Friday, November 14, 2025
Kbank Laos โอน รับ จ่าย

ຄສສ ຈັດງານແຂ່ງຂັນ ສິລະປະ-ວັນນະຄະດີ ປະຈຳສົກສຶກສາ 2018-2019

ຄະນະສຶກສາສາດ ມຊ. ໄດ້ຈັດງານແຂ່ງຂັນສິລະປະ-ວັນນະຄະດີ ຂຶ້ນທີ່ສະໂມສອນໃຫຍ່ ມຊ. ໂດຍການເປັນປະ ທານຂອງທ່ານ ປທ. ວິຊຽນ ທອງທະວີຮອງຄະນະບໍດີ ຄສສ, ມີບັນດາທ່ານຫົວໜ້າພາກວິຊາ, ຫົວໜ້າພະ ແນກ, ຕາງໜ້າພະແນກກິດຈະກຳນັກສຶກສາແຕ່ລະຄະນະວິຊາ,ບັນດາພະນັກງານ-ຄູອາຈານ ແລະນັກສຶກສາຄະນະດັ່ງກ່າວເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດນີ້, ທ່ານ ອຈ. ວິຊຽນ ທອງທະວີ ຮອງຄະນະບໍດີ ຄະນະສຶກສາສາດ ໄດ້ຂຶ້ນກ່າວເປີດພິທີ, ເຊິ່ງທ່ານໄດ້ໃຫ້ຮູ້ວ່າ:

ຈຸດປະສົງໃນການຈັດງານນີ້ ແມ່ນເພື່ອປະຕິບັດຕາມ 5 ຫຼັກມູນການສຶກສາ ຂອງກະຊວງສຶກສາທິການ ແລະກີລາ ເຊິ່ງໃນນັ້ນ, ສິລະປະສຶກສາ ກໍແມ່ນຫຼັກມູນໜຶ່ງທີ່ຊ່ວຍເສີມສ້າງກິດຈະກຳນອກຫຼັກສູດໃຫ້ມີຊີວິດຊີວາ ແລະເບີກບານມ່ວນຊື່ນ, ເພື່ອເປັນການສົ່ງເສີມລຳວົງລາວເຂົ້າໃນໝູ່ນັກສຶກສາ.

ເພື່ອເຝິກທັກສະໃຫ້ນັກສຶກສາກ້າສະແດງອອກຕໍ່ໜ້າມະຫາຊົນ ແລະສັງຄົມ, ເພື່ອເປັນການເຜີຍແຜ່ ແລະອະນຸລັກຮັກສາ ວັດທະນະທໍາ-ຮີດຄອງປະເພນີລາວໃຫ້ຄຽງຄູ່ກັບຄົນລາວເວົ້າລວມເວົ້າສະເພາະກໍແມ່ນນັກສຶກສາຄູ.

ການແຂ່ງຂັນສິລະປະ-ວັນນະຄະດີ ທີ່ຄະນະສຶກສາສາດຈັດຂຶ້ນໃນຄັ້ງນີ້, ມີ  6 ພາກວິຊາເຂົ້າຮ່ວມການແຂ່ງຂັນຄື:

ພາກວິຊາສ້າງຄູວິທະຍາສາດສັງຄົມ, ພາກວິຊາສ້າງຄູຈິດຕະວິທະຍາການສຶກສາ, ພາກວິຊາສ້າງຄູພາສາຕ່າງປະ ເທດ, ພາກວິຊາສ້າງຄູພາສາລາວ-ວັນນະຄະດີ, ພາກວິຊາສ້າງຄູ ວິທະຍາສາດທຳມະຊາດ ແລະພາກວິຊາສ້າງຄູບໍລິຫານການສຶກສາ ແລະ ມີ 5 ປະເພດການແຂ່ງຂັນຄື:

ປະເພດຮ້ອງເພງຍິງ, ປະເພດຮ້ອງເພງຊາຍ, ປະເພດຂັບ-ລຳຍິງ, ປະເພດຂັບ-ລຳຊາຍ ແລະປະເພດບົດຟ້ອນ.   

ຜົນການແຂ່ງຂັນປະເພດຮ້ອງເພງຍິງ ຊະນະເລີດໄດ້ແກ່ ມາຍມິ້ນ ອິນທະວົງ ຈາກພາກວິຊາຄູວິທະຍາສາດທະມະຊາດ, ອັນດັບ 2 ໄດ້ແກ່ ນ. ຊາຍວ້າ ຈາກພາກວິຊາສ້າງຄູພາສາຕ່າງປະເທດ ແລະອັນດັບ 3 ໄດ້ແກ່ ນ.ຄຳມະນີ ພົທມະຈັນ ຈາກພາກວິຊາສ້າງຄູພາສາລາວ-ວັນນະຄະດີ.

ປະເພດຮ້ອງເພງຊາຍ ຊະນະເລີດໄດ້ແກ່ ທ. ໂຊກໄຊ ມາລາກຸນ ຈາກພາກວິຊາສ້າງຄູວິທະນາສາດສັງຄົມ. ອັນ ດັບ 2 ໄດ້ແກ່ ທ. ສີເມືອງ ສີສົມໄຊ ຈາກພາກວິຊາສ້າງຄູພາສາລາວ-ວັນນະຄະດີ ແລະອັນດັບ 3 ໄດ້ແກ່ ທ. ໂຊກໄຊ ຫຼວງສົມພັນ ຈາກພາກວິຊາສ້າງຄູພາສາຕ່າງປະເທດ; ປະເພດຂັບ-ລຳຍິງ ຊະນະເລີດ ໄດ້ແກ່ ນ.ດວງມາລາ ທອງສະຫວັນ ຈາກພາກວິຊາສ້າງຄູ ພາສາລາວ-ວັນນະຄະດີ, ອັນດັບ 2 ໄດ້ແກ່ ນ. ຈັນສະໄໝ ຈັນຕານ ຈາກພາກວິຊາສ້າງຄູວິທະຍາສາດສັງຄົມ ແລະອັນດັບ 3 ໄດ້ແກ່ ນ. ບອຍ ພົມມະລາດ ຈາກພາກວິຊາຄູວິທະຍາສາດທຳມະຊາດ.

ປະເພດຂັບ-ລຳຊາຍ ຊະນະເລີດ ໄດ້ແກ່ ທ. ສຸດທິພົງ ພົມບັນຊາ ຈາກພາກວິຊາສ້າງຄູວິທະຍາສາດສັງຄົມ, ອັນ ດັບ 2 ໄດ້ແກ່ ທ. ແຫຼ້ ແກ້ວບຸນທັນ ຈາກພາກວິຊາສ້າງຄູ ວິທະຍາສາດທຳມະຊາດ ແລະອັນດັບ 3 ໄດ້ແກ່ ທ. ຄຳແດງ ສີຫາລາດ ຈາກພາກວິຊາສ້າງຄູ ພາສາຕ່າງປະເທດ. ສວ່ນປະເພດບົດຟ້ອນ ຊະນະເລີດໄດ້ແກ່ ພາກວິຊາສ້າງຄູ ວິທະຍາສາດທຳມະຊາດ, ອັນດັບ 2 ໄດ້ແກ່ພາກວິຊາສ້າງຄູ ພາສາລາວ-ວັນນະຄະດີ ແລະອັນດັບ 3 ໄດ້ແກ່ ພາກວິຊາສ້າງຄູ ພາສາຕ່າງປະເທດ.

ແຫຼ່ງຂໍ້ມູນ: National University of Laos
InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.