວຍ­ເຫຼືອ​ຫຼາຍ​ກວ່າ​ໝູ່​ໃນ 10 ປະ­ເທດ ທີ່​ໄດ້​ຮັບ​ການ​ຊ່ວຍ­ເຫຼືອ​ຈາກ ສ ເກົາ­ຫຼີ.

ພາບປະກອບ

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາ “ພຣະກິ່ວ” ແຫ່ງນະຄອນຫຼວງພະບາງ

"ພຣະກິວ" ຕາມປະຫວັດຄວາມເປັນມາ ໄດ້ມາຈາກ ລຳນ້ຳກິວ ທີ່ຫລວງນ້ຳທາ ຊົນເຜົ່າລາວເທິງໄດ້ໄປຂຸດມັນ ຢູ່ນ້ຳກິວ ຫລວງນ້ຳທາ ໄດ້ເອົາສຽມໄປຂຸດ ແລະ ໄປທັ່ງໃສ່ແທ່ນພຼະ ແລະ ໄດ້ພົບເຫັນພຼະ ຫລັງຈາກນັ້ນໄດ້ຫາເອົາຜ້າຫໍ່ໄວ້.

ພຣະເຈົ້າແສນແຊ່!ພຣະພຸດທະຮູບອົງສັກສິດຂອງແຂວງບໍ່ແກ້ວ

ພຣະເຈົ້າແສນແຊ່ ທີ່ປະດິດສະຖານໄວ້ທີ່ ວັດສີບຸນເຮືອງ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ເ້ປັນອີກໜຶ່ງພຣະພຸດທຸຮູບອົງສັກສິດ ທີ່ປະຊາຊົນຊາວແຂວງບໍ່ແແກ້ວໃຫ້ຄວາມເຄົາລົບນັບຖື.

ວັດວິຊຸນນະຣາດ (ພຣະທາດໝາກໂມ) ນະຄອນຫຼວງພຣະບາງ

#ວັດວິຊຸນ ເປັນວັດທີ່ເກົ່າແກ່ໃນຫຼວງພະບາງ ສ້າງຕັ້ງຂຶ້ນໃນປີ 1512 ໃນສະໄໝຂອງ ເຈົ້າຊີວິດວິຊຸນນະລາດ (1501-1520) ໂຄງຫຼັງຄາມີສອງຊັ້ນ, ເປັນຊົງສິລະປະແບບຊາວພວນ, ມີ 12 ເສົາ, ລວງສູງ 30 ແມັດ. ໃນຂອບເຂດວັດວິຊຸນມີສະຖາປັດຕິຍະກໍາທີ່ລະອຽດອ່ອນທີ່ຊົງຄຸນຄ່າ ແລະ ງົດງາມ.