Saturday, November 15, 2025
Kbank Laos โอน รับ จ่าย

ປະຫວັດຂອງ “ຫໍຄໍາ” ພະລາດຊະວັງເກົ່າຂອງລາວ ແບບສິລະປະ ຝຣັ່ງ

ຫໍຄຳ ຫຼື ສຳນັກງານ​ປະທານ​ປະ​ເທດ ຕັ້ງສະຫງ່າ ​ແລະ​ໂດດ​ເດັ່ນ​ຢູ່​ປາຍ​ສຸດ​ຂອງ​ຖະ​ໜົນລ້ານ​ຊ້າງ ​ເຊິ່ງຕັດ​ກັບ​ຖະ​ໜົນ​ເສດ​ຖາ​ທິລາດ. ສະຖານ​ທີ່​ນີ້ຖືກ​ສ້າງ​ຂຶ້ນມາ​ສຳລັບ​ລັດຖະບານ​ຂອງ​ພວກ​ລ່າ​ເມືອງ​ຂຶ້ນ​ຝຣັ່ງ ​ແລະ ຕໍ່​ມາ​ກໍ​ໄດ້​ຖືກ​ນຳ​ມາ​ໃຊ້ພະຣາຊະ​ວັງ​ ຫລັງ​ທີ 2 ຂອງ​ ພະ​ເຈົ້າສີສະ​ຫວ່າງ​ວົງ (ພະຣາຊະ​ວັງ​ ຫລັງ​ທີ 1 ຢູ່​ທີ່ ​ແຂວງ ຫລວງ​ພະ​ບາງ).

ຫໍຄໍາທີ່ເຮົາເຫັນຢູ່ທຸກມື້ນີ້ ຕາມພົງສາວະດານລາວ ແມ່ນຈຸດຕັ້ງຂອງພະລາດຊະວັງລ້ານຊ້າງວຽງຈັນ ເຊິ່ງສ້າງຂຶ້ນປີໃດກັນແທ້ນັ້ນ ຜູ້ຂຽນຂາດຂໍ້ມູນ ແຕ່ສັນນິຖານໄດ້ວ່າ ສະໄຫມພະເຈົ້າໄຊເຊດຖາທິລາດ. ພະລາດຊະວັງດັ່ງກ່າວສ້າງຂຶ້ນດ້ວຍສິລະປະທີ່ປານິດຈົບງາມ ປະດັບເອ້ດ້ວຍຍອດຄໍາແທ້ໆທີ່ມີຄ່າສູງຢ່າງມະຫາສານ.

ແຕ່ມໍລະດົກດັ່ງກ່າວ ຖືກສັກດີນາສະຫຍາມ ຈູດເຜົາທໍາລາຍໄປພ້ອມໆ ກັບເມືອງວຽງຈັນໃນປີ ຄ.ສ. 1828. ຫລັງຈາກນັ້ນກໍ່ກາຍເປັນພະລາດຊະວັງຮ້າງທີ່ເຫລືອແຕ່ກ້ອນຫິນ, ຂອນໄມ້ ກັບເທົ່າຖ່ານ ເປັນເວລາ ເກືອບ 65 ປີຈຶ່ງມີການຟື້ນຟູຄືນໃຫມ່ໃນສະໄຫມ ຝຣັ່ງເຂົ້າມາປົກຄອງລາວ.

ຝຣັ່ງຈຶ່ງສ້າງສໍານັກງານຂ້າຫລວງໃຫຍ່ ໃສ່ສະຖານທີ່ເດີມຂອງພະລາດຊະວັງດັ່ງກ່າວ. ຕໍ່ມາລັດຖະບານລາວໄດ້ຮື້ຕຶກຂ້າ ຫລວງນັ້ນອອກແລ້ວສ້າງຫໍຄໍາ ຫລັງທີ່ເຫັນໃນຮູບ ທໍາອິດນີ້ຂຶ້ນແທນໃນປີ 1974 ເພື່ອເປັນບ່ອນປະ ທັບຂອງເຈົ້າຊີວິດ, ໂດຍສ້າງຂຶ້ນຕາມ ແບບເຮືອນຝຣັ່ງທີ່ນະຄອນ ຕລີອານົງ ເຊິ່ງເຈົ້າຊີວິດເຄີຍໄປປະທັບໃນເມື່ອກ່ອນ. 

ຕໍ່ມາຫລັງຈາກ ປີ1975 ສະຖານທີ່ແຫ່ງນີ້ໄດ້ຖືກໃຊ້ເປັນ ສໍານັກງານປະທານປະເທດ ແລະຕໍ່ມາໃນປີ 1993 ໄດ້ມີການດັດແປງດ້ານຫນ້າຂອງອາຄານ ເພື່ອໃສ່ຕົວຫນັງສືລາວ ວ່າ “ຫໍຄໍາ“  ແລະຕໍ່ມາໃນປີ 2012 ເພື່ອຫວນຄືນເຖິງຄວາມສີວິໄລ ຂອງນະຄອນຫລວງວຽງຈັນປາງອາດີດ ແລະ ເພື່ອຮັກສາສິລະປະຊົງຫໍປາງ ຂອງກະ ສັດລາວ ທາງລັດຖະບານລາວ ຈຶ່ງມີການປັບປຸງຫລັງຄາໃຫ້ມີຈອມແຫລມ 5 ຈອມ, ມີຈອມໃຫຍ່ຢູ່ກາງ ທີ່ເປັນຍອດຈອມຄໍາແທ້ໆ 999.9 ນໍ້າຫນັກປະມານ 5 ກິໂລກຣາມ. ແລະ ຍອດຈອມ ນ້ອຍ 4 ຍອດ ປະກອບດ້ວຍທອງສໍາລິດ.

ການປັບປຸງຫລືສ້າງຫໍຄໍາໃຫມ່, ບໍ່ວ່າສະໄຫມໃດ ເລີ່ມຕົ້ນຝຣັ່ງປົກຄອງມາ ຈະສັງເກດເຫັນວ່າ ບໍ່ມີການຍຶດຖື ເອົາເອກະລັກເປັນຈຸດຢືນ. ສ້າງຂຶ້ນຕາມລົດນິຍົມ ຝຣັ່ງໂດຍບໍ່ຄໍານຶງເຖິງຄວາມເປັນເອກະລາດຂອງຕົນເອງ.

ແຕ່ມາໃນປັດຈຸບັນນີ້, ເພິ່ນໄດ້ເພີ່ມເຕີມບາງສ່ວນ ທີ່ສະແດງໃຫ້ເຫັນເຖິງ ເອກະລັກ ແລະສະຖາປັດຕະຍະກຳແບບລາວໆແລ້ວ.

ປັດຈຸບັນ, ສະຖານ​ທີ່​ດັ່ງກ່າວ​ຖືກ​ໃຊ້​ເປັນ​ບ່ອນ​ຮັບ​ແຂກ ​ແລະ ​ເປັນ​ບ່ອນ​ເຮັດ​ວຽກຂອງ​ປະທານ​ປະ​ເທດ​​ແຫ່ງ ສປ ປ ລາວ. ຫໍຄຳ​ເປັນ​ສະຖານ​ປັດຕະຍະ​ກຳໜຶ່ງທີ່​ອອກ​ແບບ​ດ້ວຍ​ການ​ປະສົມ​ປະສານ​ສິລະ​ປະ​ແບບ​ຟຣັ່ງ ​ແລະ ​ແບບ​ລາວ ຈຶ່ງ​ເຮັດ​ໃຫ້​ສະຖານ​ທີ່​ນີ້ມີ​ຄວາມ​ສວຍ​ງາມ, ສະດຸດ​ຕາ ​ແລະ ​ເປັນ​ເອກະລັກ​ສະ​ເພາະ​ອັນ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ຜູ້​ຄົນ​ທີ່​ໄດ້​ພົບ​ເຫັນ. ​

ເຖິງ​ວ່າ​ຫໍຄຳ​ຈະ​ບໍ່​ໄດ້​ເປີດ​ໃຫ້​ບັນດາ​ນັກ​​ທ່ອງ​ທ່ຽວ​ເຂົ້າທ່ຽວຊົມ​ ຄື​ກັນ​ກັບ​ສະຖານ​ທີ່​ທ່ອງ​ທ່ຽວອື່ນ​ກໍ່ຕາມ, ແຕ່​ບັນດາ​ທ່ານ​ສາມາດ​ໄປ​ແວ່​ຊົມ​ຄວາມ​ສວຍ​ງາມ ຫລື ຖ່າຍຮູບ​ຢູ່​ບໍລິ​ເວນ​ດ້ານ​ນອກ​ຂອງ​ຫໍຄຳ​ໄດ້.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.