Thursday, May 15, 2025
Kbank Laos โอน รับ จ่าย

ໜ້າຕົກໃຈ! ແຂວງ​ຈຳປາ​ສັກ ມີ​ຜູ້​ຕິດ​ເຊື້ອ​ໄຂ​ຍຸງ​ລາຍຫຼາຍ​ກວ່າ​ໝູ່ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ

6 ເດືອນຕົ້ນປີ 2019, ແຂວງ ຈຳປາສັກ ມີຜູ້ຕິດເຊື້ອໄຂຍຸງລາຍຫລາຍ​ກວ່າ​ໝູ່ ​ໃນ​ບັນດາ​ແຂວງ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ, ມີຜູ້ຕິດເຊື້ອ​ເຖິງ 1.549 ກໍລະນີ, ເສຍຊີວິດ 3 ກໍລະນີ, ຖັດລົງ​ມາ​ ແມ່ນແຂວງ ສະຫວັນນະເຂດ 719 ກໍລະນີ, ເສຍຊີວິດ 3 ກໍລະນີ, ນະຄອນຫລວງວຽງຈັນ 718 ກໍລະນີ, ເສຍຊີວິດ 5 ກໍລະນີ, ແຂວງອັດຕະປື 466 ກໍລະນີ, ບໍ່​ມີ​ກໍລະນີ​ເສຍ​ຊີວິດ, ຫລວງນ້ຳທາ 266 ກໍລະນີ, ບໍ່​ມີ​ກໍລະນີ​ເສຍ​ຊີວິດ, ຄຳມ່ວນ 234 ກໍລະນີ, ບໍ່​ມີ​ກໍລະນີ​ເສຍ​ຊີວິດ, ສາລະວັນ 244 ກໍລະນີ, ເສຍຊີວິດ 2 ກໍລະນີ, ບໍລິຄຳໄຊ 135 ກໍລະນີ, ເສຍຊີວິດ 1 ກໍລະ ນີ, ທັດລົງມາແມ່ນແຂວງເຊກອງ 69 ກໍລະນີ, ວຽງຈັນ 68 ກໍລະນີ, ຫລວງພະບາງ 26 ກໍລະນີ, ໄຊຍະບູລີ 25 ກໍລະນີ, ບໍ່ແກ້ວ 4 ກໍລະນີ, ຊຽງຂວາງ 2 ກໍລະນີ, ອຸດົມໄຊ ​ແລະ ໄຊສົມບູນ 1 ກໍລະນີ ບໍ່​ມີ​ກໍລະນີ​ເສຍ​ຊີວິດ. 

​ຢ່າງ​ໃດ​ກໍ່ຕາມ ຮຽກ​ຮ້ອງ​ໃຫ້ປະຊົນ​ລາວ ບັນດາ​ເຜົ່າ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ​ໃຫ້​ເອົາ​ໃຈ​ໃສ່ປ້ອງ​ກັນ​ຕົນ​ເອງ, ນອນ​ໃນ​ມຸ້ງ, ຫລີກ​ລ້ຽງບໍ່​ໃຫ້​ຍຸງ​ກັດ ສິ່ງ​ສຳຄັນຕ້ອງມີ​ສ່ວນ​ຮ່ວມກັບອຳນາດ​ການ​ປົກຄອງ​ບ້ານ, ​ເມືອງ, ​ແຂວງ ​ໃນ​ການອະນາ​ໄມ​ ສິ່ງ​ແວດ​ລ້ອມ, ກຳຈັດ​ແຫ​ລ່ງ​ເພາະ​ພັນ​ໜອນ​ນ້ຳ​ຍຸງ​ລາຍທີ່ເປັນພາຫະນຳເຊື້ອ  ໂດຍ​ສະ​ເພາະ​ ຈັດ​ຕັ້ງ​ປະຕິບັດຫລັກການ 5 ປ ຂອງ​ກະຊວງ ສາທາລະນະ​ສຸກວາງ​ອອກ ຢ່າງ​ເຄັ່ງ​ຄັດ ຄື:

ປ ປິດ (ປົກ​ປິດ​ພາ​ສະ​ນະ​ ທີ່​ກັກ​ເກັບ​ນ້ຳ​ ທັງ​ໃນ ​ແລະ ນອກ​ເຮື​ອນ ບໍ່​ໃຫ້​ຍຸງ​ລາຍ​ມາ​ໄຂ່​ໃສ່), ປ ປ່ຽນ (ປ່ຽນ​ນ້ຳ ​ໃນ​ພາ​ສະ​ນະ ​ທີ່​ກັກ​ເກັບ​ນ້ຳ ​ເຊັ່ນ: ​ເຕົ້າ​ດອກ​ໄມ້, ນ້ຳ​ຮອງ​ຕີ​ນຕູ້ ​ແລະ ອື່ນໆ), ປ ປ່ອຍ (ປ່​ອຍປາ​ຫາງ​ຍົກ​ຍຸງ ​ເພື່ອ​ກິນ​ໜອນ​ນ້ຳ), ປ ປັບປຸງ (ປັບປຸງ ​ສິ່ງ​ແວດ​ລ້ອມ ​ອ້ອມ​ເຮືອນ ໃຫ້​ສະອາດ ​ເປັນ​ປະຈຳ​ທຸກ​ອາທິດ) ​ແລະ ປ ປະຕິ ບັດ ​ໃຫ້ເປັນນິໄສທຸກໆອາທິດ.

ແຫຼ່ງຂໍ້ມູນ: ສຳນັກຂ່າວສານປະເທດລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້