ຕຳນານ ແລະ ປະຫວັດຄວາມເປັນມາຂອງຕະຫຼາດນະຄອນຫຼວງພະບາງ

ມື້ນີ້ຈະຂໍອະນຸຍາດນຳເອົາຮູບພາບ ຂອງຕະຫລາດເຊົ້າຫລວງພຣະບາງ ໃນຍຸກ ປີ ຄສ 1970 , ປີ 1971 ແລະ ປີ 1973 ຮີບໂຮມມາໃຫ້ຣະນຶກຄຶດຮອດຄຶດເຖິງກັນອີກ ພໍ່ເຖົ້າ-ແມ່ເຖົ້າ ປູ່-ຍ່າໃຜ ຫລືພໍ່-ແມ່ໃຜ ຍາດຕິພີ່ນ້ອງໃຜ ທີເຄີຍໄປຕະຫລາດ ຄ້າຂາຍເຄື່ອງ ໄປຊື້ຂອງຢູ່ ຂອງກີນ ເຄື່ອງໃຊ້ໄມ້ສ້ອຍ ເຄື່ອງອຸປະໂພກ-ບໍລິໂພກຕ່າງໆ ຢູ່ຕະຫລາດດັ່ງກ່າວ ມາໃຫ້ຫວນຣະນຶກຄຶດເຖິງກັນອີກຄັ້ງຫນຶ່ງ ທ່ານໃຜຈື່ຈຳບຸກຄົນ ຮ້ານຄ້າຮ້ານຂາຍຫຍັງ ກໍ່ຂໍໃຫ້ປະກອບສ່ວນມີຄຳເຫັນໃສ່ຮູບເຫລົ່ານັ້ນດ້ວຍ ເພື່ອທີຜູ້ບໍ່ຮູ້ ຈະໄດ້ຮູ້ຈັກເພື່ອເປັນການບັນທຶກຄວາມຊົງຈຳໃຫ້ຮູບພາບເຫລົ່ານີ້ສົມບູນຍິ່ງຂຶ້ນ.

ຕະຫລາດຢູ່ຕົວເມືອງຫລວງພຣະບາງ ນັບແຕ່ອະດິດ ມາຮອດຍຸກປີ ຄສ 1990s ພໍຈະສະຫລຸບຫຍໍ້ໆ ມາໃຫ້ອ່ານກັນດັ່ງນີ້ :

  • ຕະຫລາດທີເກົ່າແກ່ດັ່ງເດີມແທ້ໆ ຂອງຫລວງພຣະບາງ ນັ້ນກໍ່ແມ່ນຕະຫລາດທ່າເຮືອເມ ເພາະເປັນຕະຫລາດແຄມທ່ານ້ຳຂອງ ທີຜູ້ຄົນຈະນຳເອົາສິນຄ້າຕ່າງໆ ຈາກນອກເມືອງ ໃສ່ເຮືອມາຂາຍພາຍໃນຕົວເມືອງຫລວງພຣະບາງ ໂດຍເຮືອທີຂົນສິນຄ້າມາຂາຍ ມາຊື້ ມາແລກປ່ຽນເຄື່ອງຕ່າງໆນັ້ນ ກໍ່ຈະພາກັນມາຈອດເຮືອ ຢູ່ທ່າເຮືອເມແຫ່ງນີ້ ດັ່ງນັ້ນ ຕະຫລາດທ່າເຮືອເມຈຶ່ງເປັນຕະຫລາດເກົ່າແກ່ດັ່ງເດີມຂອງຫລວງພຣະບາງໂດຍແທ້ແລະເກົ່າແກ່ດັ່ງເດີມຈົນມາຮອດທຸກມື້ນີ້.

ຕະຫລາດກາງເມືອງຫລວງພຣະບາງ ນັບແຕ່ 4 ແຍກຮ່ອມຕາດຫມໍ້ ໄປຮອດແຖວບ້ານເຈັກ ກໍ່ຈະມີການຊື້-ຂາຍ ມີຮ້ານ ໃນບໍລິເວນດັ່ງກ່າວ ດັ່ງພວກເຮົາຈະເຫັນ ຮູບຖ່າຍຂາວດຳ ອາຍຸ 100 ກວ່າປີຜ່ານມານັ້ນ ຕະຫລາດດັ່ງກ່າວຈະຂາຍເຄື່ອງອຸປະໂພກເປັນຫລັກ ເຊັ່ນ: ຫມໍ້ແຫກແຕກໂປະ ( ຫມໍ້ ຖວາຍຈານ ເຄື່ອງໃຊ້ຕ່າງໆ ຈາກດິນ ຈະຖືກປັ້ນຂຶ້ນທີບ້ານພັນຫລວງ ຊາວບ້ານແຖວນັ້ນ ກໍ່ຈະຂົນເຄື່ອງດັ່ງກ່າວ ຂ້າມຂົວໄມ້ໄຜ່ນ້ຳຄານ ເພື່ອມາຂາຍແຄມທາງ ຮ່ອມນັ້ນຈະໄດ້ຊື່ວ່າ ຮ່ອມຕາດຫມໍ້ມາຮອດທຸກມື້ນີ້ ສວາຍມາກໍ່ເລີກ ຕະຫລາດແຫ່ງນີ້ແມ່ນບໍ່ມີແລ້ວ .

ຕະຫລາດ ລາດແລງໃຕ້ ແມ່ນຕັ້ງຢູ່ລານເດິ່ນຕະຫລາດກາງຄືນຫລວງພຣະບາງ ປະຈຸບັນນີ້ ( 4 ແຍກໂຮງແຊກ ) ເຊິ່ງເປັນຕະຫລາດເກົ່າແກ່ ເພາະຈະເປີດຂຶ້ນໃນຕອນແລງ ໂດຍຈະຂາຍເຄື່ອງອຸປະໂພກ-ບໍລິໂພກ ປັດຈຸບັນນີ້ເປັນລານເດິ່ນດັ່ງກ່າວ ແມ່ນໄວ້ສາຍເທດສະການຮູບເງົາ ຂາຍເຄື່ອງແຜ່ນແພ ຫັດຖະກຳຈາກບ້ານຕ່າງໆ ເຊັ່ນ: ບ້ານຜານົມ ເຄື່ອງແຜ່ນແພຈາກເຜົ່າມົ້ງ ເຜົ່າລື້ …

ຕະຫລາດລາດແລງເໜືອ ແມ່ນຕັ້ງຢູ່ແຄມຄານ ບ້ານຫລັກຄຳ ( ບ້ານວັດແສນ ) ແຄມນ້ຳຄານ ຈະຂາຍເຄື່ອງກິນເປັນຫລັກ ຄົນບ້ານຊຽງທອງ , ບ້ານຄີລີ , ບ້ານວັດແສນ ,ບ້ານສວນຫນອງ ( ຫລືວ່າຫນອງເຕົ່າ ບໍລິເວນຫລັງວັດສີຼມູງຄຸນແລະວັດສົບ ) . ບ້ານກາງ, ຫົວຫົວໂພນ , ບ້ານທ່າຄົກ( ແຄມຂອງ) , ບ້ານວັດຫນອງ, ກໍ່ຈະມາກັນມາຂາຍຂາຍມາຊື້ເຄື່ອງຢູ່ຂອງກິນ ປັດຈຸບັນນີ້ບໍ່ມີແລ້ວ ( ຫມາຍເຫດ : ບ້ານສວນຫນອງ ບ້ານຫົວໂພນ , ບ້ານວັດແສນ, ບ້ານກາ ປັດຈຸບັນແມ່ນລວມເປັນແລະຮຽກຊື່ວ່າບ້ານໂພນເຮືອງ) ຕະຫລາດແຫ່ງນີ້ຈະຂາຍເຄື່ອງກິນເປັນຫລັກ ເຊັ່ນ : ຂະໜົມເຂົ້າຕົ້ມ… ເຂົ້າປຸ້ນ ເຂົ້າໂຄບ ຄຽບຫມູ້ ຫນັງພອງ ສົມໄຂ່ ແຈ່ວບອງ ແຈ່ວນ້ຳປູ ນ້ຳຫວານ ແລະພືດຜັກຕ່າງໆ….

ທີສຳຄັນຂອງບົດນີ້ ກໍ່ແມ່ນຕະຫລາດດາຣາ ຫລືຕະຫລາດເຊົ້າ ນີ້ເອງ:
ຕະຫລາດດາຣາ ຫລືຕະຫລາດເຊົ້າແຫ່ງນີ້ ເມື່ອກ່ອນນັ້ນ ດິນໃນບໍລິເວນແຫ່ງນີ້ ເປັນດິນຂອງສະເດັດອົງມຸງກຸດ ວົງສະຫວ່າງ ແລະດິນຂອງວັດຮ່າຢອງ ( ຂາມຢ່ອງ ) ຊື່ວັດດັ່ງກ່າວ ເປັນຊື່ວັດຂອງຄົນທີສ້າງວັດແຫ່ງນີ້ ເຊິ່ງເປັນຄົນຫໍ້ ມາສ້າງຖວາຍຂຶ້ນ ດັ່ງນັ້ນຈຶ່ງໃສ່ຊື່ວັດແຫ່ງນີ້ວ່າວັດຮ່າຢອງ ແລ້ວພ້ຽນເປັນຂາມຢ່ອງ.


ຕົກມາຮອດປະມານປີ ຄສ 1959-1960 ຈຶ່ງໄດ້ເກີດເປັນຕະຫລາດເຊົ້ານີ້ຂຶ້ນແລ້ວໃຊ້ຊື່ວ່າຕະຫລາດດາຣາ ( ເພາະເປັນກຽດໃຫ້ເຈົ້າຍິງດາຣາ ລູກສາວຜູ້ທີສອງ ຂອງເຈົ້າມະຫາຊີວິດສີສະຫວ່າງວັດທະນາ, ເຈົ້າມະຫາຊີວິດສີຼສີະຫວ່າງວັດທະນາ ມີຣາຊໂອຣົສແລະຣາຊທິດາ ທັງຫມົດກັບເຈົ້າມະເຫສີຄຳຜຸຍ ທັງຫມົດ 5 ພຣະອົງຄື :

1. ເຈົ້າຊາຍວົງສະຫວ່າງ, 2. ເຈົ້າຍິງສະຫວີວັນ, 3. ເຈົ້າຍິງດາຣາ, 4. ເຈົ້າຊາຍສີສະຫວ່າງ, 5. ເຈົ້າຊາຍສຸຣິຍະວົງ ) ຕະຫລາດດາຣາແຫ່ງນີ້ແມ່ນເປີດມີການຊື່-ຂາຍ ຈົນມາຮອດປະມານປີ ຄສ 1989-1990 ຕະຫລາດແຫ່ງນີ້ຊຸດໂຊມຫລາຍ ຈຶ່ງຈະມີໂຄງການບູຣະນະຄືນ ຈຶ່ງໄດ້ຍ້າຍຕະຫລາດດາຣາແຫ່ງນີ້ ໄປຂາຍຊົ່ວຄາວ ທີລານເດິ່ນຫນ້າວັດພຣະບາດໃຕ້ ໄດ້ປະມານ 3-4 ປີ ( 1989-1992) ແຕ່ຜູ້ຂ້າບໍ່ຈື່ປີວ່າປີໃດແນ່ນອນແທ້.

ການຊື້-ຂາຍຢູ່ຕະຫລາດລານເດິ່ນຫນ້າວັດພຣະບາດໃຕ້ ແຫ່ງນີ້ຄັບແຄບຫລາຍ ເພິ່ນຈຶ່ງຍ້າຍໄປຕັ້ງຢູ່ ຕະຫລາດນາວຽງຄຳ ເຊິ່ງປັດຈຸບັນນີ້ແມ່ນລານເດິ່ນຮູບປັ້ນເຈົ້າສຸພານຸວົງ ໄດ້ຫລາຍປີເຕີບ ປະມານ 3-5 ປິ ຈາກນັ້ນຕະຫລາດດັ່ງກ່າວກໍ່ຍັງຄັບແຄບ ເພິ່ນກໍ່ຫຍຸບຕະຫລາດນາງວຽງຄຳດ່ັ່ງກ່າວ ແລ້ວໃຫ້ຍ້າຍໄປ 2 ຕະຫລາດ ຄື :

ທີ່ຕະຫລາດດາຣາ ແລະຕະຫລາດໂພສີ ( ສ່ວນປີ ບໍ່ແນ່ໃຈວ່າປີໃດ ) ຈົນມາຮອດທຸກມື້ນີ້. ( ຕະຫລາດນາວຽງຄຳຍຸບແລ້ວ ກໍ່ເປັນສາເຫດຂອງການເກີດຂຶ້ນຂອງຕະຫລາດໂພສີ ແລະເປັນຍຸກໃຫມ່ຂອງຕະຫລາດດາຣາ ) ເຊິ່ງຂໍ້ມູນດັ່ງກ່າວ ປີທີກ່າວເຖິງອາດຈະຜິດພາດ ເພາະເມື່ອກ່ອນຜູູ້ຂ້າບໍ່ໄດ້ຈົດປີໄວ້ ອາໄສຈື້ຈຳຊື່ໆ ທ່ານໃດ ຜູ້ທີຮູ້ກະຣຸນາຊ່ອຍບອກກ່າວ ເພື່ອຈະເຮັດບົດຄວາມນີ້ສົມບູນຍຶ່ງໆຂຶ້ນ.

Credit: BORKKHAO

ຂອບໃຈຮູບພາບຈາກ : ຄະນະຂອງສຳນັກຝຣັ່ງເສດ ແຫ່ງປາຍບູຣະພາທິດ (EFEO)
ຮີບໂຮມໂດຍເພຈ : ນະຄອນຫລວງພຣະບາງ Luangprabang City

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...