ຂໍຂອບໃຈນຳຜູ້ສະໜັບສະໜູນ

ເນື່ອງຈາກວ່າເດືອນ ມິຖຸນາ ເປັນເດືອນແຫ່ງຄວາມຫຼາກຫຼາຍທາງເພດ. ມື້ນີ້ທາງອິນໄຊລາວ (InsideLaos) ໄດ້ມີໂອກາດສໍາພາດ ປອ. ອິນລືຊາ ບາແສງຄໍາ Transgender Woman ຄົນລາວ ທີ່ມີຄວາມສາມາດຫຼາກຫຼາຍ ທັງເລື່ອງຄວາມຮູ້ຄວາມສາມາດ ແລະ ໄດ້ເປັນສ່ວນໜຶ່ງ ໃນວຽກງານພັດທະນາການສຶກສາແກ່ໄວໜຸ່ມ ເເລະ ສົ່ງເສີມວຽກງານ LGBT ໃນ ສປປ ລາວ.

LGBT ແມ່ນ ກຸ່ມບຸກຄົນທີ່ມີຄວາມຫຼາກຫຼາຍທາງເພດ ເຊິ່ງ LGBT ແມ່ນອັກສອນຫຍໍ້ຈາກຄໍາວ່າ: Lesbian, Gay, Bisexual, Transgender/Transsexual ເຊິ່ງກຸ່ມຄົນເຫຼົ່ານີ້ແມ່ນເປັນຄົນທໍາມະດາທີ່ທໍາມະຊາດສ້າງຂື້ນມາ, ຕາມຫຼັກການຄວາມຈິງຂອງວິທະຍາສາດ.

ປອ. ອິນລືຊາ ບາເເສງຄໍາ ຈົບປະລິນຍາເອກຈາກ ສາຂາສັງຄົມວິທະຍາ ທີ່ປະເທດ ໂປຕຸເກດໃນປີ 2015 ເເລະ ໃນປີດຽວກັນກໍ່ໄດ້ເປັນຕົວແທນສາວປະເພດສອງຄົນລາວໄປປະກວດ Miss Internation Queen 2015 ທີ່ປະເທດໄທ. ປະຈຸບັນເປັນທີ່ປຶກສາອິດສະຫຼະກ່ຽວກັບວຽກງານການສຶກສາ, ເປັນນາຍເເປ ເເລະ ທັງເປັນອາຈານສອນຢູ່ ວິທະຍາໄລ ລາວ-ອາເມລິກາ, ສອນວິຊາ ຈິດຕະສາດ ແລະ ສັງຄົມສາດ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ທ່ານ ນາງ ປອ. ອິນລືຊາ ບາແສງຄໍາ ໄດ້ໃຫ້ສຳພາດວ່າ: LGBT ຫຼື ກຸ່ມບຸກຄົນທີ່ມີຄວາມຫຼາກຫຼາຍທາງເພດແມ່ນສາມາດເກີດຂື້ນໄດ້ກັບທຸກຄົນໂດຍບໍ່ເລືອກວ່າຈະເປັນຄົນຮັ່ງມີ ຫຼື ທຸກຈົນ. ໂດຍການເປັນ LGBT ແມ່ນຈະສະແດງອອກທາງພຶດຕິກຳ ເປັນຕົ້ນແມ່ນ Transgender ຈະມີການສະແດງອອກທີ່ລະອຽດ ເຊັ່ນ: ເດັກນ້ອຍຜູ້ຊາຍອາຍຸ 3-4 ປີ ຈະສະແດງອາການລັກສະນະຄືຜູ້ຍິງ ຫຼື ເດັກນ້ອຍຜູ້ຍິງທີ່ສະແດງທ່າທາງຄືຜູ້ຊາຍ ໂດຍທັງໝົດນີ້ລ້ວນແຕ່ເປັນທໍາມະຊາດຂອງມະນຸດ ຕາມຫຼັກການວິທະຍາສາດ ແຕ່ຫຼັກວິທະຍາສາດນີ້ ໃນສັງຄົມລາວຍັງບໍ່ໄດ້ມີການຮັບຮູ້ຫຼາຍ ເຊິ່ງມັນໄດ້ສົ່ງຜົນກະທົບກັບເດັກນ້ອຍທີ່ຢູ່ໃນກຸ່ມນີ້ ເຮັດໃຫ້ເຂົາເຈົ້າບໍ່ໄດ້ຮັບການຍອມຮັບຈາກສັງຄົມຫຼາຍພໍເທົ່າໃດ.

ທ່ານຍັງໄດ້ກ່າວຕື່ມອີກວ່າ: ຢາກຝາກເຖິງ ພໍ່ແມ່ ຄູອາຈານ ແລະ ທຸກໆຄົນ ໃຫ້ເຂົ້າໃຈກ່ຽວກັບພຶດຕິກໍາທີ່ເປັນຕົວຕົນເຂົາເຈົ້າເອງ ຕົວຢ່າງ: ເດັກຍິງມີພຶດຕິກໍາເປັນຊາຍ ຫຼື ເດັກຊາຍມີພຶດຕິກໍາເປັນຍິງ. ໃຫ້ເຂົ້າໃຈວ່າ ນັ້ນເປັນຕົວຕົນຂອງເຂົາທີ່ທຳມະຊາດເປັນຜູ້ສ້າງຂື້ນມາ ແລະ ສິ່ງທີ່ເຮົາຈະຊ່ວຍເຂົາໄດ້ແມ່ນ ຕ້ອງເຂົ້າໃຈ, ປອບໃຈ, ແລ້ວເຂົາຈະຮູ້ສຶກວ່າ ເຂົາຢູ່ໃນສັງຄົມທີ່ປອດໄພ. ສຸດທ້າຍເຂົາກໍ່ຈະເຕິບໃຫ່ຍມາເປັນຄົນດີຂອງສັງຄົມ, ເປັນຄົນທີ່ມີຄວາມຮູ້ຄວາມສາມາດ.

ສຸດທ້າຍແມ່ນຢາກຝາກເຖິງ ກຸ່ມ LGBT ວ່າເຮົາຄວນເຮັດຫຍັງໃຫ້ສັງຄົມແນ່ ແລະ ຄວນເຮັດໃນສິ່ງທີ່ສັງຄົມຕ້ອງການ ໂດຍສະແດງໃຫ້ສັງຄົມເຫັນວ່າເຮົາເປັນ LGBT ແຕ່ກໍ່ສາມາດເຮັດສິ່ງດີໆ ແລະ ເປັນຄົນດີຂອງສັງຄົມໄດ້ເຊັ່ນກັນ.

Hits: 22

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້