
ກະຊວງສຶກສາທິການ ແລະ ກີລາ ອອກແຈ້ງການ ເລກທີ 2276/ຫກ ລົງວັນທີ 07 ມິຖຸນາ 2019 ເຖິງ ພະແນກ ສຶກສາທີການ ແລະ ກີລາ ນະຄອນຫຼວງວຽງຈັນ, ແຂວງ ນັກຮຽນ-ນັກສຶກສາ ເລື່ອງ ການສະມັກທຶນການສຶກສາ ສ. ກູບາ, ສ ມົງໂກລີ ແລະ ຣາຊະອະນາຈັກ ກໍາປູເຈຍ ປະຈໍາປີ 2019

ເງື່ອນໄຂຂອງທຶນແຕ່ລະປະເທດມີດັ່ງນີ້:
1.ທຶນການສຶກສາ ລັດຖະບານ ປະເທດ ສ ກູບາ:
ຫຼັກສູດການຮຽນ ການສອນນໍາໃຊ້ພາສາ ແອັດສະປາຍໂຍນ ລະດັບ ປະລິນຍາຕີ. ວິຊາຮຽນ ການແພດ ແລະ ການປູກຝັງ
2. ທຶນການສຶກສາ ລັດຖະບານ ປະເທດ ສ ມົງໂກລີ:
ຫຼັກສູດການຮຽນ ການສອນນໍາໃຊ້ພາສາ ມົງໂກລີ ລະດັບ ປະລິນຍາໂທ: ວິຊາຮຽນ ສັດຕະວະແພດ ແລະ ປະລິນຍາຕີ: ວິຊາຮຽນ ການແພດ ແລະ ວິຊາວິທະຍາສາດກ່ຽວກັບສັດ
3. ທຶນການສຶກສາ ລັດຖະບານ ຣາຊະອະນາຈັກ ກໍາປູເຈຍ
ຫຼັກສູດການຮຽນ ການສອນນໍາໃຊ້ພາສາ ຂະແມ ລະດັບ ປະລິນຍາຕີ ສາຂາ ວັນນະຄະດີ ພາສາຂະແມ
ເງື່ອນໄຂຂອງທຶນ:
ຝ່າຍໃຫ້ທຶນຮັບຜິດຊອບ: ຄ່າຮຽນ, ທີ່ພັກ, ເບ້ຍລ້ຽງ ແລະ ປະກັນສຸຂະພາບ
ຄ່າເດີນທາງໄປກັບລະຫວ່າງປະເທດ ປະຕິບັດຕາມສັນຍາຂອງສອງຝ່າຍ

ເງື່ອນໄຂຜູ້ສະໝັກ:
- ເປັນຄົນລາວ ສັນຊາດລາວ ແລະ ດໍາລົງຊີວິດຢູ່ປະເທດລາວໃນໄລຍະສະໝັກ
- ປະລິນຍາຕີ ອາຍຸຕໍ່າກວ່າສ 25 ປີ ສ່ວນປະລິນຍາໂທ ແມ່ນບໍ່ເກີນ 35ປີ
- ຈົບສາມັນສຶກສາສົມບູນ(ມ7) ສໍາລັບປະລິນຍາຕີ
- ຊີວະວະປະຫວັດຈະແຈ້ງ ບໍ່ມີຄະດີອາຍາ ແລະ ຄະດີອື່ນໆ
- ສຸຂະພາບແຂງແຮງ ທັງຮ່າງກາຍ ແລະ ຈິດໃຈ ກວດຜ່ານຢັ້ງຢືນຈາກໂຮງໝໍຂອງລັດ
ເອກະສານປະກອບອ່ານຕາມແຈ້ງການ. ຫຼັງຈາກປະກອບເອກະສານຄົບແລ້ວ ນໍາໄປຍື່ນທີ່ ກົມກິດຈະກຳນັກສຶກສາ ຫ້ອງ 108 ໃນໂມງລັດຖະການ ( ປິດຮັບຄໍາຮ້ອງ 15 ກໍລະກົດ 2019 )
Hits: 150