ຂໍຂອບໃຈນຳຜູ້ສະໜັບສະໜູນ

ວັນທີ 17 ມີຖຸນາ 2019 ພະແນກກະສິກໍາ ແລະ ປ່າໄມ້ແຂວງຫຼວງນໍ້າທາ ຮ່ວມກັບເຈົ້າໜ້າທີ່ປະຈໍາດ່ານສາກົນບໍ່ເຕັ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ຈັດພິທີທໍາລາຍຊີ້ນໝູແຊ່ແຂງ ທີ່ນໍາເຂົ້າຈາກ ສປຈີນ ຈໍານວນ 2 ໂຕນ ລວມເປັນມູນຄ່າ 80 ລ້ານກີບ ຢູ່ທີ່ເຂດເສດຖະກິດບໍ່ເຕ່ນແດນງາມ ໂດຍມີທ່ານ ຄໍາແພງ ພານາວັນ ຫົວໜ້າຂະ ແໜງລ້ຽງສັດ ແລະ ການປະມົງ ພະແນກກະສິກໍາ ແລະ ປ່າໄມ້ແຂວງຫຼວງນໍ້າທາ, ພ້ອມດ້ວຍເຈົ້າໜ້າທີ່ປະຈໍາດ່ານສາກົນບໍ່ເຕ່ນ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.


ການທໍາລາຍຊີ້ນໝູແຊ່ແຂງຄັ້ງນີ້ ແມ່ນເຈົ້າໜ້າທີ່ສັດຕະວະແພດ ພະແນກກະສິກໍາ ແລະ ປ່າໄມ້ແຂວງຫຼວງນໍ້າທາ ປະຈໍາດ່ານສາກົນບໍ່ເຕ່ນ ໄດ້ກວດລົດ ໝາຍເລກທະບຽນ AD 8658 ລົດຈີນ ໃນເວລາ 15 ໂມງ 30 ນາທີ ຂອງວັນທີ 15 ມິຖຸນາ 2019 ໄດ້ພົບເຫັນຊີ້ນໝູແຊ່ແຂງ ຈໍານວນ 200 ແກັດ, ລວມນໍ້າໜັກ 2000 ກິໂລກະລາມ ຫຼື 2 ໂຕນ ຈາກທ້າວ ອາມິງ ຄົນຈີນ ອາຍຸ 50 ປີ ເປົ້າໝາຍແມ່ນນໍາເອົາຊີ້ນໝູແຊ່ແຂງໂດຍສະເພາະແມ່ນນົມໝູ ນໍາເຂົ້າມາແຕ່ ສປຈີນເພື່ອຈະນໍາໄປຈໍາໜ່າຍຢູ່ສປປລາວ ຈີ່ງຖືກເຈົ້າໜ້າທີ່ຍຶດ ພ້ອມທັງເຮັດບົດບັນທຶກ ແລະ ກ່າວເຕືອນຜູ້ກ່ຽວ. ມາໃນວັນທີ 17 ມີຖຸນາ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຈິ່ງໄດ້ຈັດພິທີທໍາລາຍ ເພື່ອປ້ອງກັນການລະບາດພະຍາດອະຫິວາໝູອັບຟຣິກາ ແຜ່ລາມເຂົ້າ ສປປລາວ.
ທ່ານ ຄໍາແພງ ພານາວັນ ຫົວໜ້າຂະແໜງລ້ຽງສັດ ແລະ ການປະມົງ ພະແນກກະສິກໍາ ແລະ ປ່າໄມ້ແຂວງຫຼວງນໍ້າທາ ໄດ້ຮຽກຮ້ອງເຖິງພໍ່ຄ້າຊາວຂາຍ ໃຫ້ເອົາໃຈໃສ່ປະຕິບັດຕາມການແຈ້ງການກ່ຽວກັບການສະກັດກັ້ນຫ້າມນໍາເຂົ້າໝູ ແລະ ຜະລິດຕະພັນໝູທຸກຊະນິດ ລວມທັງຜະລິດຕະພັນປຸງແຕ່ງເບື້ອງຕົ້ນຈາກ ສປຈີນ ແລະ ສສຫວຽດນາມ ເຂົ້າສູ່ ສປປລາວ ເພື່ອປ້ອງກັນສະກັດກັ້ນບໍ່ໃຫ້ພະຍາດອະຫິວາໝູອັບຟຣິກາ ແຜ່ລະບາດເຂົ້າສູ່ສປປລາວ


ພາຍຫຼັງປະຕິບັດຕາມການແຈ້ງການກ່ຽວກັບການສະກັດກັ້ນຫ້າມນໍາເຂົ້າໝູ ແລະ ຜະລິດຕະພັນໝູທຸກຊະນິດ ລວມທັງຜະລິດຕະພັນປຸງແຕ່ງເບື້ອງຕົ້ນຈາກ ສປຈີນ ແລະ ສສຫວຽດນາມ ເຂົ້າສູ່ ສປປລາວ ມາເຖິງປັດຈຸບັນ ແຂວງຫຼວງນໍ້າທາ ໄດ້ຍຶດ ແລະ ທໍາລາຍຊີ້ນໝູນໍາເຂົ້າຈາກ ສປຈີນ ລວມທັງໝົດ 3 ຄັ້ງ, ລວມຊີ້ນໝູດິບຈໍານວນ 7,4 ໂຕນ ແລະ ຊີ້ນໝູແຫ້ງ 500 ກິໂລກະລາມ ລວມມູນຄ່າເສຍຫາຍທັງໝົດ 300 ກ່ວາລ້ານກີບ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ຂ່າວໂດຍ:ກິ່ນນາລົມ ແອ່ນຖ່າຍໄທ

ທີ່ມາ: ຂ່າວສານ ຫຼວງນໍ້າທາ

Hits: 3

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້