Wednesday, July 9, 2025
Kbank Laos โอน รับ จ่าย

ສະພາຮັບຮອງເອົາຮ່າງກົດໝາຍວ່າດ້ວຍ ການຄຸ້ມຄອງສ່ວຍສາອາກອນ (ສະບັບປັບປຸງ)

ທ່ານ ສົມດີ ດວງດີ

ຮ່າງກົດໝາຍວ່າດ້ວຍ ການຄຸ້ມຄອງສ່ວຍສາອາກອນ ສະບັບປັບປຸງ ໄດ້ຖືກຮັບຮອງໃນກອງປະຊຸມສະໄໝສາ ມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີVIII, ຄັ້ງວັນທີ 17 ມິຖຸນານີ້, ໂດຍການເປັນປະທານຂອງທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ.

ພາຍຫຼັງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງການເງິນ ໄດ້ນໍາສະເໜີຮ່າງກົດໝາຍວ່າດ້ວຍ ການຄຸ້ມຄອງສ່ວຍສາອາກອນ ສະບັບປັບປຸງ ຕໍ່ກອງປະຊຸມວ່າ:  ກົດໝາຍວ່າດ້ວຍສ່ວຍສາອາກອນ ໄດ້ປັບປຸງມາແລ້ວ 5 ຄັ້ງຄື:

ໃນປີ 2001, 2002, 2005, 2011 ແລະ 2015 ຊຶ່ງເປັນສະບັບທີ່ນໍາໃຊ້ໃນປັດຈຸບັນ ແລະ ໄດ້ກວມເອົາຫຼາຍອາກອນ ເປັນຕົ້ນແມ່ນ:

ອາກອນຊົມໃຊ້, ອາກອນກໍາໄລ, ອາກອນລາຍໄດ້, ອາກອນມອບເໝົາ, ອາກອນສິ່ງແວດລ້ອມ, ຄ່າທໍານຽມ, ຄ່າບໍລິການ ແລະ ໄດ້ແຍກອາກອນມູນຄ່າເພີ່ມມາເປັນກົດໝາຍສະເພາະ ໃນປີ 2006 ແລະ ປັບປຸງ 2 ຄັ້ງ ໃນປີ  2014 ແລະ 2018. 

ຜ່ານການຈັດຕັ້ງເຫັນວ່າກົດໝາຍດັ່ງກ່າວ ມີຄວາມສໍາຄັນໃນການຄຸ້ມຄອງ ການເກັບລາຍຮັບງົບປະມານແຫ່ງລັດ ແລະ ສາມາດລະດົມແຫຼ່ງລາຍຮັບເຂົ້າງົບປະມານຂອງລັດຢ່າງຕໍ່ເນື່ອງ ເພື່ອສະໜອງດ້ານທຶນຮອນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຕ່ລະໄລຍະ.

ເຖິງຢ່າງໃດກໍຕາມ  ກົດໝາຍສະບັບປັດຈຸບັນ ຍັງບໍໄດ້ກວມເອົາການຫັນເປັນທັນສະໄໝຂອງວຽກງານຄຸ້ມຄອງສ່ວຍສາອາກອນ ບໍ່ທັນກໍານົດລະອຽດເຖິງລະບຽບ ແລະ ການນໍາໃຊ້ເລກປະຈໍາຕົວຜູ້ເສຍອາກອນ ສໍາລັບວິສາ ຫະກິດ ແລະ ລະບົບບຸກຄົນ, ລະບົບການແຈ້ງເສຍ ແລະ ມອບອາກອນດ້ວຍຕົນເອງ, ການກວດອາກອນຫຼັງແຈ້ງເສຍອາກອນຂອງຂະແໜງສ່ວຍສາອາກອນ ກໍຍັງບໍ່ທັນໄດ້ກໍານົດລະອຽດ.

ສ່ວນໂຄງປະກອບຂອງຮ່າງກົດໝາຍວ່າດ້ວຍ ການຄຸ້ມຄອງສ່ວຍສາອາກອນ ສະບັບເກົ່າ ປະກອບມີ 12 ພາກ, 11 ໝວດ ແລະ 100 ມາດຕາ, ສໍາລັບສະບັບປັບປຸງ ປະກອບມີ 12 ພາກ, 13ໝວດ ແລະ 93 ມາດຕາ. 

ສ່ວນເຫດຜົນ ແລະ ຄວາມຈໍາເປັນໃນການປັບປຸງກົດໝາຍ ການຄຸ້ມຄອງສ່ວຍສາອາກອນ ໃນຄັ້ງນີ້, ເພື່ອແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ແຕ່ລະໄລຍະໃຫ້ມີປະສິດທິຜົນ, ທັງປະຕິບັດຕາມທິດຂອງລັດຖະບານ ໃນການປະຕິຮູບການເງິນແຫ່ງລັດ ແລະ ເຂັ້ມງວດໃນການປະຕິບັດລັດຖະທໍາມະນູນ, ກົດໝາຍ ແລະ ນິຕິກໍາທີ່ກ່ຽວຂ້ອງ.

ແກ້ໄຂບັນຫາທີ່ບໍ່ສາມາດປະຕິບັດໄດ້ໃນໄລຍະທີ່ຜ່ານມາ ແລະ ອີງຕາມບົດຮຽນຂອງການຄຸ້ມຄອງສ່ວຍສາອາກອນຂອງບັນດາປະເທດໃນພາກພື້ນ ແລະ ສາກົນ  ມີນິຕິກໍາເປັນເຄື່ອງມືທີ່ສໍາຄັນຕົ້ນຕໍ ໃນການຄຸ້ມຄອງການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ, ການຄຸ້ມຄອງເສດຖະກິດມະຫາພາກ ແລະ ຫຼັກການຂອງສາກົນ ຈຶ່ງມີຄວາມຈໍາເປັນ ໃນການປັບປຸງກົດໝາຍສ່ວຍສາອາກອນສະບັບປັດຈຸບັນ.

ເມື່ອຮ່າງກົດໝາຍວ່າດ້ວຍ ການຄຸ້ມຄອງສ່ວຍສາອາກອນ ສະບັບປັບປຸງນີ້ ໄດ້ຖືກຮັບຮອງ ແລະ ປະກາດນໍາໃຊ້ ຈະມີນິຕິກໍາທີ່ເປັນບ່ອນອີງໜັກແໜ້ນຕື່ມ ໃນການຄຸ້ມຄອງ ແລະ ປະຕິບັດວຽກງານສ່ວຍສາອາກອນ, ຮັບປະ ກັນການຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍ, ຫັນວຽກງານຄຸ້ມຄອງສ່ວຍສາອາກອນສູ່ລະບົບຄຸ້ມຄອງທີ່ທັນສະໄໝ ໃຫ້ການບໍລິການ ແລະ ອໍານວຍຄວາມສະດວກທີ່ວ່ອງໄວ. 

ແຫຼ່ງຂໍ້ມູນ: ໜັງສືພິມລາວພັດທະນາ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດບຸນເຂົ້າພັນສາ

ວັນບຸນເຂົ້າພັນສາ ໃນປີນີ້ ແມ່ນກົງກັບ ວັນທີ 20 ກໍລະກົດ 2024 ຫຼື ຂຶ້ນ 15 ຄໍ່າ ເດືອນ 8 ລາວ ຊຶ່ງເປັນມື້ທີ່ຊາວພຸດທະສາສະໜາ ຈະໄດ້ພ້ອມກັນນຳພາຄອບຄົວອອກໄປຟັງທຳມະເທສະໜາ ແລະ ໄດ້ມີການກະກຽມສິ່ງຂອງຕ່າງໆ ເພື່ອໄປທຳບຸນໃນມື້ເຂົ້າພັນສາ

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.