Saturday, January 18, 2025

ສະມາຊິກສະພາແຫ່ງຊາດ ສະເໜີລັດສ້າງນິຕິກຳຄຸ້ມຄອງວັງວຽງ ຫວັງທ່ອງທ່ຽວກັບມາຄຶກຄັກ

ເດືອນທີ່ຜ່ານມາ, ມີໜັງສືພິມ ແລະສື່ສັງຄົມອອນລາຍໄດ້ນຳສະເໜີຂ່າວໄປວ່າຕົວເລກນັກທ່ອງທ່ຽວທີ່ເຂົ້າມາທ່ຽວຢູ່ເມືອງວັງວຽງຫຼຸດລົງ,ຕໍ່ກັບບັນຫາດັ່ງກ່າວນີ້ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 10 ເຜີຍໃຫ້ຮູ້ເຖິງສາເຫດທີ່ພາໃຫ້ນັກທ່ອງທ່ຽວຫຼຸດລົງເປັນເພາະຄວາມເປັນທຳມະຊາດ ແລະ ສະ ພາບແວດລ້ອມພາຍໃນເມືອງທີ່ເຄີຍອຸດົມສົມບູນພັດຖືກທຳລາຍໄປຫຼາຍແລ້ວ.

ທ່ານ ບຸນເພັງ ສາຍນໍລະດີ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 10 ແຂວງວຽງຈັນ ໄດ້ມີຄຳເຫັນຕໍ່ກອງປະຊຸມສະພາແຫ່ງຊາດໃນອາທິດທີ່ຜ່ານມາຮູ້ວ່າ: ວຽກທ່ອງທ່ຽວແມ່ນວຽກໜຶ່ງທີ່ລັດຖະບານຖືເປັນທ່າແຮງຢ່າງໜຶ່ງຂອງການເກັບລາຍຮັບເຂົ້າງົບປະມານຂອງລັດ, ແຕ່ໃນໄລຍະຜ່ານມາການພັດທະນາ,ການຄຸ້ມຄອງການພັດທະນາວຽກງານການທ່ອງທ່ຽວຍັງເຮັດບໍ່ທັນໄດ້ດີເທົ່າທີ່ຄວນເປັນຕົ້ນວັງວຽງ,ຊຶ່ງເປັນເມືອງທ່ອງທ່ຽວທີ່ມີຊື່ສຽງດັງໄປທົ່ວໂລກ ແລະ ມີນັກທ່ອງທ່ຽວຈາກປະເທດເອີຣົບ, ອາຊີເຂົ້າມາເປັນຈຳນວນຫຼວງຫຼາຍ, ບັນດາໂຮງແຮມ, ຮ້ານອາຫານເຕັມຕະຫຼອດ, ແຕ່ມາຮອດປີນີ້ (ເດືອນພຶດສະພາຜ່ານມາ), ນັກທ່ອງທ່ຽວຫຼຸດລົງເກືອບເຄີ່ງຫຼືກາຍເຄີ່ງ.

ສ່ວນສາເຫດທີ່ເຮັດໃຫ້ນັກທ່ອງທ່ຽວຫຼຸດລົງເປັນເພາະສິ່ງຈະດຶງດູດໃຫ້ນັກທ່ອງທ່ຽວມາຈຳນວນໜຶ່ງຖືກທຳ ລາຍຕົ້ນຕໍແຫຼ່ງນ້ຳຊອງ, ຖ້ຳ, ປ່າໄມ້ ແລະສະພາບແວດລ້ອມຕ່າງໆໃນເມື່ອກ່ອນໄດ້ເຮືອດແຫ້ງໄປຫຼາຍແລ້ວ, ເຫັນໄດ້ແຈ້ງວ່ານ້ຳຊອງເປັນຈຸດທີ່ເຮັດໃຫ້ນັກທ່ອງທ່ຽວໄປຂີ່ເຮືອລ່ອງຕາມສາຍດັ່ງກ່າວມາດຽວນີ້ ເຮືອໃຫຍ່ບໍ່ສາມາດຂັບໄປໄດ້, ແຫຼ່ງນ້ຳກໍເປັນພິດ ແລະເກີດມີຫອຍຄັນຫາກລົງອາບກໍກະທົບຕໍ່ສຸຂະພາບ.

ສ່ວນໜຶ່ງທີ່ເປັນຖ້ຳຕ່າງໆ ກໍໄດ້ມີການດັດແປງຫຼາຍຖ້າທຽບກັບເມື່ອກ່ອນສະເພາະຖ້ຳຈັງກໍດັງແລ້ວ, ແຕ່ມາດຽວນີ້ນັກທ່ອງທ່ຽວຫຼາຍຄົນບໍ່ໄປຖ້ຳຈັງເພາະ ບໍ່ມີຄວາມປະທັບໃຈ ເນື່ອງຈາກວ່າບໍ່ແມ່ນທຳມະຊາດແທ້ ແລະປ່າໄມ້ຈຳນວນໜຶ່ງກໍຖືກທຳລາຍ ເມື່ອກ່ອນເຄີຍເປັນບ່ອນຍ່າງປ່າ, ປີນເຂົາ ແລະ ຂີ່ສະລິງ.

ນອກນັ້ນຍັງມີບັນຫາສິ່ງແວດລ້ອມທີ່ເປີເປື້ອນ, ຂີ້ເຫຍື້ອຫຼາຍ ແລະ ອີກບັນຫາໜຶ່ງທີ່ສຳຄັນຫຼາຍເນື່ອງຈາກລັດຖະບານມີແຜນຈະສ້າງວັງວຽງເປັນເມືອງອຸດ ສາຫະກຳດ້ານການທ່ອງທ່ຽວ, ແຕ່ພັດມີສິ່ງທຳລາຍສິ່ງແວດລ້ອມຫຼາຍທີ່ສຸດຕົ້ນຕໍແມ່ນໂຮງງານຊີມັງທີ່ໄດ້ປ່ອຍມົນລະພິດສູ່ທາງອາກາດ,ຊຶ່ງເປັນສາເຫດພາໃຫ້ນັກທ່ອງທ່ຽວມາແລ້ວບໍ່ຢາກມາອີກເພາະວັງວຽງບໍ່ໄດ້ສວຍງາມຄືແຕ່ກ່ອນ ແລະບໍ່ສົດຊື່ນຄືແຕ່ກີ້.

ທ່ານ ບຸນເພັງ ສາຍນໍລະດີ ຍັງກ່າວຕື່ມວ່າ: ເພື່ອເປັນການດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວຢູ່ເມືອງວັງວຽງຫຼາຍຄືເມື່ອກ່ອນ ແລະ ເຮັດໃຫ້ຄາດໝາຍ ຂອງລັດຖະບານເປັນຈິງທີ່ວ່າຈະສ້າງ ເມືອງວັງວຽງ ເປັນເມືອງອຸດ ສາຫະກຳດ້ານການທ່ອງທ່ຽວນັ້ນກ່ອນອື່ນພາກສ່ວນທີ່ຮັບຜິດຊອບຄວນສ້າງນິຕິກຳເພື່ອ ຄຸ້ມຄອງການທ່ອງ ທ່ຽວໃຫ້ດີຂຶ້ນ, ສ້າງນິຕິກຳສະເພາະແຕ່ລະບ່ອນ ແລະແຕ່ລະທ້ອງຖິ່ນ, ພ້ອມກັບມີຜູ້ຄຸ້ມຄອງຄັກແນ່.

ແຫຼ່ງຂໍ້ມູນ: ໜັງສືພິມເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

Airline Ratings ຢືນຢັນ Vietjet ເປັນສາຍການບິນທີີ່ປອດໄພທີີ່ສຸດໃນໂລກປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 15 ມັງກອນ 2025) – Vietjet ໄດ້ຮັບການຍອມຮັບອີກຄັັ້ງວ່າເປັນໜື່ງໃນສາຍການບິນທີີ່ ປອດໄພທີີ່ສຸດໃນໂລກໂດຍ Airline Ratings ເວັບໄຊຈັດອັນດັບຄວາມປອດໄພ ແລະ ຜະລິດຕະພັນສາຍການບິນຊືີ່ ດັງ ໃນການຈັດອັນດັບປະຈໍາປີ 2025

Vietjet ຂະຫຍາຍເຮືອບິນສຳເລັດໃນປີ 2024 ຄົບ 10 ລໍາ ພ້ອມກ້າວຂຶ້ນສູ່ປີ 2025

(ນະຄອນຫຼວງວຽງຈັນ, ມັງກອນ ວັນທີ 14.2025) – Vietjet ຕ້ອນຮັບເຮືອບິນ A321neo ACF (Airbus Cabin Flex) ໃໝ່ 2 ລໍາ ຈາກ Airbus ຮອດທ້າຍປີ 2024. ສາຍການບິນຍັງໄດ້ເພີ່ມເຮືອບິນ Charter ຕື່ມອີກ 4 ລຳ ໃຫ້ແກ່ຝູງເຮືອບິນໃນວັນທີ 8 ມັງກອນນີ້ ເພື່ອຮອງຮັບຄວາມຕ້ອງການການເດີນທາງທີ່ສູງໃນຊ່ວງເທດສະການກຸດຈີນ ເຊິ່ງ​ແມ່ນ​ງານ​ເທດສະການທີ່ໃຫຍ່​ທີ່​ສຸດ​ຂອງ​ຫວຽດ​ນາມ. ຄວາມສໍາເລັດນີ້ກວມເອົາປີຂອງການຂະຫຍາຍຕົວຢ່າງຕໍ່ເນື່ອງແລະການຂະຫຍາຍຕົວຂອງເຄືອຂ່າຍເສັ້ນທາງຂອງພວກເຮົາ. ​ເຊິ່ງຈະ​ຊຸກຍູ້​ສາຍ​ການບິນ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່​ໃນ​ປີ 2025.

ທ່ຽວຊ່ວງທ້າຍປີ ດີແນວໃດ?

ເຈົ້າເປັນຄົນໜຶ່ງບໍ ທີ່ມັກວາງແຜນການທ່ອງທ່ຽວໃນຊ່ວງທ້າຍປີ? ເຊື່ອວ່າຫຼາຍຄົນຈະຕອບວ່າ “ແມ່ນ” ເພາະຊ່ວງທ້າຍປີ ແມ່ນຊ່ວງທີ່ມີຄວາມພິເສດຫຼາຍຢ່າງ ທັງເທສະການ, ຄວາມງາມຂອງບັນຍາກາດ ບວກກັບອາກາດທີ່ດີເໝາະແກ່ການເດີນທາງໄປພັກຜ່ອນຢ່ອນໃຈທີ່ສຸດ; ແຕ່ຮູ້ບໍ່ວ່າ ມັນມີຫຼາຍເຫດຜົນກວ່ານັ້ນ ທີ່ເຮັດໃຫ້ຄົນສ່ວນຫຼາຍມັກພາຕົນເອງອອກເດີນທາງທ່ອງທ່ຽວໃນຊ່ວງທ້າຍປີ ລອງມາເບິ່ງນຳກັນວ່າມີຫຍັງແດ່: