Saturday, January 25, 2025

ນິທານສຽວສະຫວາດ ສຸດຍອດນິທານພື້ນເມືອງແຫ່ງການພັດທະນາສະຕິປັນຍາ

ມີກະກຸນກະດຸມພີ ຜົວເມຍຄູ່ຫນຶ່ງຕັ້ງເຮືອນຊານຢູ່ໃນນະຄອນພາລານະສີ ກະດຸມພີຜົວເມຍຄູນັ້ນມີລູກຊາຍຢູ່ສອງຄົນຜູ້ອ້າຍຮູ້ວ່າ ທ້າວສີສະຫລຽວວ ຜູ້ນ້ອງຊືວ່າ ທ້າວສຽວສະຫວາດ ເມື່ອທ້າວສຽວສະຫວາດໃຫ່ຍມາ ໄດ້ 10 ປີ ກະດຸມພີຜູ້ພໍ່ເຫັນວ່າ ຕົນເຖົ້າແກ່ໃກ້ຈະເຖິງ ຄວາມຕາຍແລ້ວ ຈິ່ງເອີ້ນລູກທັງສອງມາສັ່ງສອນ ແລະ ມອບເຮືອນສອງຫລັງໃຫ້ແກ່ລູກຄືຫລັງຫນຶ່ງເກົ່າ ແລະ ອີກຫລັງຫນຶ່ງແມ່ນຫລັງໃຫມ່ ອ້າຍເອົາຫລັງເກົ່າ, ສ່ວນຜູ້ນ້ອງເອົາຫລັງໃຫມ່ ຢູ່ມາ ເມື່ອພໍ່ແມ່ຕາຍແລ້ວ ສອງອ້າຍນ້ອງກໍໄດ້ແທນເຮືອນສືບມາ.

ຕໍ່ມາມີພໍ່ຄ້າຊາວເມືອງຈໍາປາ ເອົາເຮືອສະເພົາມາຈອດຢູ່ຫນ້າບ້ານຂອງພີ່ນ້ອງ ທ້າວສຽວສະຫວາດໄດ້ໄປລື້ງເຄີຍ ກັບ ນາຍສະເພົາ ເມື່ອນາຍສະເພົາຈະກັບເມືອເມືອງ ທ້າວສຽວສະຫວາດກໍຂໍໄປນາໍ ນາຍສະເພົາມີຄວາມຍິນດີຮັບເອົາທ້າວສຽວສະຫວາດເປັນລູກຮັກ.

ແລ້ວກໍເບີກສະເພົາກັບເມືອ ເວລາໄປຕາມທາງ ທ້າວສຽວສະຫວາດ ໄດ້ສໍ້ຖາມນາຍສະເພົາຫລາຍຢ່າງ ຄືໄປເຫັນແກ້ງ, ທ້າວຖາມວ່າ ແກ້ງນີ້ມີຫີນບໍ? ໄປເຫັນດົງຖາມວ່າ ດົງນີ້ມີໄມ້ບໍ? ໄປເຫັນບ້ານຖາມວ່າ ບ້ານນີ້ມີຄົນບໍ? ໄປເຫັນເມືອງຖາມວ່າ ເມືອງນີ້ມີເຈົ້າບໍ? ໄປເຫັນວັດຖາມວ່າ ວັດນີ້ມີພິກຂຸສັງຄະເຈົ້າບໍ່? ດັ່ງນີ້ເປັນຕົ້ນ

ຈົນນາຍສະເພົາເຫັນວ່າ ທ້າວສຽວສະຫວາດເປັນບ້າ ແລະ ຫ້າມບໍ່ໃຫ້ຖາມອີກ. ….ຄັນໄປເຖິງເມືອງຂອງຕົນແລ້ວ ນາຍສະເພົາກໍ່ເລົ່າເລື້ອງທີ່ທ້າວສຽວສະຫວາດຖາມນັ້ນໃຫ້ລູກສາວຟັງ ລູກສາວເປັນຄົນມີປັນຍາສະຫລາດຈິງວ່າ ຄໍາທີທ້າວຖາມນັ້ນເປັນບັນຫາແລ້ວ ນາງກໍແກ້ບັນຫານັ້ນໃຫ້ພໍ່ຟັງຄື:

ຂໍ້ທີ່ທ້າວຖາມວ່າ ແກ້ງນີ້ມີຫີນບໍ່ນັ້ນ ແມ່ນທ້າວຖາມວ່າໃນແກ້ງນີ້ມີເພັດນິນຈິນດາບໍ ຂໍ້ທີ່ ຖາມວ່າຄົງນີ້ມີໄມ້ບໍ ແມ່ນທ້າວຖາມຫາ ໄມ້ຈວງໄມ້ຈັນທີ່ມີລາຄາແພງ ດັ່ງນີ້ເປັນຕົ້ນ ຄັນນາຍສະເພົາ ໄດ້ແຈ້ງໃນບັນຫານັ້ນແລ້ວ ຈຶ່ງເຂົ້າໃຈວ່າທ້າວສຽວສະຫວາດ ເປັນຄົນມີປັນຍາ ເລີຍຍົກລູກສາວຂອງຕົນໃຫ້ເປັນເມຍຂອງທ້າວສຽວສະ ຫວາດ.

ທ້າວສຽວສະຫວາດ ຢູ່ດອມພໍ່ເສດຖີຜູ້ເປັນນາຍສະເພົານັ້ນ. ນານມາໄດ້ 3 ປີ ໃນຄາວນັ້ນພະຍາຈໍາປານະຄອນ ຜູ້ເປັນເຈົ້າແຜ່ນດິນປົກຄອງປະເທດບ້ານເມືອງບໍ່ຍຸຕິທໍາ ຈິ່ງເກີດອາເພດ ມີເຫດຕ່າງຫລາຍປະການເທວະດາຫມູ່ ຫນຶ່ງ ມາປັນດົນສັນດານຂອງພະຍາ ໃຫ້ມີຄວາມໂກດກ້າ ຫມູ່ຫນຶ່ງມາປັນດົນໃຫ້ເປັນດັ່ງຄົນຂ້າເສິກທຽວໄປລາລັບລີ້ ບາດວ່າເບິ່ງທີ່ແທ້ເລີຍບໍ່ເຫັນ ອາການເປັນດັ່ງນີ້ ພະຍາກໍ່ມີຄວາມສະທ້ານຢ້ານກົວໄພອົນຕາຍ ຈິ່ງໃຫ້ ເສ ນາອາມາດ ເກນຄົນທັງຫລາຍມານອນຍາມຄືນລະຫ້າຮ້ອຍຄົນ.

ພວກທີ່ມານອນຍາມນັ້ນ ເທວະດາກໍປັນດົນໃຫ້ນອນຫລັບຈົນແຈບ ເຖິງຍາມເດິກ ພະຍາຈຶ່ງສະເດັດອອກມາກວດເບິ່ງພວກນອນຍາມ ເຫັນນອນຫລັບຫມົດທຸກຄົນ ກໍມີໃຈໂກດກ້າ ຈັ່ງຂ້າຍາມນັ້ນຕາຍຫມົດ ອາການເປັນດັ່ງນີ້ຕໍ່ໆມາທຸກວັນ.

ເຖິງວັນຫນຶ່ງ ແມ່ນນາຍສະເພົາ ທີ່ຈະຕ້ອງຖືກບັງຄັບໃຫ້ໄປນອນຍາມເຝົ້າໂຮງພະຍາ ນາຍສະເພົາຮູ້ວ່າ ຕົນຈະ ຕ້ອງຕາຍຈິ່ງສັ່ງລາເມຍ ແລະ ລູກເຂີຍດວຍປະລິຍາຍຕ່າງໆ ທ້າວສຽວສະຫວາດ ໄດ້ຍິນດັ່ງນັ້ນ ຈິ່ງຂັນອາສາໄປຕາງດ້ວຍຄາໍວ່າ:

ຊີ້ນບໍ່ຂາດບໍ່ໃຫ້ຄຸງຂຽງ ການເມືອງມີ ຂ້າຂໍໄປຄໍ້ ນາໍ້ພຽງຄໍາຂໍຢັ້ງ ນ້ຳພຽງຝັ່ງຂໍລອຍ” ດັ່ງນີ້ແລ້ວກໍໄປນອນ

ຍາມທີ່ໂຮງຂອງພະຍາ ເຖິງເວລາທ່ຽງຄືນ ພະຍາຈາໍປານະຄອນສະເດັດອອກມາເບິ່ງຄົນນອນຍາມ ເຊິ່ງເວລານັ້ນຄົນທັງຫລາຍນອນຫລັບຫມົດແລ້ວ ຍັງແຕ່ທ້າວສຽວສະຫວາດຜູ້ດຽວ ເມື່ອທ້າວໄດ້ຍິນສຽງພະຍາໄຂຜັກຕູ ອອກມາ ທ້າວກໍຟ້າວ ອະຮື ອະແຮມຂຶ້ນ ແລ້ວກໍ່ກ່າວຄາຖາບົດຫນຶ່ງວ່າ: “ຄະເຕສິ ຄະເຕສິກິງ ກະຣະນັງ ອະຫັງປິຕັງຊານາມິ” ດັ່ງນີ້ ພະຍາໄດ້ຍິນກໍຕົກພະໄທ ຈິ່ງສະເດັດກັບຄືນ.

ເຖິງຍາມຖ້ວນສອງ ສະເດັດອອກມາເບິ່ງອີກ ທ້າວສຽວສະຫວາດ ກໍອະຮືອະແຮມຂຶ້ນ ແລ້ວກ່າວວ່າ “ອັດສະຈັນໃຈໂອ້ ໂອນໍສັງເວດ ສັງມາເປັນດັ່ງນີ້ ເປັນຫນ້າຢາກຫົວແທ້ນໍ” ພະຍາໄດ້ຍິນດັ່ງນັ້ນ ກໍສະເດັດກັບຄືນ ເຖິງຍາມຖ້ວນສາມສະເດັດອອກມາອີກ ທ້າວສຽວສະຫວາດ ອະແຮມຂຶ້ນ ແລ້ວກ່າວວ່າ “ເພິງຈາ ບໍ່ເພິງຈາ ໃຫ້ລັກຂະນາໃນໃຈແລ້ວຢ່າເນີໆ” ພະຍາໄດ້ຍິນ ກໍສະເດັດກັບຄືນ.

ພໍດີເລີຍຮຸ່ງແຈ້ງ ພວກນອນຍາມພົ້ນຈາກຄວາມຕາຍຊູ່ຄົນ ແລະກໍພາກັນເມືອເຮືອນຂອງໃຜລາວ ຝ່າຍພະຍາ ຄັນຮຸ່ງສວາຍມາແລ້ວ ຈິ່ງໃຫ້ອາມາດ ໄປທັນເອົາພວກທີ່ມານອນຍາມໃນຄືນທີ່ແລ້ວມານັ້ນ ມາສິ່ມຖາມວ່າ ແມ່ນໃຜມານອນຢູ່ບ່ອນຫົນທາງ 30 ທ້າວສຽວສະຫວາດກໍທັນຮັບວ່າ ແມ່ນຕົນເອງ.

ພະຍາຈິ່ງຖາມຫາເຫດແຫ່ງຂໍ້ຄວາມທີ່ ທ້າວເວົ້ານັ້ນວ່າເປັນປະການໃດ ທ້າວກໍຈາລະໄນໃຫ້ພະຍາຟັງທຸກປະການ ດ້ວຍການຊັກນິທານຕ່າງໆມາປຽບທຽບ ພະຍາມີຄວາມເຫລື້ອມໃສຍິນດີເປັນອັນມາກ ຈິ່ງຕັ້ງທາວສຽວສະ ຫວາດ ໃຫ້ເປັນລາຊະບັນດິດປະຈາໍພະອົງ ແຕ່ນັ້ນມາ ທ້າວກໍສັ່ງສອນພະຍາ ແລະເສນາອາມາດທັງຫລາຍໃຫ້ຕັ້ງຢູ່ໃນຮີດຄອງອັນດີ ມະຫານະຄອນຈາໍປາລາຊະທານີ ຈຶ່ງຈະເລີນສຸກສະຫວັດດີ ບໍ່ມີຂ້າເສິກສັດຕູມາບັງບຽດ ແລະ ທ້າຍສຸດທາວສຽວສະຫວາດ ກໍໄດ້ເລື່ອນຂຶ້ນເປັນ ອັກຄະມະຫາເສນາບໍດີຜູ້ໃຫ່ຍ ໃນມະຫານະຄອນຈໍາປາ ນັ້ນແລ.


InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນຫຍັງ? ເດືອນທຳອິດຂອງປີ ຄືນານໝົດແທ້!!

ເດືອນທຳອິດຂອງປີ ຄືດົນແທ້? ບໍ່ໝົດເດືອນຈັກເທື່ອ ຫຼາຍຄົນມັກຈົ່ມ ແລະ ຮູ້ສຶກແບບນີ້ແມ່ນບໍ? ທັງທີ່ເດືອນມັງກອນນີ້ກໍມີ 31 ວັນຄືກັນກັບເດືອນອື່ນໆ ຖ້າໃຜທີ່ຮູ້ສຶກແບບນີ້ຢູ່ ບອກເລີຍວ່າເຈົ້າບໍ່ໄດ້ຮູ້ສຶກໄປຄົນດຽວ ເພາະ William Skylark ນັກວິໄຈຂອງມະຫາວິທະຍາໄລ Cambridge  ໄດ້ອະທິບາຍວ່າ ເວລາທາງຄວາມຮູ້ສຶກຈະດົນນານກວ່າເວລາທີ່ເກີດຂຶ້ນໃນຕົວຈິງ ແລະ ມີຫຼາຍປັດໄຈທີ່ສົ່ງຜົນຕໍ່ເວລາທາງຈິດໄດ້.

ວົງຈອນເສັ້ນທາງທ່ອງທ່ຽວພະຈົນໄພຊຸມຊົນບ້ານນາລັນເໜືອ ແຂວງຫຼວງນ້ຳທາ ໄດ້ຮັບລາງວັນມາດຕະຖານອາຊຽນ.

ແຂວງຫຼວງນໍ້າທາ ເປັນອີກແຂວງໜຶ່ງທີ່ມີແຫຼ່ງທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ ທີ່ຕິດພັນກັບຊີວິດການເປັນຢູ່ ແລະ ຮີດຄອງປະເພນີທີ່ປະຊາຊົນມີສ່ວນຮ່ວມ, ດ້ວຍເຫດນີ້ ຈຶ່ງເຮັດໃຫ້ແຂວງຫຼວງນຳທາໄດ້ຮັບ 2 ລາງວັນມາດຕະຖານອາຊຽນຄື: "ຫ້ອງນໍ້າສາທາລະນະສະອາດອາຊຽນ" ແລະ ອີກລາງວັນໜຶ່ງແມ່ນ “ວົງຈອນເສັ້ນທາງທ່ອງທ່ຽວປະຈົນໄພຊຸມຊົນບ້ານນາລັນເໜືອ (Nalan Trail)”, ເມືອງຫຼວງນໍ້າທາ ທີ່ໄດ້ຮັບລາງວັນການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມມາດຕະຖານອາຊຽນ ຮອບທີ II ທີ່ ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 28 ລະຫວ່າງວັນທີ 19-20 ມັງກອນ 2025, ປະເທດມາເລເຊຍ.

ເດີນທາງໄປຫວຽດນາມໃນລາຄາເຄິ່ງໜຶ່ງ: Vietjet ເປີດໂປຣໂມຊັນພິເສດວັນສຸກສຳລັບນັກທ່ອງທ່ຽວຕ່າງປະເທດ

(ນະຄອນຫຼວງວຽງຈັນ, 20 ມັງກອນ) ການເລີ່ມຕົ້ນປີ 2025, Vietjet ສະເໜີໃຫ້ນັກທ່ອງທ່ຽວຕ່າງປະເທດມີໂອກາດທີ່ໜ້າຕື່ນຕາຕື່ນໃຈເພື່ອຄົ້ນຫາຄວາມສວຍງາມຂອງຫວຽດນາມສຳລັບການທ່ອງທ່ຽວ ໃນລະດູໃບໄມ້ປົ່ງດ້ວຍໂປຣໂມຊັນໃໝ່ໃນວັນສຸກ. ຂໍ້ສະເໜີພິເສດນີ້ມອບສ່ວນຫຼຸດ 50% ສຳລັບຄ່າໂດຍສານລະຫວ່າງປະເທດໄປຫວຽດນາມ ລວມທັງເສັ້ນທາງວຽງຈັນ ຫາ ນະຄອນໂຮ່ຈີມິນ/ຮ່າໂນ້ຍ