Saturday, April 26, 2025
Kbank Laos โอน รับ จ่าย

ເຕັກນິກການບໍລິຫານເວລາ ສຳລັບຄົນມັກອ້າງວ່າ “ບໍ່ມີເວລາ”

ເຊົາອ້າງວ່າ ບໍ່ມີເວລາ ດ້ວຍເຕັກນິກການບໍລິຫານເວລາທີ່ຈະຊ່ວຍໃຫ້ທ່ານມີເວລາໃຫ້ກັບໂຕເອງ ແລະ ສິ່ງທີ່ທ່ານຮັກ.

ແລ້ວຈຶ່ງນັດກັນໃໝ່ ເຮົາບໍ່ມີເວລາ”ໃນຊີວິດປະຈຳວັນເຮົາອາດໄດ້ຍິນຄຳເວົ້າໃນລັກສະນະນີ້ຫລາຍເທື່ອ ເຊິ່ງຫລາຍເທື່ອກໍແມ່ນໂຕເຮົາເອງທີ່ເປັນຜູ້ເວົ້າປະຕິເສດ ໂດຍໃຊ້ຄຳວ່າ “ບໍ່ມີເວລາ”. ຫາກທ່ານຮູ້ສຶກວ່າໂຕເອງບໍ່ມີເວລາພຽງພໍທີ່ຈະຈັດການພາລະກິດຕ່າງໆໃນແຕ່ລະມື້ໃຫ້ສຳເລັດລຸລ່ວງ, ຫາກທ່ານກຳລັງຮູ້ສຶກວ່າວຽກໃນແຕ່ ລະມື້ນັ້ນມີຫລວງຫລາຍລົ້ນມືຈົນເຮັດເທົ່າໃດກໍບໍ່ທັນ ຫລື ຮູ້ສຶກວ່າທ່ານບໍ່ມີເວລາທີ່ຈະອອກໄປທ່ອງທ່ຽວ, ພັກຜ່ອນ, ເຮັດສິ່ງທີ່ຢາກເຮັດ ທີ່ຈະຊ່ວຍໃຫ້ຄົນບໍ່ມີເວລາຄືທ່ານກາຍເປັນຄົນທີ່ມີເວລາໃຫ້ສຳລັບຄົນທີ່ທ່ານຮັກ ແລະ ກິດຈະກຳທີ່ທ່ານມັກຍິ່ງຂຶ້ນ.

– ເຮັດລາຍການສິ່ງທີ່ຕ້ອງເຮັດ: ຈົດລາຍການສິ່ງທີ່ທ່ານຕ້ອງເຮັດທັງໝົດ ພ້ອມກຳນົດສົ່ງ ຫລື ເສັ້ນຕາຍທີ່ວຽກນັ້ນຕ້ອງແລ້ວ ເພື່ອບໍ່ໃຫ້ເກີດບັນຫາວຽກຕົກຫລົ່ນຫລົງລືມໄປ ທ່ານຈະໄດ້ຮູ້ວ່າມີວຽກຈຳນວນຈັກຢ່າງທີ່ຕ້ອງເຮັດ, ວຽກໃດຍາກງ່າຍ, ວຽກໃດໃຊ້ເວລາເຮັດຫລາຍ ຫລື ໜ້ອຍ, ວຽກໃດຮີບດ່ວນກ່ວາກັນ, ເລືອກເຮັດວຽກຕາມລຳດັບ, ວາງແຜນໃຫ້ວຽກແຕ່ລະວຽກສຳເລັດທັນພາຍໃນກຳນົດ ແລ້ວຢ່າລືມເຜື່ອເວລາສຳລັບກວດສອບລາຍລະອຽດ, ທົບທວນເບິ່ງຄວາມຮຽບຮ້ອຍຂອງວຽກແຕ່ລະວຽກຕື່ມນຳ.

 – ຈັດລຳດັບຄວາມສຳຄັນຂອງວຽກທີ່ຕ້ອງເຮັດ : ຫລັງຈາກທີ່ເຮົາຮູ້ແລ້ວວ່າເຮົາມີວຽກທີ່ລໍຖ້າໃຫ້ເຮັດຢູ່ທັງໝົດຈັກວຽກ, ແຕ່ລະວຽກຮີບດ່ວນເທົ່າໃດ ກໍມາຮອດເວລາຈັດລຳດັບຄວາມສຳຄັນຂອງວຽກແຕ່ລະວຽກແລ້ວ. ວຽກໃດຍາກ ຮີບເອົາວຽກນັ້ນມາເຮັດກ່ອນ, ວຽກໃດຮີບດ່ວນ ກໍຮີບຈັດສັນເວລາມາເຮັດໃຫ້ແລ້ວສົມບູນ,  ພະຍາຍາມຢ່າຖິ້ມວຽກເກົ່າໄວ້ໃຫ້ຄ້າງຄາ ເພາະຍິ່ງເວລາຜ່ານໄປດົນ ວຽກທີ່ເຮັດຄ້າງໄວ້ກໍຍິ່ງຂາດຄວາມຕໍ່ເນື່ອງ, ເວລາໃນການເຮັດກໍຍິ່ງໜ້ອຍລົງເລື້ອຍໆ ຈົນເລີ່ມທໍ້ໃຈທີ່ຈະເຮັດ ກາຍເປັນການດອງວຽກໄປເລື້ອຍໆຈົນໝົດໄຟໃນການເຮັດວຽກໄປເລີຍ.

 – ເຮັດຕາຕະລາງຕາມຄວາມເປັນຈິງ : ຈັດລຳດັບຄວາມສຳຄັນຂອງວຽກແຕ່ລະວຽກແລ້ວໆ ຢ່າລືມຈັດສັນເວລາເພື່ອເຮັດວຽກນັ້ນນຳ. ການບໍລິຫານເວລາທີ່ດີບໍ່ແມ່ນການຫັກໂຫມລຸຍເຮັດວຽກຢູ່ຕະຫລອດເວລາຈົນບໍ່ໄດ້ຫລັບໄດ້ນອນ ບໍ່ມີເວລາພັກຜ່ອນ ຕ້ອງຮີບກິນອາຫານ ຫລື ບໍ່ມີເວລາອອກໄປພົບໃຜເລີຍ, ແຕ່ການບໍລິຫານເວລາທີ່ດີແມ່ນການຈັດສັນເວລາໃຫ້ກັບກິດ ຈະກຳໃນຊີວິດປະຈຳວັນຂອງທ່ານຢ່າງລົງໂຕ, ມີສັດສ່ວນທີ່ເໝາະສົມ ເອີ້ນໄດ້ວ່າສຸຂະພາບດີ, ສັງຄົມດີ ແລະ ວຽກກໍອອກມາດີນຳອີກ.

ລອງພິຈາລະນາເບິ່ງຕາຕະລາງຊີວິດຂອງທ່ານໃນແຕ່ລະມື້ ວ່າແຕ່ລະມື້ທ່ານໃຊ້ເວລາໄປກັບຫຍັງຫລາຍໜ້ອຍປານໃດ, ມີເວລາໃນສ່ວນໃດທີ່ຫລາຍ ຫລື ໜ້ອຍເກີນໄປຫລືບໍ່ ເຊັ່ນ : ນອນໜ້ອຍເກີນໄປ, ມີເວລາພັກຜ່ອນໜ້ອຍເກີນໄປ, ມີເວລາເຮັດວຽກຫລາຍເກີນໄປ, ບໍ່ມີເວລາຈັດສັນເວລາສຳລັບອອກກຳລັງກາຍ ແລະ ພົບປະໝູ່ເພື່ອນເລີຍ, ລອງປັບປ່ຽນ, ເພີ່ມ ຫລື ຫລຸດອັດຕາສ່ວນຂອງເວລາໃນການເຮັດກິດຈະກຳຕ່າງໆໃຫ້ເໝາະສົມເພື່ອທີ່ທ່ານຈະໄດ້ມີເວລາສຳລັບເຮັດວຽກຕ່າງໆໃຫ້ຢ່າງພໍດີ ບໍ່ກະທົບສຸຂະພາບ ແລະຄວາມສຳພັນຂອງທ່ານ.

 – ບໍ່ຮັບວຽກຫລາຍຈົນເກີນພໍດີ : ທຸກຄົນມີເວລາມື້ລະ 24 ຊົ່ວໂມງເທົ່າກັນ ຂຶ້ນຢູ່ກັບວ່າແຕ່ລະຄົນຈະໃຊ້ເວລາ 24 ຊົ່ວໂມງນີ້ຢ່າງເໝາະສົມກຸ້ມຄ່າຊໍ່າໃດ ຫາກທ່ານຮູ້ສຶກວ່າເວລາ 24 ຊົ່ວໂມງບໍ່ພຽງພໍຕໍ່ການເຮັດວຽກທຸກຢ່າງຂອງທ່ານໃຫ້ສຳເລັດລຸລ່ວງ ກໍເຖິງເວລາທີ່ທ່ານຈະຕ້ອງເລືອກປະຕິເສດວຽກບາງຢ່າງອອກໄປຈາກຊີວິດຂອງທ່ານແດ່ແລ້ວ ເພາະເຮົາບໍ່ສາມາດເຮັດວຽກທຸກວຽກໃຫ້ແລ້ວທັນພາຍໃນໄລຍະເວລາທີ່ມີຢູ່ໄດ້ ນອກຈາກຈະເຮັດໃຫ້ທ່ານກາຍເປັນຄົນທີ່ເຮັດວຽກລ່າຊ້າ, ບໍ່ກົງຕໍ່ເວລາແລ້ວ ຍັງ ເຮັດໃຫ້ຕາຕະລາງເວລາຂອງຊີວິດທ່ານເສຍຄວາມດຸ່ນດ່ຽງນຳ. ສະນັ້ນ, ເລືອກຮັບວຽກແຕ່ພໍດີ ເທົ່າທີ່ສາມາດເຮັດໄດ້ ເພື່ອການບໍລິຫານເວລາຢ່າງມີປະສິດທິພາບ.

ແຫຼ່ງຂໍ້ມູນ: ໜັງສືພິມລາວພັດທະນາ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະເຈົ້າແສນແຊ່!ພຣະພຸດທະຮູບອົງສັກສິດຂອງແຂວງບໍ່ແກ້ວ

ພຣະເຈົ້າແສນແຊ່ ທີ່ປະດິດສະຖານໄວ້ທີ່ ວັດສີບຸນເຮືອງ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ເ້ປັນອີກໜຶ່ງພຣະພຸດທຸຮູບອົງສັກສິດ ທີ່ປະຊາຊົນຊາວແຂວງບໍ່ແແກ້ວໃຫ້ຄວາມເຄົາລົບນັບຖື.

ວັດວິຊຸນນະຣາດ (ພຣະທາດໝາກໂມ) ນະຄອນຫຼວງພຣະບາງ

#ວັດວິຊຸນ ເປັນວັດທີ່ເກົ່າແກ່ໃນຫຼວງພະບາງ ສ້າງຕັ້ງຂຶ້ນໃນປີ 1512 ໃນສະໄໝຂອງ ເຈົ້າຊີວິດວິຊຸນນະລາດ (1501-1520) ໂຄງຫຼັງຄາມີສອງຊັ້ນ, ເປັນຊົງສິລະປະແບບຊາວພວນ, ມີ 12 ເສົາ, ລວງສູງ 30 ແມັດ. ໃນຂອບເຂດວັດວິຊຸນມີສະຖາປັດຕິຍະກໍາທີ່ລະອຽດອ່ອນທີ່ຊົງຄຸນຄ່າ ແລະ ງົດງາມ.

Vietjet ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວ, ສະ​ເໜີ​ທາງ​ເລືອກ​ທີ່ຫຼາກຫຼາຍ​ ​ໃນການ​ທ່ອງ​ທ່ຽວ​ຫວຽດນາມ​ໃນ​ລະດູ​ຮ້ອນ​ນີ້

(ນະຄອນຫຼວງວຽງຈັນ, ວັນທີ 23 ເມສາ 2025) – Vietjet ເປີດຕົວ 2 ເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ກັບເກາະໂກນດ່າວ ເກາະທີ່ມີທຳມະຊາດສວຍງາມຂອງປະເທດຫວຽດນາມ, ການເປີດຕົວເສັ້ນທາງໃໝ່ນີ້ຈະຊ່ວຍປັບປຸງການເຊື່ອມຕໍ່ພາຍໃນຂອງສາຍການບິນ ​ແລະ ສະໜອງ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຖິງ​ສະຖານທີ່ສຳຄັນດ້ານ​ປະຫວັດສາດ ​ແລະ ຈຸດໝາຍປາຍທາງອັນສັກສິດ​ຂອງ​ຫວຽດນາມ.