Monday, November 10, 2025
Kbank Laos โอน รับ จ่าย

ການຄຸ້ມຄອງປ່າໄມ້ ຍັງມີຄວາມທ້າທາຍຫຼາຍຢ່າງ ຕ້ອງແກ້ໄຂໃຫ້ໄດ້ ປົກຄຸມ 70% ໃນ ປີ 2020

ທ່ານ ລຽນ ທິແກ້ວ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ລາຍງານຕໍ່ກອງປະຊຸມສະພາແຫ່ງຊາດທີ່ພວມດໍາເນີນຢູ່ປັດຈຸບັນນີ້ວ່າ:

ຜ່ານມາ ລັດຖະບານໄດ້ມີນິຕິກຳກ່ຽວກັບວຽກງານປ່າໄມ້ຫລາຍສະບັບກໍຕາມ, ແຕ່ການໂຄສະນາເຜີຍແຜ່ເຊື່ອມ ຊືມ ແລະ ປູກຈິດສຳນຶກໃຫ້ກັບປະຊາຊົນໃນການຄຸ້ມຄອງ ແລະ ປົກປັກຮັກສາປ່າໄມ້ ເຫັນວ່າຍັງບໍ່ທັນເລິກເຊິ່ງ ແລະ ທົ່ວເຖິງ, ໂດຍສະເພາະແມ່ນຢູ່ຂັ້ນຮາກຖານທ້ອງຖິ່ນ.

ພ້ອມນັ້ນ, ການຈັດສັນອາຊີບທີ່ໝັ້ນຄົງ ຕິດພັນກັບການລົບລ້າງຄວາມທຸກຍາກ ໃຫ້ປະຊາຊົນບັນດາເຜົ່າ ຢູ່ເຂດພູດອຍຫ່າງໄກສອກຫລີກຍັງຂາດທຶນຮອນ ແລະ ການແນະນຳທາງດ້ານເຕັກນິກໃນການປູກ ແລະ ການລ້ຽງ ຈຶ່ງເຮັດໃຫ້ເຂົ້າເຈົ້າຍັງດຳລົງຊີວິດແບບດັ່ງເດີມ ດ້ວຍການຖາງປ່າເຮັດໄຮ່.

ໃນຂະນະດຽວກັນ, ການກວດ ກາຕິດຕາມການຈັດຕັ້ງປະຕິບັດກົດໝາຍ ຂອງອົງການອຳນາດລັດ ແຕ່ຂັ້ນສູນ ກາງຮອດທ້ອງຖິ່ນບໍ່ທັນເຂັ້ມງວດເທົ່າທີ່ຄວນ ໃນກໍລະນີມີມະຕິຄຳສັ່ງແລ້ວ ກໍຍັງມີການລະເມີດ ພາໃຫ້ເກີດມີການລັກລອບຂຸດຄົ້ນໄມ້ຢູ່ບາງບ່ອນ, ລວມທັງນະໂຍບາຍ ກະຕຸກຊຸກຍູ້ທົ່ວປວງຊົນເຂົ້າຮ່ວມໃນການຄຸ້ມ ຄອງ, ປົກປັກຮັກສາ ແລະ ຟື້ນຟູປ່າໄມ້, ການປູກໄມ້ເປັນສິນຄ້າ ຍັງບໍ່ທັນເປັນແຮງຈູງໃຈເທົ່າທີ່ຄວນ, ໂດຍສະ ເພາະແມ່ນນະໂຍບາຍແບ່ງປັນຜົນປະໂຫຍດ, ການເຂົ້າເຖິງແຫລ່ງທຶນ ແລະ ການຕະຫລາດ.

ນອກຈາກນັ້ນ, ການລົງທຶນຂອງລັດ ເຂົ້າໃນວຽກງານການຄຸ້ມຄອງ, ປົກປັກຮັກສາປ່າໄມ້ ລວມທັງວຽກປູກໄມ້ ແລະ ຟື້ນຟູປ່າ ຍັງຈຳກັດ, ລະບົບກົງຈັກການຈັດຕັ້ງຂອງຂະແໜງປ່າໄມ້ຢູ່ຂັ້ນທ້ອງຖິ່ນ ຍັງບໍ່ທັນເປັນລະບົບຄົບຊຸດ ຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານ ເປັນຕົ້ນ ຍັງຂາດກົງຈັກການຈັດຕັ້ງ ທີ່ປະຈຳການຢູ່ແຕ່ລະເຂດປ່າໄມ້ ເພື່ອເຮັດໜ້າທີ່ຄຸ້ມຄອງ ແລະ ປົກປັກຮັກສາປ່າ ໄມ້ຮ່ວມກັບປະຊາຊົນ.

ຜ່ານມາການຫັນປ່ຽນເນື້ອທີ່ປ່າໄມ້ ໄປຮັບໃຊ້ເປົ້າໝາຍອື່ນ ຍັງບໍ່ທັນຄົ້ນຄວ້າວິ ໄຈເຖິງປະສິດທິພາບ ແລະ ປະສິດທິຜົນທາງດ້ານເສດຖະ ກິດສັງຄົມ ແລະ ສິ່ງແວດລ້ອມ ເຊັ່ນ: ປ່າສະຫງວນດົງໂພສີ ເປັນເຂດເສດຖະກິດພິເສດ, ປ່າສະຫງວນດົງບ້ານໄຊ ເປັນສະໜາມກິລາແຫ່ງຊາດ ແລະ ສະໜາມກ໊ອບຊີເກມ ແລະ ປ່າສະຫງວນຫ້ວຍຍາງ ເປັນເຂດປຸກສ້າງພື້ນຖານໂຄງລ່າງຂອງລັດຖະບານ.

ແນວໃດກໍດີ, ລັດຖະບານກໍໄດ້ວາງຄາດໝາຍ ເພື່ອໃຫ້ບັນລຸເປົ້າໝາຍເນື້ອທີ່ປ່າໄມ້ປົກຫຸ້ມໃຫ້ໄດ້ 70% ຫລື 16,5 ລ້ານເຮັກຕາ ຂອງເນື້ອທີ່ທົ່ວປະເທດ ໃນປີ 2020. ມາຮອດປັດຈຸບັນ, ສາມາດກຳນົດເນື້ອທີ່ດິນປ່າໄມ້ທຳມະຊາດ ຕາມ 3 ປະເພດປ່າ ຄື:

ປ່າປ້ອງກັນ, ປ່າສະຫງວນ ແລະ ປ່າຜະ ລິດແຫ່ງຊາດ ໃນລະດັບຊາດ, ແຂວງ ແລະ ເມືອງ ໄດ້ 15,42 ລ້ານເຮັກ ຕາ, ໃນນັ້ນ ປ່າປ້ອງກັນ ມີທັງທັງໝົດ 139 ແຫ່ງ ມີເນື້ອທີ່ 7,98 ລ້ານເຮັກຕາ, ປ່າສະຫງວນ ມີ 172 ແຫ່ງ ມີເນື້ອທີ 4,93 ລ້ານເຮັກຕາ ແລະ ປ່າຜະລິດແຫ່ງຊາດ ມີທັງໝົດ 51 ແຫ່ງ ມີເນື້ອທີ່ 3,1 ລ້ານເຮັກຕາ.

ແຫຼ່ງຂໍ້ມູນ: ໜັງສືພິມລາວພັດທະນາ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.