ຂໍຂອບໃຈນຳຜູ້ສະໜັບສະໜູນ

ເຊື້ອພະຍາດອະຫິວາໝູທີ່ກວດພົບຢູ່ເມືອງ ຕຸ້ມລານ ແຂວງ​ ສະລາວັນ​ ໃນຄັ້ງນີ້ແມ່ນເປັນຄັ້ງທຳອິດທີ່ກວດພົບຢູ່ ສປປ ລາວ,  ພະຍາດອະຫິວາໝູອາຟຣິກາເປັນພະຍາດຮ້າຍແຮງ ສາມາດຕິດຕໍ່ໃສ່ໝູທຸກຊະນິດ ທຸກສາຍພັນ ທຸກອາຍຸ ແລະ ທຸກເພດໄວ ລວມທັງໝູປ່າ.​ ອັດຕາການຕາຍຂອງໝູທີ່ຕິດເຊື້ອພະຍາດນີ້ສູງເຖິງ 100% ແຕ່ບໍ່ຕິດໃສ່ຄົນ.

ເພື່ອບໍ່ໃຫ້ພະຍາດອອກສູ່ວົງກວ້າງ ແລະ ສົ່ງຜົນກະທົບຕໍ່ການຜະລິດໝູ ແລະ ການດຳລົງຊີວິດຂອງປະຊາຊົນ ມີຄວາມຈຳເປັນຕ້ອງໄດ້ພ້ອມກັນຕ້ານ ແລະ ສະກັດກັ້ນຕອບໂຕ້ພະຍາດໃຫ້ສະຫງົບລົງໂດຍໄວ. ກົມລ້ຽງສັດ ແລະ ການປະມົງມີທິດຊີ້ນຳໃຫ້ປະຕິບັດບາງມາດຕະການດ່ວນສຸກເສີນດັ່ງນີ້:

1. ໃຫ້ຂະແໜງລ້ຽງສັດ ແລະ ການປະມົງ ລາຍງານສະພາບການເກີດພະຍາດອະຫິວາໝູອາຟຣິກາ ແລະ ຂໍຊີ້ທິດນຳໝພະແນກກະສິກຳ ແລະ ປ່າໄມ້ແຂວງ ລົງສົມທົບກັບປະສານສົມທົບກັບຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ແຕ່ງຕັ້ງຄະນະສະເພາະກິດ ແລະ ຕອບໂຕ້ພະຍາດອະຫິວາໝູອາຟຣິກາ ທີ່ເກີດຂຶ້ນນີ້, ພ້ອມທັງວາງແຜນກຽມຄວາມພ້ອມເປັນຕົ້ນແມ່ນ: ກຳລັງຄົນ, ວັດຖຸອຸປະກອນ, ພາຫະນະ ແລະ ງົບປະມານ ເພື່ອລົງເຄື່ອນໄຫວຕ້ານ ແລະ ຕອບໂຕ້ພະຍາດໃຫ້ທັນການ ພ້ອມນີ້ໃຫ້ສະເໜີຫາ ທ່ານເຈົ້າເມືອງປະກາດເຂດລະບາດພະຍາດໂດຍດ່ວນ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

2. ໃຫ້ຂະແໜງລ້ຽງສັດ ແລະ ການປະມົງ ປະສານສົມທົບກັບຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ແລະ ອຳນາດການປົກຄອງບ້ານລົງໂຄສະນາເຜີຍແຜ່ໄປຮອດຄອບຄົວ ຂອງຜູ້ທີ່ໄດ້ຮັບຜົນກະທົບ ແລະ ຄອບຄົວອ້ອມຂ້າງໃກ້ຄຽງຂອງ 7 ບ້ານ ທີ່ໄດ້ຮັບຜົນກະທົບ ດ້ວຍການໃຫ້ຕິດຈາມເຝົ້າລະວັງຢ່າງເຄັ່ງຄັດ, ສືບສວນສອບສວນພະຍາດ, ເກັບກໍາຂໍ້ມູນສະພາບການລ້ຽງໝູ ຈໍານວນໝູ ເຈັບ ຫຼື ຕາຍ ແລະ ກຳນົດຂອບເຂດລະບາດຂອງພະຍາດ. ພ້ອມທັງ ໃຫ້ນຳສະເໜີຕໍ່ທ່ານເຈົ້າເມືອງ ເພື່ອປະກາດເປັນເຂດລະະບາດຂອງພະຍາດອະຫິວາໝູອາຟຣິກາ ຢ່າງເປັນທາງການຕາມກົດໝາຍວ່າດ້ວຍການລ້ຽງສັດ ແລະ ສັດຕະວະແພດ ກຳນົດໄວ້

.3. ຕັ້ງຈຸດດ່ານກວດກາສັດຕະວະແພດຊົ່ວຄາວ, ກວດຢືດໝູ ແລະ ຜະລິດຕະພັນໝູ ທີ່ເຄື່ອນຍ້າຍຈາກເຂດລະບາດ ພ້ອມທັງຈັດຕັ້ງ ສີດພົ່ນຢາຂ້າເຊື້ອພະຫານະທີ່ອອກຈາກເຂດດັ່ງດ່າວ ເພື່ອປ້ອງກັນບໍ່ໃຫ້ພະຍາດແຜ່ລາມໄປສູ່ບ້ານອື່ນ ຫຼື ສະຖານທີ່ອື່ນ,

4. ໃຫ້ຈັດຕັ້ງກັນໂຄລະນາ ເຜີຍແຜ່ ໃຫ້ຄວາມຮູ້, ຄວາມເຂົ້າໃຈ ກ່ຽວກັບຄວາມອັນຕະລາຍຮ້າຍແຮງຂອງພະຍາດ ໃຫ້ແກ່ປະຊາຊົນພາຍໃນບ້ານ ແລະ ບ້ານອ້ອມຂ້າງ ພ້ອມທັງຊຸກຍູ້ ລະດົມ ໃຫ້ເຂົາເຈົ້າສະໝັກໃຈເຂົ້າຮ່ວມ ປະຕິບັດມາດຕະການຕອບໂຕ້ພະຍາດ ທີ່ລັດວາງອອກ ຢ່າງພ້ອມພຽງ.

5. ໃຫ້ເຮັດແຜນສະເໜີຂໍອຸປະກອນເຊັ່ນ: ເຄື່ອງນຸ່ງປ້ອງກັນ, ຢາຂ້າເຊື້ອ, ສົບມື, ເກີບໂບກ…ນຳກົມລ້ຽງສັດ ແລະ ການປະມົງ ເພື່ອໄປຮັບໃຊ້ໃນການຕອບໂຕ້ພະຍາດໂດຍດ່ວນ.

6. ຖ້າເປັນໄປໄດ້ໃຫ້ຊຸກຍູ້ ແລະ ລະດົມປະຊາຊົນ ແລະ ນຳພາຂ້າທຳລາຍໝູທີ່ຕິດຊື້ອ ຫຼື ສ່ຽງຕໍ່ການຕິດເຊື້ອເປົນວົງແຄບຢູ່ຄອບຄົວຂອງເຂົາເຈົ້າ ຫຼື ຄອບຄົວໃກ້ຄຽງທີ່ສ່ຽງ ຫຼື ໄດ້ຮັບຜົນກະທົບ ດ້ວຍຄວາມສະໝັກໃຈ ເພື່ອຕັດວົງຈອນຂອງເຊື້ອພະຍາດ ແລະ ກຳຈັດໝູຕາຍ ແລະ ໝູຖືກຂ້າ ດ້ວຍການເຜົາ ຫຼື ຝັງ ໃຫ້ຖືກຕ້ອງຕາມຫຼັກວິຊາການ, ບໍ່ໃຫ້ນຳເອົາໝູທີ່ເຈັບ ຫຼື ຕາຍ ໄປບໍລິໂພກ ຫຼື ຖິ້ມລົງຫ້ວຍນໍ້າລຳເຊ ຫຼື ຕາມທຳມະຊາດ ຢ່າງເດັດຂາດ.

7.​ ນຳພາປະຊາຊົນເຮັດອະນາໄມ ແລະ ຂ້າເຊື້ອຄອກສັດ, ສີດພົ່ນດ້ວຍຢາຂ້າເຊື້ອ ຫຼື ໂຮຍດ້ວຍປູນຂາວ ໃຫ້ທົ່ວເຖິງໃນບໍລິເວນບ້ານທີ່ໝູອາໄສຢູ່ ຫຼື ບ່ອນທີ່ໝູຍ່າງໄປມາແຕ່ລະມື້.

8.​ ໃຫ້ລາຍງານສະພາບການລະບາດຂອງພະຍາດ ແລະ ຄວາມຄືບໜ້າ ການປະຕິບັດມາດຕະການຕອບໂຕ້ພະຍາດ ໃຫ້ຂັ້ນເທິງຖັດຕົນ, ກົມລ້ຽງສັດ ແລະ ການປະມົງເປັນແຕ່ລະວັນ.​

9.​ ປະຕິບັດຕາມມາດຕະການອື່ນ ຕາມກົດໝາຍ, ລະບຽບການ, ມາດຕະຖານ ແລະ ຂັ້ນຕອນການປະຕິບັດທາງດ້ານເຕັກນິກທີ່ເໝາະສົມ

ທີ່ມາ: ກົມສັດລ້ຽງ​ ແລະ​ ການປະມົງ

Hits: 21

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້