Wednesday, March 26, 2025

ວິທີປະຕິບັດທຳເພື່ອໃຫ້ເກີດປັນຍາ ແລະ ພົ້ນອອກຈາກຄວາມທຸກ ມີຄວາມສຸກສະບາຍໃຈ

ຍ້ອນຫຍັງ ຄົນໄປປະຕິບັດທຳຍັງໃຈຮ້າຍຄືເກົ່າ ທັງບາງຄົນຍັງມີອາລົມຮ້າຍກ່ວາເກົ່າ, ເປັນຫຍັງ ຄົນປະຕິບັດທຳມາຕັ້ງແຕ່ດົນຍັງລຳລິລຳໄລມັກຈົ່ມຄືເກົ່າ ບໍ່ເຫັນຈະມີຫຍັງດີຂຶ້ນມາເລີຍ, ເປັນຫຍັງ ຫົວໜ້າຂ້ອຍຍິ່ງໄປປະຕິບັດທຳຍິ່ງມີນິໄສຮ້າຍກ່ວາເກົ່າ ຈົນລູກນ້ອງຮັບນິໄສບໍ່ໄດ້ ປະຕິບັດທຳຊ່ວຍໄດ້ແທ້ບໍ່, ເປັນຫຍັງ ເຫັນທຽວໄປວັດ, ທຽວໄປຖືສິນ, ແຕ່ກໍຍັງເຫັນໂລບມາກ ໂລພາຄືເກົ່າ, ມັກຕິສິນນິນທາຢູ່ຄືເກົ່າ ?

ຄຳສອນຂອງພະພຸດທະເຈົ້າ 84.000 ພະທຳມະຂັນມີຈຸດມຸ່ງໝາຍດຽວກັນໝົດ ຄື ເພື່ອຄວາມດັບທຸກ ຖ້າຄົນໜຶ່ງບອກວ່າສຶກສາ ແລະ ປະຕິບັດທຳມາດົນຫລາຍສິບປີ ແລະ ຍັງຄົງປະຕິບັດຢູ່ທຸກມື້ຢ່າງເຄັ່ງຄັດບໍ່ເຄີຍຂາດ, ແຕ່ຍັງດູຖູກດູໝິ່ນຄົນ, ຍັງມີບັນຫາກັບລູກກັບຜົວຢູ່ເກືອບທຸກມື້ ຄົນຜູ້ນັ້ນສົມຄວນຈະຕ້ອງກັບມານັ່ງທົບທວນເບິ່ງແລ້ວວ່າ ການປະຕິບັດທຳທີ່ຜ່ານມານັ້ນ ຜິດພາດຢູ່ບ່ອນໃດ.

ການປະຕິບັດທຳກໍປຽບດັ່ງການຮຽນຮູ້ໃນສາຂາວິຊາຊີບອື່ນໆ ຄືກັບການທ່ອງສູດເລກຄູນ, ສູດເລກຄູນບໍ່ໄດ້ມີໄວ້ເພື່ອທ່ອງຢ່າງດຽວ, ແຕ່ຕ້ອງເອົາໄປໃຊ້ໃຫ້ເກີດປະໂຫຍດໄດ້ນຳ ໂດຍການປະຕິບັດທຳ ຄື ການປະຕິບັດເພື່ອຄວາມພົ້ນທຸກ, ແຕ່ເມື່ອຊີວິດຕ້ອງປະສົບຄວາມທຸກ ຊຳ້ພັດເອົາໂຕບໍ່ລອດ, ບໍ່ສາມາດພາໃຈຕົນເອງອອກຈາກທຸກໄດ້ ທັງຍັງຫາເລື່ອງທຸກມາໃສ່ໃຈອີກ ແບບນີ້ຕ້ອງຢຸດ ແລ້ວທົບທວນ ຢ່າດຶງດັນເຮັດໄປໃຫ້ເສຍເວລາ.

ສ່ວນຫລາຍແລ້ວທົບທວນເອງບໍ່ຄ່ອຍໄດ້ ເພາະມັກຈະຕົກລົງໄປໃນຮ່ອງຄວາມຄິດເກົ່າໆ ໃນທີ່ສຸດກໍປະຕິບັດແບບເກົ່າໆ ຈຶ່ງຂຶ້ນຈາກຂຸມບໍ່ໄດ້ຈັກເທື່ອ ແນະນຳໃຫ້ປຶກສາຜູ້ຮູ້ ການປະຕິບັດທຳຕ້ອງມີຄູບາອາຈານແນະນຳສັ່ງສອນ ແລະ ສິ່ງສຳຄັນ ຢ່າຕິດຮູບແບບ, ຢ່າຍຶດຕິດແນວທາງຈົນເກີນໄປ ຖ້າທາງນີ້ບໍ່ໄດ້ຜົນກໍຕ້ອງປ່ຽນ.

ໃນເບື້ອງຕົ້ນຂອງການປະຕິບັດທຳ ເຮົາຈຳເປັນຕ້ອງມີຮູບແບບ ຫລື ແນວທາງການປະຕິບັດ ເມື່ອປະຕິບັດໄປເລື້ອຍໆ ເຮົາຕ້ອງຮູ້ຈັກສັງເກດ, ຮູ້ຈັກພິຈາລະນາໄຕ່ຕອງ, ທົບທວນການປະຕິບັດຂອງເຮົາວ່າໄດ້ຫຍັງແດ່ຈາກການປະຕິບັດທຳ, ກິເຫລດໂຕໃດຫລຸດລົດໄປແດ່, ເວລາຈະຮ້າຍ ຮູ້ໂຕໄວຂຶ້ນຫລືບໍ່ ແບບນີ້ເປັນຕົ້ນ ບໍ່ແມ່ນວ່າເມົາແຕ່ຫລັບຫູຫລັບຕາເຮັດໄປຕາມເຂົາວ່າ ເມື່ອໃຜຖາມວ່າໄປປະຕິບັດທຳມາເປັນແນວໃດແດ່ ກໍຕອບວ່າ ກໍດີ ແລ້ວມັນດີແນວໃດ ການປະຕິບັດທຳແມ່ນການລົງມືເຮັດຕາມພະທຳຄຳສອນຂອງພະພຸດທະເຈົ້າ.

ພະພຸດທະເຈົ້າສອນເລື່ອງຫຍັງ ເພິ່ນສອນເລື່ອງນິບພານ, ສອນເລື່ອງຄວາມພົ້ນທຸກ, ຄວາມທຸກຂອງມະນຸດເກີດຈາກຫຍັງ ? ເກີດຈາກຄວາມຄິດປຸງແຕ່ງ, ເກີດຈາກກິເຫລດ, ຕັນຫາ, ອຸປະທານ, ຄວາມຄິດປຸງແຕ່ງ, ກິເຫລດຕັນຫາ, ອຸປະທານເປັນຮູບປະທຳ ຫລື ນາມມະທຳ. ນາມມະທຳຕ້ອງໃຊ້ຫຍັງໃນການຮຽນຮູ້ຂັດເກົາ ? ໃຊ້ສິ່ວ, ໃຊ້ຕະໄບ, ເຈ້ຍຊາຍໄດ້ບໍ່ ຄຳຕອບຄື ບໍ່ໄດ້.

ນາມມະທຳຕ້ອງໃຊ້ນາມມະທຳໃນການຮຽນຮູ້ ແລະ ພັດທະນາ. ແລ້ວເຮົາຈະໃຊ້ນາມມະທຳຫຍັງ ?

ປະຕິບັດທຳແນວໃດໃຫ້ເກີດປັນຍາ
ພະພຸດທະເຈົ້າສອນວ່າ : ປັນຍາເທົ່ານັ້ນທີ່ປະຫານກິເຫລດໄດ້ ເຮົາຕ້ອງໃຊ້ນາມມະທຳທີ່ຊື່ວ່າປັນຍາເທົ່ານັ້ນໃນການຂັດເກົາຈິດໃຈ ຕ້ອງເປັນພາວະນາມະຍະປັນຍາທີ່ເກີດຂຶ້ນຈາກການພິຈາລະນາໄຕ່ຕອງຈົນເຫັນຄວາມຈິງຂອງທຳມະຊາດ ເຫັນທຳມະຊາດຂອງຈິດວ່າເປັນແນວໃດ, ເຫັນທຳມະຊາດຂອງກິເຫລດວ່າເຮັດວຽກແນວໃດ, ເຫັນທຳມະຊາດຂອງສັນຍານ, ສັງຂານ ວ່າເຮັດວຽກແນວໃດ ທັງຫລາຍທັງປວງນີ້ສາມາດເຫັນໄດ້ດ້ວຍຍານທັດສະນະ ຄື

ການເບິ່ງເຂົ້າມາໃນຈິດ, ສຶກສາອາການຂອງຈິດ ເຊິ່ງຕ້ອງໃຊ້ທັງສະຕິ, ສະມາທິ ແລະ ປັນຍາໃນການໄຕ່ຕອງ, ສັງເກດ, ທົດສອບທົດລອງ ທີ່ເອີ້ນວ່າ ປະຕິບັດນອກຂອບແດ່.

ການປະຕິບັດທຳຕາມຮູບແບບກໍຄືເຮົາກຳລັງຍ່າງຂ້າມຂົວໄມ້ໄຜ່ ທຳອິດຕ້ອງຈັບຮາວຂົວໄປກ່ອນ ແຕ່ເມື່ອຍ່າງໄປດົນໆເຮົາຕ້ອງລອງປ່ອຍມືຈາກຮາວຂົວເບິ່ງ ຢ່າຢ້ານຜິດ, ປ່ອຍທຸກຢ່າງໄປຕາມທຳມະຊາດແດ່, ຝຶກຟັງສຽງຫົວໃຈໂຕເອງແດ່, ຄູບາອາຈານເພິ່ນຈຶ່ງບອກໄວ້ວ່າ ເຮັດໄປເລື້ອຍໆ ແລ້ວເຮົາຈະຮູ້ເອງວ່າເຮົາຄວນເຮັດຫຍັງຕໍ່ໄປ. ປັນຫາມັນຢູ່ບ່ອນວ່າ ຮູ້ແລ້ວບໍ່ກ້າເຮັດ, ຢ່າຢ້ານ ຜິດກໍເລີ່ມໃໝ່ ຖ້າບໍ່ລອງແລ້ວຈະຮູ້ໄດ້ແນວໃດ.

ແຫຼ່ງຂໍ້ມູນ: ໜັງສືພິມລາວພັດທະນາ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

5 ວິທີຜ່ອນຄາຍ ຄວາມກົດດັນໃນບ່ອນເຮັດວຽກ

ເມື່ອຜ່ານຄວາມເມື່ອຍ ຄວາມກົດດັນ ຈາກຊ່ວງໄວຮຽນແລ້ວ ກໍຍັງຕ້ອງປະເຊີນໜ້າກັບຄວາມກົດດັນຈາກການເຮັດວຽກ ມື້ໜຶ່ງສະເລ່ຍແລ້ວເຮົາຢູ່ບ່ອນເຮັດວຽກຫຼາຍກວ່າຢູ່ເຮືອນ ບາງຄົນໂຊກດີໄດ້ເຮັດວຽກທີ່ມັກ ບ່ອນເຮັດວຽກສະພາບແວດລ້ອມດີ ກໍຊ່ວຍຫຼຸດຜ່ອນຄວາມຄຽດ ຄວາມກົດດັນ ຄວາມເມື່ອລ້າໄປໄດ້ເລັກນ້ອຍ ແຕ່ກໍຍັງມີຫຼາຍຄົນທີ່ຕ້ອງເຮັດວຽກພາຍໃຕ້ຄວາມກົດດັນ ທັງໜ້າວຽກ ເພື່ອນຮ່ວມງານ ແລະ ສະພາບແວດລ້ອມທີ່ບໍ່ເປັນໃຈ ສິ່ງເຫຼົ່ານີ້ຈະເປັນຕົວອັນຕະລາຍທີ່ກັດກິນເຮົາໄປໃນທຸກມື້.

VietJet ຂະຫຍາຍການເຊື່ອມຕໍ່ທົ່ວໂລກດ້ວຍການບໍລິການໃໝ່ເຊື່ອມຕໍ່ລະຫວ່າງຫວຽດນາມ ກັບ ອິນເດຍ ແລະ ຍີ່ປຸ່ນ

(ນະຄອນຫຼວງວຽງຈັນ, 21 ມີນາ 2025) – VietJet ສືບຕໍ່ຂະຫຍາຍການບິນສາກົນ ດ້ວຍການເປີດນຳໃຊ້ 2 ເສັ້ນທາງການບິນໂດຍກົງໃໝ່ທີ່ເຊື່ອມຕໍ່ສູນກາງເສດຖະກິດຫວຽດນາມ ໂຮ່ຈີມິນ ກັບ Hyderabad ແລະ Bengaluru ຂອງອິນເດຍ. ພ້ອມນັ້ນ, ສາຍການບິນຍັງໄດ້ປະກາດ 2 ສາຍການບິນໂດຍກົງໃໝ່ລະຫວ່າງນະຄອນ ໂຮ່ຈີມິນ ກັບ Nagoya ແລະ Fukuoka ຂອງຍີ່ປຸ່ນ. ເສັ້ນທາງໃໝ່ເຫຼົ່ານີ້ນຳເອົາຈຳນວນເສັ້ນທາງສາກົນໃໝ່ທັງໝົດຂອງ VietJet ຂຶ້ນເປັນ 10 ເສັ້ນໃນເວລາພຽງ 2 ເດືອນ ເພື່ອຊຸກຍູ້ການເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ ຈີນ, ອິນເດຍ, ຍີ່ປຸ່ນ ແລະ ສິງກະໂປ.

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ