Monday, May 19, 2025
Kbank Laos โอน รับ จ่าย

ພາກລັດ ສ້າງໂອກາດໃຫ້ຜູ້ປະກອບການ ແລະ ຊາວສວນອິນຊີໄດ້ຈັບຄູ່ຄ້າກັນ

ເພື່ອ​ສ້າງ​ໂອ­ກາດ ແລະ ເງື່ອນ­ໄຂ​ໃຫ້​ຜູ້​ປະ­ກອບ​ການ​ທຸ­ລະ​ກິດ​ໂຮງ­ແຮມ ຮ້ານ​ອາ­ຫານ ຮ້ານ​ຄ້າ​ຊຸບ​ເປີ​ມາ​ເກັດ ແລະ ຊາວ​ສວນ​ຜູ້​ທີ່​ປູກ​ຜັກ​ອິນ​ຊີ​ໄດ້​ຮ່ວມ​ທຸ­ລະ​ກິດ​ກັນ ດັ່ງ­ນັ້ນໂຄງ­ການ​ພັດ­ທະ­ນາ​ກະ­ສິ­ກຳ​ສະ­ອາດ ອົງ­ການ​ຮ່ວມ​ມື​ສາ­ກົນ​ປະ­ເທດ​ຍີ່­ປຸ່ນ​ຮ່ວມ​ກັບ​ກົມ​ປູກ­ຝັງ​ກະ­ຊວງ​ກະ­ສິ­ກຳ ແລະ ປ່າ­ໄມ້ ແລະ ພະ​ແນກ​ກະ­ສິ­ກຳ ແລະ ປ່າ­ໄມ້​ນະ­ຄອນ­ຫຼວງ​ວຽງ​ຈັນ.

ໄດ້​ຈັດ​ກິດ­ຈະ­ກຳ​ນຳ​ເອົາ​ຜູ້​ປະ­ກອບ​ການ​ທຸ­ລະ​ກິດ​ເປົ້າ​ໝາຍ ລົງ​ໄປ​ພົບ​ປະ​ກັບ​ຊາວ​ສວນ​ປູກ​ຜັກ​ອິນ​ຊີ​ທີ່​ຕະ­ຫຼາດ​ກະ ­ສິ­ກຳ​ອິນ​ຊີ ນະ­ຄອນ­ຫຼວງ​ວຽງ​ຈັນ (ເດີ່ນ​ສູນ​ການ​ຄ້າ​ລາວ-ໄອ​ເຕັກ) ນຳ​ໂດຍ​ທ່ານ ວາດ​ສະ­ໜາ ສີ​ຈະ­ເລີນ ຮອງ​ຫົວ­ໜ້າ​ພະ​ແນກ​ກະ­ສິ­ກຳ ແລະ ປ່າ­ໄມ້ ນະ­ຄອນ­ຫຼວງ​ວຽງ​ຈັນ ມີ​ຜູ້­ຕາງ­ໜ້າ​ຈາກ​ກົມ​ປູກ­ຝັງ ຂະ­ແໜງ​ປູກ­ຝັງ ນັກ­ທຸ­ລະ­ກິດ​ຈາກ 30 ພາກ­ສ່ວນ ລູກ​ຄ້າ ຊາວ​ສວນ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ທ່ານ ວາດ​ສະ­ໜາ ສີ​ຈະ­ເລີນ ໄດ້​ກ່າວ​ວ່າ:

ການ​ຈັດ​ກິດ­ຈະ­ກຳ​ຄັ້ງ​ນີ້ ເພື່ອ​ໃຫ້​ພາກ­ສ່ວນ​ທຸ­ລະ​ກິດ ກໍ​ຄື ຜູ້​ປະ­ກອບ​ການ​ໄດ້​ມາ​ຈັບ​ຄູ່ ແລະ ຮັບ​ຮູ້​ກ່ຽວ​ກັບ​ການ​ຜະ­ລິດ​ກະ­ສິ­ກຳ​ອິນ​ຊີ ເນື່ອງ​ຈາ​ກວ່າ​ກະ­ສິ­ກຳ​ອິນ​ຊີ​ຂອງ​ກຸ່ມ​ຊາວ​ສວນ​ສະ­ມາ­ຊິກ ເນື້ອ­ທີ່​ປູກ ແລະ ຜົນ​ຜະ­ລິດ​ແມ່ນ​ເພີ່ມ​ຂຶ້ນ​ເລື້ອຍໆ ແຕ່​ຜົນ​ຜະ­ລິດ​ທີ່​ຊາວ​ສວນ​ນຳ​ມາ​ຂາຍ​ແຕ່​ລະ​ຄັ້ງ ຢູ່​ຕະ­ຫຼາດ­ນັດ​ແມ່ນ​ບໍ່​ໝົດ ດັ່ງ­ນັ້ນ ຈຶ່ງ​ຢາກ​ໃຫ້​ນັກ­ທຸ­ລະ­ກິດ​ເຂົ້າ​ມາ​ສຶກ​ສາ ເພື່ອ​ປະ­ກອບ­ສ່ວນ​ຮ່ວມ​ກັນ​ນຳ​ໃຊ້​ກະ­ສິ­ກຳ​ອິນ​ຊີ ເພື່ອ​ເຮັດ​ໃຫ້​ຊາວ​ສວນ​ສາ­ມາດ​ຈຳ­ໜ່າຍ​ພືດ​ຜັກ​ໃຫ້​ໝົດ​ໃນ​ແຕ່​ລະ​ຄັ້ງ ທີ່​ນຳ​ມາ​ຂາຍ​ຢູ່​ຕະ­ຫຼາດ­ນັດ​ສ້າງ​ລາຍ​ຮັບ​ໃຫ້​ແກ່​ເຂົາ­ເຈົ້າ ປັດ­ຈຸ­ບັນ​ກະ­ສິ­ກຳ​ອິນ​ຊີ​ມີ​ການ­ຈຳ­ໜ່າຍ​ຢູ່ 4 ຈຸດ​ໃຫຍ່​ຄື:

ຢູ່​ຫຼັກ 5 ຖະ­ໜົນ​ໄກ­ສອນ ພົມ­ວິ­ຫານ ບ້ານ​ຊ້າງ​ຄູ້ ບ້ານ​ຫ້ວຍ​ຫົງ ເດີ່ນ​ສູນ​ການ​ຄ້າ​ລາວ-ໄອ​ເຕັກ ແລະ ບ້ານ​ໜອງ​ດ້ວງ ສະ­ເພາະ​ຢູ່​ເດີ່ນ​ສູນ​ການ​ຄ້າ​ລາວ-ໄອ​ເຕັກ​ມີ​ຫຼາຍ​ກວ່າ 200 ໂຕະ.

ສ່ວນ​ກິດ­ຈະ­ກຳ​ທີ່​ຮ່ວມ​ກັນ​ຈັດ​ຄັ້ງ​ນີ້ ເພື່ອ​ໃຫ້​ລູກ​ຄ້າ​ມີ​ຄວາມ​ເຂົ້າ­ໃຈ​ກ່ຽວ​ກັບ​ການ​ຜະ­ລິດ​ກະ­ສິ­ກຳ​ອິນ​ຊີ ມີ​ການ​ຈົກ​ສະ­ຫຼາກ​ຖາມ​ຕອບ​ເອົາ​ລາ­ງວັນ ໂດຍ​ມີ​ຫຼາຍ​ພາກ­ສ່ວນ​ທີ່​ເຂົ້າ​ມາ​ຮ່ວມ​ເຮັດ​ກິດ­ຈະ­ກຳ​ນຳ ເປັນ­ຕົ້ນ ນັກ­ທຸ­ລະ­ກິດ ລູກ​ຄ້າ​ຊາວ​ສວນ​ກະ­ສິ­ກຳ ແລະ ຊາວ​ສວນ ອັນ​ໄດ້​ເຮັດ​ໃຫ້​ພາຍ​ໃນ​ງານ​ມີ​ຄວາມ​ຟົດ­ຟື້ນ​ຫຼາຍ​ສົມ­ຄວນ ມີ​ຄົນ​ສາ­ມາດ​ຕອບ​ຄຳ​ຖາມ​ຖືກ ສະ­ແດງ​ວ່າ​ມີ​ຄວາມ​ເຂົ້າ­ໃຈ​ຕໍ່​ກະ­ສິ­ກຳ​ອິນ​ຊີ​ທີ່​ດີ ຕໍ່​ສຸ­ຂະ­ພາບ​ຂອງ​ຜູ້​ປູກ​ຜູ້​ຂາຍ​ຜູ້​ບໍ­ລິ­ໂພກ ແລະ ເປັນ​ມິດ​ກັບ​ສິ່ງ­ແວ­ດລ້ອມ ເຊິ່ງ​ຜ່ານ​ການ​ຈັດ​ກິດ­ຈະ­ກຳ​ຄັ້ງ​ນີ້ ເຊື່ອ​ວ່າ​ຈະ​ເຮັດ​ໃຫ້​ຜູ້​ປະ­ກອບ​ການ​ກັບ​ຊາວ​ສວນ​ຜັກ​ອິນ​ຊີ ຈະ​ໄດ້​ມີ​ການ​ຮ່ວມ​ມື​ກັນ​ໃນ​ອະ­ນາ­ຄົດ​ໃນ​ການ​ສົ່ງ­ເສີມ​ຕະ­ຫຼາດ​ຂອງ​ຊາວ​ສວນ​ໃຫ້​ເພີ່ມ​ຂຶ້ນ ແລະ ເປັນ​ການ​ສົ່ງ­ເສີມ​ໃຫ້​ຜູ້​ບໍ­ລິ­ໂພກ​ຫັນ​ມາ​ບໍ­ລິ­ໂພກ​ຜັກ​ອິນ​ຊີ​ຫຼາຍ​ຂຶ້ນ.

ປັດ­ຈຸ­ບັນ​ກຸ່ມ​ກະ­ສິ­ກຳ​ອິນ​ຊີ​ນະ­ຄອນ­ຫຼວງ​ວຽງ​ຈັນ ມີ​ເນື້ອ­ທີ່​ປູກ​ທັງ​ໝົດ 245 ເຮັກ­ຕາ ມີ 11 ບ້ານ 232 ຄອບ­ຄົວ ແລະ ພືດ​ຜັກ​ຫຼັກໆ​ທີ່​ປູກ​ຈະ​ມີ​ຜັກ​ສະ­ຫຼັດ ຜັກ­ບົ່ວ​ໃບ ຜັກ­ບົ້ງ ຜັກ​ກະ​ລ່ຳ ຜັກ​ກາດ​ຫໍ່​ຂາວ ກະ​ລ່ຳ​ດອກ​ຂຽວ ໝາກ­ແຕງ ຫົວ​ກາ​ຣົດ ໝາກ​ເລັ່ນ ໝາກ­ຖົ່ວ​ຍາວ ໝາກ​ເມືອກ ແລະ ອື່ນໆ ຊະ­ນິດ​ຜັກ​ປ່ຽນ­ແປງ​ຕາມ​ລະ­ດູ​ການ ສະ­ເພາະ​ຕະ­ຫຼາດ­ນັດ​ອິນ​ຊີ​ຢູ່​ເດີ່ນ​ສູນ​ການ​ຄ້າ​ລາວ-ໄອ​ເຕັກ ຈັດ​ຂຶ້ນ​ອາ­ທິດ​ໜຶ່ງ 2 ວັນ ຄື: ທຸກ​ຕອນ​ເຊົ້າ​ວັນ​ພຸດ ແລະ ວັນ​ເສົາ ດັ່ງ­ນັ້ນ ຜູ້​ທີ່​ຕ້ອງ­ການ​ພືດ​ຜັກ​ອິນ​ຊີ​ມາ​ບໍ­ລິ­ໂພກ​ກໍ​ສາ­ມາດ​ໄປ​ຊື້​ໄດ້.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້