1. ຊົນເຜົ່າຕ່າງໆທີ່ປະກອບເຂົ້າເປັນຊາດລາວ
ຊາດລາວແມ່ນຊາດຫນຶ່ງທີ່ເກົ່າແກ່ ເຊິ່ງມີທີ່ຕັ້ງພູມລໍາເນົາຢູ່ແຫລມອິນດູຈີນແຫ່ງນີ້ ມາຕັ້ງແຕ່ສະໄຫມບູຮານຈົນຮອດສະໄຫມປັດຈຸບັນບໍ່ຕໍ່າກວ່າ 2500 ປີມາແລ້ວ. ( ສິລາ ວີລະວົງ, 1957: 1) ໂດຍອີງຕາມອົງການທີ່ກ່ຽວຂ້ອງທີ່ໄດ້ສຶກສາຄົ້ນຄວ້າສັບຊ້ອນ, ຈັດແບ່ງຊື່ເອີ້ນຂອງເຜົ່າຕ່າງໆຄືນອີກ ແລະ ອີງຕາມການຕົກລົງເຫັນດີຂອງກອງປະຊຸມຄົ້ນຄວ້າປຶກສາຫາລືຊື່ເອີ້ນຂອງເຜົ່າໃນ ສ.ປ.ປ ລາວ ໃນຄັ້ງວັນທີ 14-15/08/ 2000 ແລະວາລະປະຊຸມສະພາແຫ່ງຊາດ ສະໄຫມທີ 6 ຊຸດທີ VI ໄດ້ຮັບຮອງວ່າ ປະເທດລາວມີ 49 ເຜົ່າ (ປັດຈຸບັນນີ້ ມີ 50 ເຜົ່າ) ແລະມີ 4 ຫມວດໃຫຍ່, ສ່ວນການຈັດແບ່ງເປັນ 4 ຫມວດໃຫຍ່ນັ້ນ ແມ່ນອີງໃສ່ຫມວດທີ່ໃຊ້ພາສາ, ວັດທະນະທໍາ ແລະຮີດຄອງປະເພນີທີ່ຄ້າຍຄືກັນ ລາຍລະອຽດມີດັ່ງນີ້:
1.1. ຫມວດພາສາລາວ-ໄທ
ເຜົ່າລາວ-ໄຕ ແມ່ນກຸ່ມຄົນສ່ວນຫນຶ່ງຂອງເຊື້ອຊາດອາຊີໃຕ້, ບັນດາເຜົ່າລາວ-ໄຕໄດ້ເຂົ້າມາຢູ່ດິນແດນນີ້ ແຕ່ເຫິງນານແລ້ວ, ໄລຍະຜ່ານມາພວກເຮົາເຄີຍເອີ້ນວ່າ “ ລາວລຸ່ມ ” ມາຮອດສະຕະວັດທີ 8 ບັນດາເຜົ່າລາວ-ໄຕໄດ້ກ້າວຂຶ້ນສູ່ຖານະເປັນເຈົ້າປົກຄອງດິນແດນແຫ່ງນີ້ຢ່າງສິ້ນເຊີງ, ໂດຍແມ່ນຂຸນລໍ ເປັນເຈົ້າຊີວິດອົງທຳອິດຂອງລາວຢູ່ເມືອງຊວາ ( ບໍ່ແສງຄໍາ ວົງດາລາ ພ້ອມຄະນະ 1987:15 ).
ສະຕະວັດທີ 14 ຄືປີ 1353 ເຈົ້າຟ້າງຸ່ມມະຫາລາດ ບັນພະບຸລຸດຜູ້ມີຄວາມປີຊາສາມາດໄດ້ທາໍການທ້ອນໂຮມບັນດາຫົວເມືອງລາວຕ່າງໆເຂົ້າມາເປັນອັນຫນຶ່ງອັນດຽວເອີ້ນວ່າ “ອານາຈັກລາວລ້ານຊ້າງເອະກະພາບ ” ເປັນສູນກາງດ້ານວັດທະນະທ ໍາ, ພາສາວັນນະຄະດີ, ເສດຖະກິດ ແລະດ້ານອື່ນໆ, ຈາກນັ້ນ, ປະເທດໄດ້ຮັບການສ້າງ ສາພັດທະນາໃຫ້ຈະເລີນຮຸ່ງເຮືອງຢ່າງຕໍ່ເນື່ອງໄດ້ຫລາຍສະຕະວັດ.
ຫມວດພາສາລາວ-ໄຕປະກອບດ້ວຍ 8 ຊົນເຜົ່າເຊັ່ນ ເຜົ່າລາວ, ເຜົ່າຜູ້ໄທ, ເຜົ່າໄຕ, ເຜົ່າລື້. ເຜົ່າຍວນ, ເຜົ່າຍັງ, ເຜົ່າແຊກ ແລະເຜົ່າໄທເຫນືອ, ບັນດາຊົນເຜົ່າທີ່ກ່າວມາຂ້າງເທິງນີ້ ມີພາສາປາກເວົ້າ. ມີຮີດຄອງປະເພນີ, ມີສິລະ ປະວັດທະນະທໍາ, ຄວາມເຊື່ອຖື…ທີ່ແຕກຕ່າງກັນ; ແຕ່ກໍມີລັກສະນະຄ້າຍຄືກັນ ເປັນຕົ້ນວ່າ ສາມາດເຂົ້າໃຈພາ ສາກັນໄດ້, ສາມາດຄົບຄ້າສະມາຄົມ, ສົນທະນາເຊິ່ງກັນ ແລະກັນ. ບັນດາຊົນເຜົ່າໃນຫມວດພາສາລາວ-ໄຕ ສ່ວນຫລາຍແມ່ນເຄື່ອນຍ້າຍມາຈາກຈີນຕອນໃຕ້; ມີແຕ່ເຜົ່າແຂກເທົ່ານັ້ນ ທີ່ເຄື່ອນຍ້າຍມາຈາກແຂວງເຫງ້ອານ ປະເທດຫວຽດນາມ ( ສູນກາງແນວລາວສ້າງ 2005: 141 ).
1.2. ຫມວດພາສາມອນ-ຂະແມ
ຫມວດພາສາມອນ-ຂະແມ ເປັນກຸ່ມຄົນສ່ວນຫນຶ່ງທີ່ສໍາຄັນໃນພົນລະເມືອງຂອງລາວ. ໃນໄລຍະຜ່ານມາ ເຄີຍເອີ້ນວ່າ “ ລາວເທິງ ຫລືລາວກາງ ” ເຂົາເຈົ້າເປັນຄົນດັ້ງເດີມໄດ້ທໍາມາຫາກິນໃນແຜ່ນດິນລາວ ແລະຢູ່ຫລາຍແຫ່ງໃນເຂດອາຊີຕາເວັນອອກສ່ຽງໃຕ້ນີ້ ມາແຕ່ດຶກດໍາບັນ, ບັນດາເຜົ່າເຫລົ່ານີ້ໄດ້ ສ້າງພື້ນຖານວັດທະນະທໍາອັນເກົ່າແກ່, ລືຊື່ ແລະ ມະຫັດສະຈັນເຊັ່ນ: ທາດເສົາຫີນທີ່ປາກອູ ແຂວງ ຫລວງພະບາງ, ວັດພູທີ່ແຂວງຈໍາປາ ສັກ, ຈຸ້ມຫລັກຫີນ ເຂດເມືອງເປີນ ແຂວງຫົວພັນ, ໄຫຫີນແຂວງ ຊຽງຂວາງ, ຄອງລາງ, ຄ້ອງບັ້ງ ( ບໍ່ແສງ ຄາໍວົງດາລາ ພ້ອມຄະນະ, 1987: 16-17 ).
ຫມວດພາສາມອນ-ຂະແມ ປະກອບດ້ວຍ 32 ຊົນເຜົ່າເຊັ່ນ ເຜົ່າກຶມຫມຸ, ເຜົ່າກະຕ່າງ, ເຜົ່າກະຕູ, ເຜົ່າກະຣຽງ, ເຜົ່າຕະຣຽງ, ເຜົ່າກະຣິ, ເຜົ່າຂະແມ, ເຜົ່າສະດາງ, ເຜົ່າຊິງມູນ, ເຜົ່າຍະເຫີນ, ເຜົ່າ ຕະໂອ້ຍ… ຊົນເຜົ່າໃນຫມວດພາສາມອນ-ຂະແມມີພາສາຄາໍເວົ້າທີ່ສາມາດສື່ສານກັນໄດ້ຈໍານວນຫນຶ່ງ, ມີວິຖີຊີວິດ, ວັນນະຄະດີ, ສິລະປະກາໍ ແລະຮີດຄອງປະເພນີ ວັດທະນະທໍາສັງຄົມອັນດີງາມ ທີ່ຫລາກຫລາຍ. ບັນດາຊົນເຜົ່າຫມວດພາສາມອນ-ຂະແມມີເຊື້ອສາຍພົວພັນກັບຊົນຊາດຂອມ ເຊິ່ງເປັນຊົນເຜົ່າຂອງອິນເດຍບູຮານ. ທ້າຍສະຕະວັດທີ 4 ຊົນຊາດຂອມ ໄດ້ຍ້າຍມາຕັ້ງຖິ່ນຖານຢູ່ເຂດອິນດູຈີນ ຫລືສຸວັນນະພູມເຊິ່ງຫມາຍເຖິງ ປະເທດລາວ ( ສູນກາງແນວລາວສ້າງຊາດ, 2005: 48-212 ).
1.3. ຫມວດພາສາຈີນ-ຕິເບດ
ບັນດາເຜົ່າໃນຫມວດພາສາຈີນ – ຕິເບດ ປະກອບດ້ວຍ 7 ຊົນເຜົ່າຄື ຊົນເຜົ່າສິງສີລິ, ເຜົ່າສີລາ, ເຜົ່າລາຫູ, ເຜົ່າໂລໂລ, ເຜົ່າຫໍ້, ເຜົ່າອາຄາ ແລະເຜົ່າຮ່າຍີ່, ຊົນເຜົ່າທັງ 7 ທີ່ກ່າວມາຂ້າງເທິງນີ້ ມີພາສາ ປາກເວົ້າສະເພາະ, ມີວັດທະນະທ ໍາ, ຮີດຄອງປະເພນີ, ຄວາມເຊື່ອຖື…ທີ່ເປັນເອກະລັກປະຈາໍເຜົ່າຢ່າງຫລວງຫລາຍ, ເຜົ່າຕ່າງໆໃນຫມວດພາສາຈີນ-ຕິເບດ ມີຕົ້ນກໍາເນີດ ແລະມີທີ່ຢູ່ດັ່ງເດີມແມ່ນປະເທດຈີນ. ມີແຕ່ຊົນເຜົ່າສິງສິລິເທົ່ານັ້ນ ທີ່ມີຕົ້ນກໍາເນີດຢູ່ປະເທດມຽນມາ ແລະ ເຂົ້າມາລາວສະຕະວັດທີ 16 ( ສູນ ກາງແນວສ້າງຊາດ, 2005: 212-257 ).
1.4. ຫມວດພາສາມົ້ງ-ອີວມຽນ
ຊົນເຜົ່າໃນຫມວດພາສາມົ້ງ – ອີວມຽນ ປະກອບດ້ວຍ 2 ຊົນເຜົ່າໃຫຍ່ຄື ຊົນເຜົ່າມົ້ງ ແລະຊົນເຜົ່າອີວມຽນ. ແຕ່ລະຊົນເຜົ່າກໍຍັງມີແຊງ ຫລື ຂະແຫນງຍ່ອຍອອກໄປອີກເຊັ່ນ ຊົນເຜົ່າມົ້ງມີ: ມົ້ງຂາວ, ມົ້ງ ລາຍ ແລະ ມົ້ງດຳ ຊົນເຜົ່າອີວມຽນມີ: ເຜົ່າອີວມຽນ, ເຜົ່າແລນແຕ, ເຜົ່າຢ້າວຂາວ ແລະເຜົ່າພົມໄຫມແດງ ເປັນຕົ້ນ.
ເຜົ່າມົ້ງ ແລະເຜົ່າອີວມຽນ ມີພາສາປາກເວົ້າທີ່ແຕກຕ່າງກັນ, ມີວັດທະນະທ ໍາ, ມີຮີດຄອງ ປະເພນີ, ຄວາມເຊື່ອ ຖື… ຊົນເຜົ່າມົ້ງໄດ້ເຄື່ອນຍ້າຍມາຈາກຕິເບດ, ຊີບີລີ ແລະມົງໂກລີ ເຂົ້າມາຈີນ ແລ້ວເຂົ້າມາສູ່ລາວ, ຫວຽດນາມ ແລະໄທ ເມື່ອປະມານສະຕະວັດທີ 19; ສ່ວນຊົນເຜົ່າອີວມຽນມີຖິ່ນ ກາໍເນີດຢູ່ຕອນກາງ ປະເທດຈີນ ແລະເຄື່ອນຍ້າຍລົງມາສູ່ພາກ ໃຕ້ ເຂົ້າສູ່ຫວຽດນາມ, ລາວ ແລະໄທ ( ສູນກາງແນວລາວສ້າງ ຊາດ, 2005: 262-267 ).
ເປັນອັນວ່າ ບັນດາເຜົ່າຕ່າງໆທີ່ກ່າວມາຂ້າງເທິງນີ້ ລ້ວນແຕ່ແມ່ນປະຊາຊົນພົນລະເມືອງລາວ ທີ່ດໍາລົງຊີວິດຮ່ວມ ກັນເປັນເວລາດົນນານ, ເປັນວົງສາຄະນະຍາດລາວອັນດຽວກັນ ແລະພົນລະເມືອງທຸກຄົນມີສິດເທົ່າທຽມກັນທາງດ້ານກົດຫມາຍ ເຊິ່ງຢູ່ພາຍໃຕ້ການນ ໍາພາຂອງພັກປະຊາຊົນປະຕິວັດລາວ. ຍາມໃດພວກເຮົາກໍ່ຊ່ວຍເຫລືອສາມັກຄີກັນ, ຮ່ວມກັນປົກປັກຮັກສາຜືນແຜ່ນດິນ ແລະພັດທະນາປະເທດ ຮ່ວມກັນແລກປ່ຽນວັດທະນະທໍາ, ພວກເຮົາທຸກຊົນເຜົ່າ ໄດ້ກາຍເປັນເຈົ້າຂອງປະເທດຊາດ, ເປັນເຈົ້າພາສາ, ສິລະປະວັດທະນະທໍາ ແລະຮີດຄອງປະ ເພນີອັນດີງາມໄວ້ຮ່ວມກັນທຸກວັນນີ້.
ພ້ອມກັນນັ້ນ, ລັດຖະບານລາວ ( ສະພາແຫ່ງຊາດ) ກໍມີນະໂຍບາຍໃຫມທີ່ສອດຄ່ອງຕາມຍຸກສະໄຫມ ເຊິ່ງເພິ່ນບໍ່ໃຫ້ເອີ້ນວ່າ ປະເທດລາວມີ 3 ຊົນຊາດຄືແຕ່ກ່ອນອີກແລ້ວ.