
ຄູ ສະລາ ຄຸນນະວຸດ ນັກແຕ່ງເພງດັ່ງໃນຕໍານານ ຈາກປະເທດໄທ ແລະ ເປັນອາຈານ ນັກຮ້ອງດັ່ງຫລາຍໆຄົນ ເຊັ່ນ: ຕ່າຍ ອໍລະໄທ, ດາວ ບ້ານດອນ, ໄມ ພິລົມພອນ, ໄຜ ພົງສະທອນ ແລະ ອີກຫລາຍໆຄົນ. ໄດ້ເປິດໂຕ Project ໃໝ່ ສິລະປິນຝັ່ງໄທ Cover ເພງດັ່ງຝັ່ງລາວ “Cover ຂ້າມຂອງ”

ມາເທື່ອນີ້ ຄູສະລາ ໄດ້ເລືອກ ເອົາເພງ ແຟນບໍ່ຊັດເຈນ ຂອງ ນັກຮ້ອງສາວຝັ່ງລາວ “ຟ້າ ທະວີພອນ” ທີ່ເປັນ ຜົນງານການປະພັນຂອງ “ຄົມ ຊະນະ” ເຈົ້າຂອງຜົນງານເພງດັ່ງຫຼາຍໆເພງ ເປັນຕົ້ນແມ່ນ: ແຟນປັດຈຸບັນ ສຳຄັນສໍ່າໃດ.

ໂດຍໄດ້ນັກຮ້ອງສາວ “ວຽງ ນະລຶມົນ” ເປັນຜູ້ປະເດີມ ເພງທຳອິດ ກັບໂຄງການພິເສດນີ້ ແຕ່ບໍ່ແມ່ນເພງທຳອິດທີ່ຄູ ສະລາ ເຄີຍເຮັດມາ ເພາະກອນໜ້ານີ້ ກໍໄດ້ໃຫ້ນັກຮ້ອງ ໜຸ່ມ ຕີ ໄຊນະຣົງ ໄດ້ Cover ເພງທຳອິດໄປ ຄືເພງ ອົກຫັກທີ່ຮ້ານເລືອດແປງ

Hits: 7