
ເມື່ອເວົ້າເຖິງຮ້ານອາຫານ ໃນໃຈກາງນະຄອນຫຼວງວຽງຈັນ ກໍມີຫຼາຍໆຮ້ານ ທີ່ເປັນທັງຮ້ານໃນຕໍານານ (ເປິດມາດົນແລ້ວ) ແລະ ຮ້ານເປິດໃໝ່. ຫຼາຍໆຄົນທີ່ເຮັດວຽກຢູ່ຕາມເຂດສີຫອມ ກໍອາດຈະຄິດຫຼາຍເລື່ອງອາຫານຕອນສວຍ ວ່າຈະກິນຫຍັງດີ.
ມື້ນີ້ອິນໄຊລາວເລີຍເອົາຮ້ານອາຫານແນະນໍາ ໃນເຂດສີຫອມ ເຊິ່ງເປັນເຂດທີ່ມີຫ້ອງການ ນ້ອຍ-ໃຫ່ຍ ຕັ້ງຢູ່ລາຍພໍສົມຄວນ ມາໃຫ້ມະນຸດເງິນເດືອນຄືເຮົາໆ ໄດ້ຮູ້ຈັກ ມີຮ້ານໃດແນ່ ເຮົາໄປເບິ່ງນໍາກັນເລີຍ.
1. ຮ້ານ ໝີ່ກ້ຽວຕັກກີ້
ຮ້ານທໍາອິດທີ່ ແອັດມິນຈະແນະນໍາ ແມ່ນເປັນຮ້ານອາຫານ ນ້ອຍໆ ແຄມທາງ ຊື່ວ່າ ຮ້ານ ໝີ່ກ້ຽວຕັກກີ້ ເປັນຮ້ານໝີ່ກ້ຽວເຈົ້າເກົ່າ ທີ່ເປິດຂາຍມາເປັນ 10 ກ່ວາປີແລ້ວ. ເຊິ່ງເມນູພາຍໃນຮ້ານກໍຈະມີຕັ້ງແຕ່ ໝີ່ກ້ຽວໝູແດງ,ໝີ່ກ້ຽວເປັດຢ້າງ, ກ້ຽວລ້າ ເຂົ້າຂາໝູ ແລະ ອື່ນໆ ໂດຍຈຸດເດັ່ນຂອງຮ້ານເພີ່ນແມ່ນຈະເຮັດເສັ້ນເອງ (ເສັ້ນນຸ້ມຫຼາຍ) ນໍ້າຊຸມໃສ່ໆ ທີ່ສໍາຄັນແມ່ນໃຫ້ຫຼາຍ ກີນຖ້ວຍດຽວ ອີ່ມຮອດຄໍ່າ
?ໃກ້ກັບທະນາຄານສົ່ງເສີມກະສິກຳ ສາຂາ ນະຄອນຫຼວງວຽງຈັນ



2. ຮ້ານ ອາຫານ ທ້າວ ຊ້າງ ນາງ ເຜີ້ງ
ເປັນອາຫານທີ່ກີນງ່າຍ ເຫມາະສຳລັບພະນັກງານຫ້ອງການຄືເຮົາ (ເພາະເວລາກີນເຂົ້າສວຍມີຫນ່ອຍ ?)ຮ້ານອາຫານ ທ້າວ ຊ້າງ ນາງ ເຜີ້ງ ເປັນຮ້ານອາຫານ ທີ່ມີຄົບທຸກແບບເລີຍ ບໍ່ວ່າຈະເປັນ ເຂົ້າປຽກ ອາຫານຕາມສັ່ງ ແລະ ທີ່ເປັນຈຸດເດັ່ນຂອງຮ້ານນີ້ແມ່ນ “ເຂົ້າລາດໜ້າ” ທີ່ມີຫຼາກຫຼາຍໜ້າໃຫ້ເລືອກກີນ ທັງເມນູຜັກ? ແລະ ເມນູຕ່ອນ? ທີ່ສຳຄັນແມ່ນລາຄາ ເລີ່ມຕົ້ນທີ່ 12.000 ກີບ.
ສະຖານທີ່ ຕັ້ງຢູ່ ບ້ານອານຸ ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ (ຮ່ອມ ຫ້ອງການ 108 ອາຊີບ ເກົ່າ)


3. ຮ້ານ ແໜມເໜືອງ ລຸ້ງນະພາ
ບຸດຮ້ອນ ບຸດຝົນ ແບບນີ້. ເໝາະສົມກັບການກີນແນວອຸ່ນໆ. ຮ້ານ ແໜມເໜືອງ ລຸ້ງນະພາ ທີ່ບໍ່ໄດ້ມີພຽງແໜມເໜືອງຄືກັບຊື່ຮ້ານ ເພາະຮ້ານນີ້ ມີປາຈຸ່ມ ແຊບໆ. ມີທັງແໜມເໜືອງ ທັງຈຸ່ມປາພັນ ແລະ ອື່ນໆ. ນ້ຳຊຸບຮ້ານນີ້ມີເອກະລັກສະເພາະໂຕ ຫອມ ຫວານ ສຳລັບນໍ້າແຈ່ວແມ່ນມີຄວາມໂດດເດັ່ນ ໂດຍເວລາເສີບ ແມ່ນຈະມີ 2 ແຈ່ວ ຄື: ແຈ່ວສໍາລັບແໜມເໜືອງ ແລະ ແຈ່ວສໍາລັບຈຸ່ມປາພັນ. ແລະ ສຸດທ້າຍແມ່ນ ຊີ້ນປາ ມີຫຼາຍປະເພດໃຫ້ເລືອກ ທັງປາໜັງ ປານີນ ທີ່ສໍາຄັນແມ່ນສົດໆໃໝ່ທຸກມື້ ຮ້ານ ແໜມເໜືອງ ລຸ້ງນະພາ ມີທັງໝົດ 2 ສາຂາຄື:
- ສາຂາ ສີຫອມ ( ຕໍ່ໜ້າໂຮມໄອເດຍ)
- ສາຂາ ເຕສອງ. ສະດວກຮ້ານໃດ ກໍສະມາດໄປລອງຊີມກັນໄດ້ເດີ້.



4. ຮ້ານ ເຂົ້າປຽກໄກ່ໃຫ່ຍ.
ມາຮອດນີ້ ຈະພາທຸກຄົນມາຮູ້ຈັກກັບຮ້ານເຂົ້າປຽກ ທີ່ມີລົດຊາດແຊບແບບດັ່ງເດີມ. ຈຸດເດັ່ນຂອງຮ້ານນີ້ແມ່ນ “ເສັ້ນ” ເພາະເພີ່ນເຮັດເອງ ສົດ ໃໝ່ ທຸກມື້ ນອກຈາກນີ້ແລ້ວ ກະທຽມຈຽວຂອງເພີ່ນ ກໍທັງຫອມ ແລະ ກອບ.
ເປັນຮ້ານທີ່ເປັນຂວັນໃຈຂອງພະນັກງານເງິນເດືອນອີກຮ້ານໜື່ງເລີຍກໍວ່າໄດ້ ເພາະ ລາຄາຖືກ ແຕ່ປະລິມານ ແລະ ຄຸນນະພາບແມ່ນເໜືອລາຄາແທ້ໆ. ໃຜທີ່ກໍາລັງຄິດບໍ່ອອກວ່າຈະກີນເຂົ້າສວຍຢູ່ໃສ່ ແອັດມິນແນະນໍາຮ້ານນີ້ເດີ້
ຮ້ານຕັ້ງຢູ່ ບ້ານ ຂົວຫຼວງ ( 5 ແຍກໄຟແດງໜອງດ້ວງ )


5. ຮ້ານ ເຝີຂົ້ວແມ່ທອນ.
ຮ້ານສຸດທ້າຍ ແອັດມິນຂໍແນະນໍາຮ້ານອາຫານທີ່ຄົນກ້າວເຖີງຫຼາຍອີກຮ້ານໜື່ງ ແອັດມິນຄີດວ່າຫຼາຍໆຄົນກໍໜ້າຈະຮູ້ຮ້ານນີ້ດີຢູ່ ເພາະເພີ່ນຂາຍມາດົນແລ້ວ.
ຖ້າເວົ້າເລື່ອງ”ເຝີຂົ້ວ”ທຸກຄົນຕ້ອງມາກີນຮ້ານນີ້ເລີຍ. ຮ້ານ ເຝີຂົ້ວແມ່ທອນ ຈຸດເດັ່ນຂອງຮ້ານນີ້ແມ່ນ ເພີ່ນຈະເນັ້ນຂາຍອາຫານປະເພດເສັ້ນເປັນສ່ວນໃຫ່ຍ ເປັນຕົ້ນແມ່ນ: ໝີ່ກອບລາດໜ້າ, ເຝີຂົ້ວລາດໜ້າ, ໝີ່ຂົ້ວລາດໜ້າ ແລະ ອື່ນໆ. ນອກຈາກນີ້ຍັງມີ ນໍ້າສະໝຸນໄພ ຫຼາຍໆຊະນິດ(ຖືກໃຈສາຍສຸຂະພາບ) ອີກດ້ວຍ.
ສະຖານທີ່: 4 ແຍກໄຟແດງສີຫອມ


Hits: 22