
ສິລະປະຮ່ວມສະໄໝ ແມ່ນສິລະປະທີ່ເກິດຂື້ນໃນປະຈຸບັນ ເຊິ່ງໄດ້ຮັບອິດທິພົນກ້ວາງຂວາງ ຈາກຄວາມເປັນໂລກາວິວັດ ຄວາມຫຼາກຫຼາຍທາງວັດທະນະທໍາ ແລະ ການພັດທະນາຢ່າງກ້າວໄກ້ ໃນດ້ານເຕັກໂນໂລຍີ. ສິລະປະຮ່ວມສະໄໝ ເປັນການໂຮມໂຕກັນຂອງວັດສະດຸ ວິທີການ ແນວຄວາມຄິດ. ເຮົາສາມາດຈໍາແນກສິລະປະຮ່ວມສະໄໝໄດ້ໂດຍການເບິ່ງ ຮູບແບບ ໂຄງສ້າງຫຼັກ ແນວຄວາມຄິດ. ສິລະປະຮ່ວມສະໄໝ ຫຼື ສິລະປະສະໄໝໃໝ່ ເປັນສ່ວນໜື່ງຂອງບົດບາດທາງວັດທະນະທໍາ ທີ່ກ່ຽວຂ້ອງກັບບໍລິບົດທີ່ກ້ວາງຂ້ວາງ ເຊັ່ນ: ເອກະລັກສະເພາະຕົວ ເອກະລັກທາງວັດທະນະທໍາ ຄອບຄົວ ສັງຄົມ ແລະ ປະເທດຊາດ





ຫໍພິພິທະພັນວຽງຈັນສີລະປະຮ່ວມສະໄໝ (Vientiane Meseum of Contemporary Arts ) ທີ່ໄດ້ໂຮມເອົາ ຮູບການແກະສະລັກຈາກ ຊາກໄມ້ທີ່ຖືກທໍາລາຍ ແລະ ນໍາເອົາຊາກໄມ້ທີ່ຖືກຕັດ ຫຼື ຖືກຈູດປ່າຊະຊາຍ ຊາກໄມ້ທີ່ຖືກເມີນຄ່າ ມາຕົບແຕ່ງດ້ວຍການແກະສະຫຼັກລວດລາຍ ເພີ່ມສີສັນໃຫ້ໄມ້ເຫຼົ່ານັ້ນໃຫ້ກາຍເປັນເຄື່ອງຂອງອະນຸລັກ. ນອກຈາກນີ້ຍັງມີຮູບແຕ້ມ ທີ່ມີຄວາມປານີດ ແລະ ການໃຊ້ຈິດຕະນາການໃນການແຕ້ມ ທີ່ອີງໃສ່ການດໍາລົງຊິວີດແບບດັ້ງເດີມຂອງຊົນເຜົ່າລາວທີ່ອາໃສຢູ່ຕາມແຕ່ລະທ້ອງຖີ້ນ

ທ່ານ ພິຊິດ ໄຊຍະທິດ ໄດ້ກ່າວວ່າ: ຂ້າພະເຈົ້າເຫັນເຖິງຄຸນຄ່າຂອງຊາກໄມ້ທີ່ຖືກທໍາຮ້າຍ ແລະ ນໍາເອົາຊາກໄມ້ທີ່ຖືກຕັດ ມາຕົບແຕ່ງໂດຍການແກະສະລັກ. ແຕ່ກອນຂ້າພະເຈົ້າໄດ້ສະສົມຮູບແກະສະລັກບູຮານລາວ ໃນເວລານັ້ນຂ້າພະເຈົ້າມີຄວາມມັກຮັກເລື່ຶງສີລະປະຂອງລາວ ຫຼັງຈາກນັ້ນກໍໄດ້ເລີ່ມປ່ຽນຈາກອາຈານສອນ ມາເຮັດແກະສະລັກ,ຄວັດ, ຮູບແຕ້ມ ຈົນກາຍເປັນຈຸດເລີ່ມຕົ້ນໃຫ້ສ້າງພິພິທະພັນແຫ່ງນີ້. ເພື່ອໃຫ້ຄົນຮຸ້ນຫຼັງໄດ້ຮຽນຮູ້ “ຖ້າປັນຈຸບັນບໍ່ໄດ້ລິເລີ່ມສ້າງຫຍັງໄວ້ ອານາຄົດກໍ່ບໍ່ຮູ້ຈະເລົ່າປະຫວັດສາດໃດໃຫ້ລູກຫຼານຟັງ”
ນອກຈາກນີ້ ຍັງມີຮູບແຕ້ມຈິດຕະກໍາສິນ ເທິ່ງຝາຜາໜັງທີ່ໄດ້ບັນຈົ່ງວິຖີຊີວິດຂອງຄົນລາວ ເປັນຕົ້ນແມ່ນ: ການແຫ່ພຣະບາງ, ການນຸ້ງຖືຂອງແມ່ຍີງລາວ ແລະ ເລື່ອງລາວໃນວັນນະຄະດີຕ່າງໆ.




ຮູບພາບນີ້ເປັນພຽງບາງສ່ວນເທົ່ານັ້ນ. ພິພິທະພັນແຫ່ງນີ້ ຍັງຖ້າໃຫ້ທຸກຄົນໄດ້ໄປເບິ່ງຄວາມງົດງາມທີ່ບໍ່ສາມາດປະເມີນລາຄາໄດ້. ສະຖານທີ່: ບ້ານ ຊ້າງຄູ ຖະໜົນ ໄກສອນ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ (ໄກ້ກັບ ຮ້ານ ເຈມາກ ດົງໂດກ)
Hits: 71