ຂໍຂອບໃຈນຳຜູ້ສະໜັບສະໜູນ

ໂດຍປີນີ້ແມ່ນຈັດຂື້ນເປັນປີທີ່ 3 ມາໃນຄຳຂວັນທີ່ວ່າ: ສ້າງ ແລະ​ ສົ່ງເສີມ ການຫັນເປັນດີຈີຕອນໃນລາວ.​ ພາຍໃນ ງານ​ທ່ານໄດ້ຈະຮຽນຮູ້ກ່ຽວກັບດີຈີຕອນໃໝ່​

ໃນງານວາງສະແດງປີນີ້ ໄດ້ມີຜູ້ເຂົ້າໄປຮ່ວມວາງສະແດງ ທັງໝົດ 54 ຮ້ານ ຈາກຜູ້ປະກອບການ ດ້ານໂທລະຄົມມະນາຄົມ-ໄອຊີທີ ທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ນຳເອົາຜະລິດຕະພັນອອກໃໝ່ ແລະ ທັນສະໄໝ ກ່ຽວກັບລະບົບ ສື່ສານໂທລະຄົມ, ລະບົບໂປຣແກຣມຮັບໃຊ້ການຫັນເປັນລະບົບດີຈີຕອນ, ລະບົບປ້ອງກັນຄວາມປອດໄພທາງດ້ານ ໄຊເບີ, ແລະເຄື່ອງອຸປະກອນ ໄອຊີທີ ຕ່າງໆ. ພ້ອມນັ້ນ, ຍັງມີການວາງສະແດງຂອງກະຊວງ, ອົງການ, ແລະ ບໍລິສັດຕ່າງໆ ກ່ຽວກັບຜົນສຳເລັດຂອງການນຳໃຊ້ ໄອຊີທີ ເຂົ້າໃນວຽກງານຕ່າງໆຂອງຕົນ.

ຫນື່ງໃນນັ້ນ ບູ໊ດ​ Lao e-Sport ກໍເປັນບູ໊ດຫນື່ງທີ່ມີກິດຈະກຳໃຫ້ຜູ້ທີ່ມີຄວາມສົນໃຈກ່ຽວກັບ e-Sport​ ມີກິດຈະກໍາທົດລອງຫລີ້ນ​ເກມ​. e-Sport​ ມີເປົ້າໝາຍ​ພັດທະນາໄວ້ໜຸ່ມໃຫ້ຫລີ້ກລ້ຽງພຶດຕິກຳສ່ຽງ ແລະ​ ບໍ່ເຫມາະສົມ​ ແລະ​ ພັດທະນາຂິດຄວາມສາມາດໃນການປະດິດຄິດແຕ່ງ ດ້ານເຕັກນິກ ແລະ​ ນະວັດຕະກຳເຕັກໂນໂລຊີ​ ວິທະຍາສາດ​ ຈົນກາຍເປັນ ມືອາຊີບ​ ແລະ​ ທຽບເທົ່າກັບສາກົນ.​

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ນອກຈາກນີ້ພາຍໃນງານຍັງມີການສຳມະນາ​ໃນຫລາຍໆຫົວຂໍ້ ມື້ນີ້ ແມ່ນ​ມາໃນຫົວຂໍ້ “ການໃຊ້​ໄອຊີທີ​ໃນການສຶກສາ”​ ໂດຍໄດ້ວິຊາການຈາກຫລາຍໆພາກສ່ວນມາໃຫ້ຄວາມຄິດຄວາມເຫັນ​

ບັນດາທ່ານທີ່ມາໃຫ້ຄວາມຄິດເຫັນພາຍໃນງານ

ທ່ານ​ ປອ​ ພອນມະນີ ພູມມະວົງ ອາຈານສອນຈາກຄະນະວິສາວະກຳສາດ ກໍໄດ້ໃຫ້ຄວາມຄິດເຫັນວ່າ: ການນໍາໃຊ້ໄອທີຊີໃນຂົງເຂດຂອງການສຶກສາ ແມ່ນມີຄວາມສໍາຄັນຫລາຍພໍສົມຄວນ ເພາະນັກສຶກສາ ແມ່ນໃຊ້ໄອທີຊີເຂົ້າໃນການຮຽນ ການສຶກສາ​ ເປັນຕົ້ນແມ່ນ​ ການຊອກຫາຂໍ້ມູນຕ່າງໆ.​ ເຮັດໃຫ້ການຮຽນການສອນມີຄວາມສະດວກສະບາຍຂື້ນ ແລະ​ ນັກສຶກສາເອງກໍມີພັດທະນາການໄປໃນທາງທີ່ດີ.​

Hits: 6

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້