
ຫ້ອງສະໝຸດເປັນບ່ອນ ສຶກສາ ຄົ້ນຄວ້າ ດ້ວຍຕົວເອງ. ເປັນການຄົ້ນຄ້ວາ ຫາຄວາມຮູ້ຈາກເອກະສານຕ່າງໆ ທີ່ໄດ້ຈັດໄວ້ເປັນ ຈຸດໃຜຈຸດມັນຕາມແຕ່ລະໝວດໝູ່ ບາງເທື່ອກໍຊອກເຫັນຂໍ້ມູນທີ່ຢາກໄດ້ແດ່ ແຕ່ບາງເທື່ອກໍຊອກບໍ່ເຫັນ.
ມາຮອດປັດຈຸບັນ ມີຫ້ອງສະໝຸດແບບໃໝ່ ທີ່ເອີ້ນວ່າ: ຫ້ອງສະໝຸດອອນລາຍ ໂດຍຖ້າໃຜຕ້ອງການຢາກຮຽນຮູ້ຫຍັງ ສຶກສາຫຍັງ ຂໍສາມາດເຂົ້າໄປຮຽນຮູ້ຕາມ ໝວດໝູ່ໄດ້ເລີຍ. ຫ້ອງສະໝຸດແບບນີ້ກໍດີ ເພາະໄດ້ປະຫຍັດເຈ້ຍ ໂດຍບໍ່ຕ້ອງໄປຕັດຕົ້ນໄມ້ ທຳຮ້າຍປ່າອີກ
ຫ້ອງສະໝຸດອອນລາຍ ຫຼື E-books (ສູນລວມປື້ມແບບເອເລັກໂຕຼນິກ) ໄດ້ສ້າງ ແລະ ພັດທະນາໂດຍ: ສະຖາບັນ ເຕັກໂນໂລຊີ ຄອມພິວເຕີ ແລະ ເອເລັກໂຕຼນິກ. ຫາກຜູ້ໃດສົນໃຈ ກໍສາມາດ ເຂົ້າອ່ານຕາມ Link ທາງດ້ານລຸ່ມນີ້ເລີຍ.
HOME
Hits: 23