Saturday, September 21, 2024
Lenovo

ປະຫວັດສາດ ແລະ ຄວາມເປັນມາຂອງເມືອງປາກລາຍ ແຂວງໄຊຍະບູລີ

ສະພາບຄວາມເປັນມາຂອງເມືອງປາກລາຍ.

–ອີງຕາມການຊັກທອດເລົ່າຂານກັນມາຂອງລຸ້ນຄົນລຸ້ນຕໍ່ລຸ້ນ, ຢູ່ໃນແຕ່ລະສະໄໝຈົນຮອດປະຈຸບັນ ປະມານ 400 ກວ່າປີ.

–ອີງຕາມຂໍ້ມູນທາງດ້ານປະຫວັດສາດ, ພົງສາວະດານ ແລະ ການຄົ້ນພົບວັດຖຸບູຮານຕ່າງໆຢູ່ສິມວັດປາກລາຍໃຕ້ໃນເມື່ອກ່ອນ ( ວັດໄຊຍະມຸງຄຸນໃນປະຈຸບັນ).

ດັ່ງນັ້ນ, ຈຶ່ງສາມາດເວົ້າໄດ້ວ່າ: ເມືອງປາກລາຍເປັນເມືອງເກົ່າແກ່ເມືອງໜຶ່ງຂອງແຂວງໄຊຍະບູລີ. ຖ້າເວົ້າເຖິງທີ່ຕັ້ງແລ້ວ ເມືອງປາກລາຍກໍ່ໄດ້ກາຍເປັນເມືອງປະຕູດ່ານ (ເມືອງປາກດ່ານ) ຢູ່ທາງດ້ານຕາເວັນຕົກ ແລະ ມີຊາຍ ແດນຕິດຈອດກັບຈັງຫວັດອຸດຕະລະດິດ ແລະ ຈັງຫວັດນ່ານ ( ລາຊະອານາຈັກໄທ ).

–ຕັ້ງແຕ່ດຶກດຳບັນຜ່ານມາ ເມືອງປາກລາຍແມ່ນໄດ້ເປັນຈຸດໃຈກາງທາງຜ່ານຂອງແຂກຕ່າງດ້າວທ້າວຕ່າງແດນທັງພາຍໃນ ແລະ ຕ່າງປະເທດເພື່ອໄປມາຢຽມຢາມຖາມຂ່າວ, ລຳລຽງຂົນສົ່ງ ແລະ ແລກປ່ຽນສິນຄ້າຕ່າງໆຈຶ່ງມີເສັ້ນທາງເຊື່ອມຕໍ່ທັງທາງນ້ຳ ແລະ ທາງບົກໄປຫາແຕ່ລະຈຸດທີ່ສຳຄັນເຊັ່ນ:

–ມີເສັ້ນທາງບົກ ແລະ ເສັ້ນທາງນ້ຳແຕ່ເມືອງປາກລາຍເຊື່ອມຕໍ່ນະຄອນຫຼວງວຽງຈັນ, ແຕ່ເມືອງປາກລາຍຫາເມືອງມໍລະດົກໂລກ ( ຫຼວງພະບາງ ) ແລະ ໄປເຖິງປະເທດຈີນ, ສສຫວຽດນາມ, ມີເສັ້ນທາງບົກເຊື່ອມຕໍ່ຈັງຫວັດເລີຍອຸດຕະລະດິດ ແລະ ຈັງຫວັດນ່ານ ( ລາຊະອານາຈັກໄທ ).

ທີ່ມາຂອງເມືອງປາກລາຍ.

–ໃນສະໄໝກອ່ນໄດ້ມີປະຊາຊົນຍົກຍ້າຍຄອບຄົວ ເພື່ອຊອກສະແຫວງຫາບ່ອນທຳມາຫາກິນລ້ຽງຊີບ, ລ້ຽງຄອບຄົວ ແລະ ຊອກຫາສະຖານທີ່ຮາບພຽງກວ້າງຂວາງເພື່ອເປັນເງື່ອນໄຂໃຫ້ໄດ້ຕັ້ງພູມລຳເນົາຂອງຕົນ. ໃນເບື້ອງ ຕົ້ນກໍ່ໄດ້ມີປະຊາຊົນຢູ່ບ້ານຄົກເລົາບົວໂຮມເດີມແມ່ນຕັ້ງຢູ່ຝັ່ງຂວາຂອງແມ່ນ້ຳຂອງຂື້ນກັບ ອຳເພີຊຽງຄານ ຈັງຫວັດເລີຍ ຊຶ່ງເມື່ອກ່ອນດິນດອນຕ່ອນຫຍ້າແຫ່ງນີ້ຍັງເປັນຂອງລາວ ( ນຳພາໂດຍນາຍດຳ )ປະຊາຊົນບ້ານດັ່ງກ່າວໄດ້ເອົາເຄື່ອງຢູ່ຂອງໃຊ້ ແລະ ຄົນລົງໃສ່ເຮືອໂມະ (ເຮືອທີ່ມີພວງໃສ່) ມີທັງໝົດ 7 ລຳ.

ເພາະສະໄໝກ່ອນ ມັກໃຊ້ເຮືອໂມະໃນການລຳລຽງຂົນສົ່ງຂື້ນລ່ອງໂດຍໃຊ້ໄມ້ພາຍ ແລະ ໄມ້ທໍ່ເປັນແຮງບັນຊາເຮືອ.ຈາກນັ້ນກໍ່ມຸ້ງໜ້າຂື້ນທາງເໜືອເລື້ອຍໆ. ຜ່ານແກ້ງຄົດຄູ້, ແກ້ງໃໝ່ແລ້ວສຶບຕໍ່ທໍ່ເຮືອຂື້ນເໜືອ ຈຶ່ງໄດ້ມາພໍ້ດິນດອນຕ່ອນຫຍ້າຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ ແລະ ໄດ້ຕັ້ງສະນຳຢູ່ທີ່ນັ້ນເພື່ອຈັ້ງທ່າ; ຕໍ່ມາກໍ່ເລີຍເກີດມີເຮືອນຢ້າວແລ້ວກາຍເປັນບ້ານນ້ອຍເອີ້ນຊື່ວ່າ: ບ້ານດອນໂຊກ ( ຄົກຂີ້ໝາ ແລະ ນາ 3 ໄຮ່ ).

– ຜ່ານການດຳລົງຊີວິດມາໄດ້ໃນໄລຍະໜຶ່ງເຫັນວ່າ:ສະຖານທີ່ຕັ້ງບ້ານດັ່ງກ່າວແມ່ນຫ່າງໄກຈາກສັງຄົມພາຍນອກ ແລະ ໂດດດ່ຽວສະຖານທີ່ທຳມາຫາກິນກໍ່ເຫັນວ່າຍັງຄັບແຄບ, ພວກເຖົ້າແກ່ຈຶ່ງມາຄົ້ນຄ້ວາກັນແລ້ວຈຶ່ງຕັດສິນໃຈຍົກຍ້າຍຄອບຄົວ. ເອົາເຄື່ອງຂອງລົງເຮືອໂມະເຄື່ອນຂື້ນສູ່ທາງເໜືອຕື່ມ ແລະ ໄດ້ມາພໍ້ດິນດອນຕ່ອນຫຍ້າທີ່ກວ້າງຂວາງ ແລະ ເໝາະສົມສຳລັບການທຳມາຫາກິນ ຈຶ່ງໄດ້ພາກັນສ້າງບ້ານແປງເຮືອນຂື້ນຢູ່ທີ່ນັ້ນເປັນເວລາດົນນານພໍສົມຄວນ ຈົນໄດ້ເຖິງ 3 ໄພ້ ແລະ 8 ເຂີຍ ຈຶ່ງໃສ່ຊື່ບ້ານວ່າ: ບ້ານງອມ 3 ໄພ້ ( ບ້ານໃໝ່ ).

– ຜ່ານການດຳລົງຊີວິດກໍ່ເຫັນວ່າດີແຕ່ມາເບິ່ງທາງດ້ານການຂະຫຍາຍຕົວ ແລະ ການເຊື່ອມສຳພັນກັບສັງຄົມພາຍນອກແລ້ວ. ກໍ່ຍັງໂດດດ່ຽວ ແລະ ມີທ່າສ່ຽງໄພຫຼາຍດ້ານ ເພາະຍັງຢູ່ຫ່າງໄກຈາກບ້ານຕ່າງໆໃນຂົງເຂດນັ້ນ ຜ່ານການເຄື່ອນໄຫວຊອກຢູ່ຫາກິນ ແລະ ພົວພັນສັງຄົມພາຍນອກ ຈຶ່ງໄດ້ມາພົບເຫັນດິນດອນຕ່ອນຫຍ້າທີ່ກວ້າງຂວາງເໝາະສົມໃນການດຳລົງຊີວິດທີ່ຍືນຍົງຍາວນານ ຜູ້ເຖົ້າຜູ້ແກ່ ຈຶ່ງໄດ້ປຶກສາຫາລືກັນຍ້າຍບ່ອນບ້ານຕື່ມ ໂດຍນຳໃຊ້ເຮືອລຳລຽງເຂົ້າຂອງເຄື່ອງໃຊ້ພໍ່ແມ່ປະຊາຊົນລົງເຮືອໂມະ ຜ່ານແກ້ງສາວຂື້ນມາເລີຍພາກັນມາຕັ້ງສະນຳຢູ່  ປາກຫ້ວຍຕັບຄວາຍ ເບື້ອງເໜຶອ ແລະ ຢູ່ແຄມຂອງຝາກບຸ່ງສິມຝັ່ງຂວາແມ່ນ້ຳຂອງຊຶ່ງເຫັນວ່າມີເງື່ອນໄຂສະດວກໃນການໄປມາຫາສູ່ກັນ ແລະ ມີເນື້ອທີ່ກວ້າງຂວາງເຮັດການຜະລິດໄດ້ສະດວກຢູ່ທັງສອງຝັ່ງແມ່ນ້ຳຂອງ, ທັງມີເງື່ອນໄຂຈະຂະຫຍາຍການປຸກສ້າງເຮືອນຊານບ້ານຊ່ອງ.

ເພາະຍັງມີດິນທີ່ຮາບພຽງຫຼາຍ. ການຕິດຕໍ່ພົວພັນກັບສັງຄົມພາຍນອກກໍ່ເຫັນວ່າສະດວກກ່ວາບ່ອນອື່ນໆ ທີ່ເຄີຍຢູ່ຜ່ານມາຫຼາຍ ຈຶ່ງໄດ້ເຊີນເອົາໝໍມໍມາເຮັດພິທີສ່ຽງໄຂໄກ່ເພື່ອຊອກຫາໃຈກາງຂອງບ່ອນຈະຕັ້ງບ້ານ.

ໝໍມໍກໍ່ໄດ້ສັກເຄເທວະດາໃຫ້ມາເປັນສັກຂີພິຍານແລ້ວກໍ່ໄດ້ກີ້ງໄຂ່ໄປຕາມໜ້າດິນເປັນເວລາດົນນານພໍສົມຄວນໄຂ່ໄກ່ຈຶ່ງກີ້ງໄປແຕກຢູ່ກາງກໍໄຜ່ໜາມ. ຢູ່ກາງກໍໄຜ່ໜາມນັ້ນຊ້ຳພັດມີງູເຫຼືອມໃຫ່ຍກຳ່ລັງນອນຝັກໄຂ່ຢູ່. ພວກຜູ້ເຖົ້າຜູ້ແກ່ຈຶ່ງພາກັນຄົ້ນຄ້ວາປຶກສາຫາລືກັນພ້ອມທັງພິສູດ ແລະ ຢັ້ງຢືນວ່າ:

ງູເຫຼືອມໃຫ່ຍເປັນກະສັດຂອງງູທັງຫຼາຍ ແລະ ເປັນສັດທີ່ມີຄວາມສະຫງົບສະນັ້ນ, ຈຶ່ງໄດ້ຕົກລົງເປັນເອກະພາບກັນຕັ້ງບ້ານເຮືອນຢູ່ທີ່ນີ້ນັບແຕ່ເວລານັ້ນເປັນຕົ້ນມາຊື່ວ່າ: ບ້ານໃໝ່ໃຕ້ປາກຫ້ວຍຕັບຄວາຍ (ບ່ອນງູເຫຼືອມໃຫ່ຍຝັກໄຂ່ຢູ່ນັ້ນແມ່ນບ່ອນຕັ້ງສິມວັດໃຕ້ບ້ານໄຊຍະມຸງຄຸນໃນປະຈຸບັນ)

– ການດຳລົງຊີວິດຂອງປະຊາຊົນ ດັ່ງກ່າວຢູ່ທີ່ນັ້ນໃນຫຼາຍປີຕໍ່ມາກໍ່ໄດ້ມີໄພ້ມີເຂີຍຈາກບ່ອນອື່ນມາຢູ່ນຳ, ເພີ້ມຈຳນວນຄອບຄົວຂື້ນເຖິງ 20 ກ່ວາຄອບຄົວ.

ຍ້ອນວ່າປະຊາຊົນ ເຂົາເຈົ້າມີມູນເຊື້ອໃນການປູກມອນລ້ຽງມ້ອນເປັນອາຊີບເສີມສືບມາແຕ່ພໍ່ແມ່, ທັງໄດ້ຕ່ຳ ຫູກທໍ່ໄໝເຮັດເປັນແຜ່ນແພ ເພື່ອຕັດເປັນເຄື່ອງນຸ່ງຫົ່ມ ສາມາດກຸ້ມຕົນເອງໄດ້. ຈຶ່ງໄດ້ຄົ້ນຄ້ວາຊື່ບ້ານຕື່ມ ແລະ ຕົກລົງໃສ່ຊື່ວ່າ: “ບ້ານສວນມອນ” ແລະ ຕໍ່ມາໄດ້ປ່ຽນຕື່ມເປັນບ້ານໃຕ້ ແລະ ບ້ານໄຊຍະມຸງຄຸນໃນປະຈຸບັນ.

– ຕົກມາເຖິງລາຊະການພະເຈົ້າໄຊຍະເສດຖາທິລາດ ຊຸມປີ 1560 ຢູ່ໃນລາຊະການຂອງພະອົງ ແມ່ນມີຄວາມສະຫງົບປະຊາຊົນມີໂອກາດສ້າງສາພັດທະນາໃນດ້ານຕ່າງໆ. ສ່ວນພະອົງກໍ່ໄດ້ສ້າງພະທາດສີສອງຮັກຂື້ນທີ່ເມືອງດ່ານຊ້າຍ (ອຳເພີດ່ານຊ້າຍຈັງຫວັດເລີຍໃນປະຈຸບັນ). ຈຶ່ງເປັນຈຸດໃຈກາງລະຫວ່າງແມ່ນ້ຳຂອງ ແລະ ແມ່ນ້ຳນ່ານ ໃນຊຸມປີ 1560 ແລະ ສຳເລັດໃນການສ້າງໃນປີ 1563. ຢູ່ໃນພະທາດມີຄຳສາບານກັນໄວ້ວ່າ:

ຂໍຈົ່ງເປັນເອກະສີມາມົນທົນອັນກັນໃຫ້ກ້ຽງກົມງາມມົນທົນເທົ້າຮອດພົງພັນລູກເຕົ້າຫຼານເຫຼັນ ຢ່າໄດ້ຊິ່ງຊ່ວງລ່ວງແດນແຜ່ນຫຍ້າຢ່າໄດ້ກະທຳໂລບລ້ຽວແກ່ກັນຈົນສ້ຽງພະອາທິດຕົກລົງສູ່ເນື້ອພື້ນແຜ່ນດິນອັນນີ້ເຖີ້ນ

– ເວລານັ້ນ ພໍ່ແມ່ປະຊາຊົນຢູ່ແຕ່ລະບ້ານ – ເມືອງກໍ່ມີຄວາມສະຫງົບມີໂອກາດສ້າງສາພັດທະນາບ້ານເກີດເມືອງນອນຂອງຕົນ. ເວົ້າສະເພາະປາກລາຍ ປະຊາຊົນກໍ່ໄດ້ພັດທະນາຂະຫຍາຍບ້ານເພີ້ມຂື້ນໄປຕາມແມ່ນ້ຳຂອງແຕ່ເບື້ອງເໜືອຈົນຮອດປາກຫ້ວຍແລນໂຕນ. ແຕ່ນັ້ນໄປກໍ່ໄດ້ມີປະຊາຊົນມາຕັ້ງບ້ານຂື້ນຕື່ມເພີ້ມເປັນ 2 ບ້ານຄື: ແຕ່ຫ້ວຍແລນໂຕນລົງໄປເອີ້ນວ່າບ້ານໃຕ້, ສ່ວນເບື້ອງຫ້ວຍແລນໂຕນໄປທາງເບື້ອງເໜືອເອີ້ນວ່າ: ບ້ານເໜືອ.

– ຢູ່ຕໍ່ມາອີງໃສ່ຄວາມຮຸ່ງເຮືອງສີວິໄລໃນສະໄໝນັ້ນ ຜູ້ເຖົ້າຜູ້ແກ່ພໍ່ແມ່ປະຊາຊົນພ້ອມດ້ວຍພະສົງອົງພະເຈົ້າ ຈຶ່ງໄດ້ພ້ອມພຽງກັນສ້າງວັດ – ສ້າງສິມຂື້ນ, ຊິ່ງເປັນວັດທຳອິດຢູ່ບ້ານໃຕ້ ( ບ້ານໄຊຍະມຸງຄຸນໃນປະຈຸບັນ ) ແລະ ດຽວນີ້ຊື່ວ່າ: ວັດສີສະອາດມຸງຄຸນ. ( ສັນນິຖານວ່າວັດເກົ່າຢູ່ບຸ່ງມາ ແລະ ດອນຮອນແມ່ນສ້າງຂື້ນໃນສະໄໝດຽວກັນແຕ່ດຽວນີ້ເຫຼືອໄວ້ພຽງຊາກສະລັກຫັກພັງ ).

– ພາຍຫຼັງທີ່ເຈົ້າໄຊຍະເສດຖາ ທິລາດ ສິ້ນພະຊົນໄປແລ້ວ ບ້ານເມືອງພັດເກີດຄວາມສັບສົນວຸ້ນວາຍ ແຕກແຍກຄວາມສາມັກຄີພາຍໃນປະເທດລາວ ກໍຄືເມືອງປາກລາຍຕົກເປັນຫົວເມືອງຊ່ວຍຂອງພະມ້າ ເປັນເວລາ 24 ປີ.

– ຈົນມາເຖິງລາຊະການພະເຈົ້າ ສຸລິຍະວົງສາ ທຳມິກະລາດ ຂື້ນຄອງບັນລັງໃນປີ 1638 – 1695 ໄດ້ນຳພາປະຊາ ຊົນບັນດາເຜົ່າປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງຈົນເອີ້ນວ່າ: “ຍຸກຄຳ” ປະເທດລາວໄດ້ມີຊື່ສຽງຢູ່ໃນພາກພື້ນ ແລະ ແຜ່ກວ້າງອອກໄປຈົນຮອດຂົງເຂດເອີຣົບ.

– ພາຍຫຼັງພະເຈົ້າສຸລິຍະວົງສາ ທຳມິກະລາດ ໄດ້ສະຫວັນນະຄົດລົງແລ້ວ ບ້ານເມືອງເກີດມີຄວາມວຸ້ນວາຍຂື້ນ ຍ້ອນເຈົ້າສັກດີນາໃນສະໄໝນັ້ນມີການຍາດຊິງອຳນາດ, ຍາດຊິງເຂດນ້ຳແດນດິນຊຶ່ງກັນ ແລະ ກັນຈຶ່ງເກີດມີສົງຄາມພາຍໃນຂື້ນອັນເປັນສາເຫດເບຶ້້ອງຕົ້ນໃນການສູນເສຍເອກະລາດແຫ່ງຊາດ. ຈົນມາເຖິງຊຸມປີ 1700 ກໍ່ໄດ້ແບ່ງເຂດການປົກ ຄອງເປັນ 2 ເຂດ ແລະ 3 ອານາຈັກເອກະລາດ.

– ໃນຊ່ວງໄລຍະປະເທດຊາດມີຄວາມສັບສົນວຸ້ນວາຍຢູ່ນັ້ນ ປະຊາຊົນປາກລາຍກໍ່ຍັງມີຄວາມທຸ່ນທ່ຽງສຶບຕໍ່ຢ່າງບໍ່ລົດລະໃນການພັດທະນາບ້ານເກີດເມືອງນອນຂອງຕົນໄປເລື້ອງໆ ແລະ ໄດ້ຂະຫຍາຍບ້ານຂື້ນໄປທາງເໜືອຈົນຮອດປາກຫ້ວຍນ້ຳລາຍເບື້ອງໃຕ້. ຍ້ອນແນວນັ້ນໃນໄລຍະຕໍ່ມາຈຶ່ງເກີດມີ 3 ບ້ານຄື: ບ້ານໃຕ້ ( ປາກລາຍໃຕ້ ), ບ້ານກາງ ( ປາກລາຍກາງ ) ແລະ ບ້ານເໜືອ ( ປາກລາຍເໜືອ ).

– ເວລານັ້ນບ້ານໄດ້ຂະຫຍາຍຕົວອອກເປັນ 3 ບ້ານ ແລະ ແຕ່ລະບ້ານກໍ່ມີຄອບຄົວຂະຫຍາຍເພີ້ມຂື້ນບາງຄອບ ຄົວກໍ່ໄດ້ຍ້າຍໄປຢູ່ຕາມໄຮ່, ຕາມນາຄື: ໄດ້ຂະຫຍາຍໄປຕາມທາງໃຕ້ຕາມຝັ່ງຂວາຂອງແມ່ນ້ຳຂອງດັ່ງນີ້: ໄຮ່ນາສັກ    ( ບ້ານນາສັກໃນປະຈຸບັນ ), ໄຮ່ປາກມານ ( ບ້ານແກ້ງສາວໃນປະຈຸບັນ ). ສະເພາະຢູ່ຝັ່ງຊ້າຍຂອງແມ່ນ້ຳຂອງກໍ່ໄດ້ເກີດມີໄຮ່ຄົກເຂົາດໍ (ບ້ານຄົກເຂົາດໍປະຈຸບັນ ) ໄຮ່ຫ້ວຍເຕົ່າ ( ບ້ານຫ້ວຍເຕົ່າປະຈຸບັນ ) ແລະ ບ້ານປາກທູນ  ( ບ້ານໃໝ່ປາກທູນປະຈຸບັນ ).

– ໃນໄລຍະທີ່ປະເທດຊາດໄດ້ສູນເສຍເອກະລາດ ແລະ ໄດ້ກາຍເປັນຫົວເມືອງຂື້ນຂອງສັກດີນາສະຫຍາມແກ່ຍາວເຖິງ 114 ປີ ແຕ່ 1779-1893. ຊິ່ງຕົ້ນເຫດເກີດຈາກ ຄວາມຂັດແຍ່ງກັນລະຫວ່າງສັກດີນາລາວດ້ວຍກັນ, ເມື່ອໃດມີຄວາມຂັດແຍ່ງຂາດຄວາມສາມັກຄີພາຍໃນເວລານັ້ນ ຈຶ່ງເປັນໂອກາດເຮັດໃຫ້ສັກດີນາຕ່າງດ້າວເຂົ້າມາຄອບຄອງໄດ້ໂດຍໄວ.

ເມື່ອປະເທດຊາດຖືກເປັນຫົວເມືອງຂື້ນຂອງສະຫຍາມ ແລະ ຖືກຮຸກຮານຈາກສັກດີນາຕ່າງໆ ທີ່ຢູ່ໃກ້ຄຽງແລ້ວ, ແນ່ນອນປະເທດຊາດບໍ່ມີຄວາມສະຫງົບເວົ້າລວມ, ເວົ້າສະເພາະປະຊາຊົນເມືອງປາກລາຍກໍ່ແມ່ນຕົກຢູ່ໃນໂຊກຊະຕາກຳອັນດຽວກັນ, ຍ້ອນເກີດສົງຄາມຮຸກຮານປະເທດຊາດບໍ່ມີຄວາມສະຫງົບ ປະຊາຊົນກໍ່ບໍ່ມີໂອກາດທີ່ຈະສ້າງສາພັດທະນາບ້ານເກີດເມືອງນອນຂອງຕົນ.

– ເມື່ອປະເທດຊາດໄດ້ສູນເສຍເອກະລາດໄປແລ້ວ ສົງຄາມຮຸກຮານຈາກສັກດີນາທີ່ຢູ່ໃກ້ຄ່ຽງກໍ່ເກີດຂື້ນຕື່ມເພາະ ໃຜໆ ກໍ່ຢາກໄດ້ດິນລາວໄປເປັນເມືອງຂື້ນຂອງຕົນ.

– ແຕ່ພໍມາເຖິງລາຊະການ ເຈົ້າອານຸວົງ ຂື້ນຄອງຊະສົມບັດ ໃນປີ 1804 (ພະອົງເປັນກະສັດທີ່ກ້າຫານເຄີຍໄດ້ເຂົ້າສູ້ຮົບກັບຮົບກັບສັດຕູມາຫຼາຍເທື່ອ) ຄືສະໄໝພະອົງດຳລົງຕຳແໜ່ງເປັນອຸປະລາດຢູ່ນັ້ນ ເຄີຍໄດ້ຍົກກອງທັບຈາກວຽງຈັນ ມີຈຳນວນທະຫານເຖິງ 20.000 ຄົນ ໄປສູ້ຮົບກັບພະມ້າທາງຊຽງໃໝ່ໃນ ປີ 1798-1799 ແລະ 1803 ໄດ້ໄປຕີເມືອງຊຽງໃໝ່ອີກແລ້ວເລີຍໄປຕີເມືອງຊຽງແສນ.

ໃນລາຊະການຂອງເຈົ້າ ອານຸວົງ ນີ້ເຖິງວ່າປະເທດຊາດຈະເປັນຫົວເມືອງຂື້ນຂອງສັກດີສະຫຍາມກໍ່ຕາມ,ແຕ່ເພີ່ນກໍ່ຍັງພະຍາຍາມປົກຄອງບ້ານເມືອງທັງສ້າງສາພັດທະນາບ້ານເມືອງຢ່າງບໍ່ຢຸດຢັ້ງ ເພື່ອເຮັດໃຫ້ບ້ານເມືອງຮຸ່ງເຮືອງຂື້ນເລື້ອຍໆ…

– ໃນປີ 1826 ຍ້ອນປະເທດຊາດ ໄດ້ສູນເສຍເອກະລາດ, ປະຊາຊົນຖືກເກັບເກນໄປຂຸດຄອງແສນແສບຢູ່ກຸງ ເທບ, ພະອົງອົດກັ້ນບໍ່ໄດ້ເມື່ອປະເທດຊາດຖືກຮຸກຮານ ແລະ ປະຊາຊົນລາວມີຄວາມທຸກທໍລະມານຖືກຂູດຮີດຈາກຕ່າງຊາດ, ຈຶ່ງໄດ້ຕັດສິນໃຈນຳພາປະຊາຊົນທັງຊາດ ລຸກຂື້ນຕໍ່ສູ້ເພື່ອກອບກູ້ເອົາເອກະລາດ, ອິດສະລະພາບ ແລະ ເພື່ອປົດແອກຄອບຄອງຈາກສັກດີນາສະຫຍາມ, ຂະບວນການຕໍ່ສູ້ຂອງພະອົງ ກໍ່ໄດ້ເຄຶ່ອນໄຫວຕີເອົາຫົວເມືອງຕ່າງໆໄດ້ຫຼາຍຫົວເມືອງ, ແຕ່ໂຊກຊະຕາບ້ານເມືອງ ແລະ ຍັງມີຫຼາຍເງື່ອນໄຂທີ່ບໍ່ທັນພ້ອມ, ພະອົງຈຶ່ງຖືກສັກດີນາສະຫຍາມຈັບໄດ້ແລ້ວ ເອົາໃສ່ກົງໄປທໍລະມານຢູ່ກຸງເທບ ແລະ ພະອົງກໍ່ໄດ້ສິນພະຊົນໃນ ປີ 1829 ລວມອາຍຸໄດ້ 62 ປີ. ແຕ່ນັ້ນມາສັກດີນາສະຫຍາມກໍ່ໄດ້ເພີ່ມການກົດຂີ່ຂູດຮີດປະຊາຊົນລາວ ແລະ ທັງປຸ້ນຈີ້ເອົາເຄື່ອງຂອງທີ່ມີຄ່າຢູ່ຕາມຫົວເມືອງນ້ອຍໃຫ່ຍຕ່າງໆຈົນໝົດກ້ຽງ.

– ຢູ່ໃນໄລຍະນັ້ນປາກລາຍກໍ່ໄດ້ຕົກຢູ່ໃນຊາຕາກຳອັນດຽວຂອງຊາດ, ພວກສັກດີນາສະຫຍາມໄດ້ເພີ່ມຄວາມຮຸກຮານ ແລະ ແຕ່ງຕັ້ງປາກລາຍໃຫ້ເປັນເມືອງອຸໄທທານີ, ໃນໄລຍະທີ່ເປັນເມືອງຂື້ນຢູ່ນັ້ນພວກເຂົາຍັງໄດ້ສວຍໂອ ກາດປຸ້ນລະດົມ ເອົາວັດຖຸສິ່ງຂອງທີ່ມີຄ່າໄປຢ່າງຫຼວງຫຼາຍເຊັ່ນ:

ພະພຸດທະຮູບ, ເຄື່ອງວັດຖຸບູຮານ ແລະ ເຄື່ອງຄ້ຳຂອງຄູນຕ່າງໆ. ລວມທັງທີ່ຢູ່ໃນສິມວັດໃຕ້ ( ບ້ານໄຊຍະມຸງຄຸນ ) ເຄື່ອງຂອງທັງໝົດໄດ້ເອົາໃສ່ແຢ່ງຊ້າງໄດ້ 3 ແຢ່ງແລ້ວກໍ່ເກນເອົາຊ້າງ 3 ໂຕ ຂົນໄປສົ່ງໃຫ້ພວກເຂົາ.

– ໃນລາຊະການ ເຈົ້າອຸ່ນຄຳ ປີ 1872 ໄດ້ເກີດມີເສິກຫໍ້ມາປຸ້ນ ແລະ ເຂັນຂ້າປະຊາຊົນຕາມຫົວເມືອງຂື້ນນ້ອຍໃຫ່ຍຕ່າງໆເປັນເວລາດົນເຖິງ 16 ປີ. ພວກຫໍ້ທຸງດຳ, ທຸງແດງ ແລະ ທຸງເຫຼື່ອງ ພາຍຫຼັງທີ່ພວກເຂົາຍືດຄອງເອົາເມືອງຕ່າງໆໄດ້ໝົດ. ແລ້ວອານາຈັກຫຼວງພະບາງແມ່ນເປັນບ່ອນຈຸດສຸດທ້າຍຂອງພວກເຂົາ.

ພວກເຂົາໄດ້ບຸກໂຈມຕີຫຼວງພະບາງຢ່າງຮຸນແຮງເປັນຢ່າງໃຫ່ຍ ພະເຈົ້າອຸ່ນຄຳ ເຫັນວ່າກຳລັງຈະສູ້ກັບເສິກຫໍ້ບໍ່ໄຫວຈຶ່ງໄດ້ກວາດເອົາບໍລິວານຈຳນວນໜຶ່ງ ພາກັນລົງເຮືອລ່ອງລົງມາຕາມລຳແມ່ນ້ຳຂອງໂດຍມີທ່ານ ໂອກຸດ ປາວີ ( ອປາວີ ) ຜູ້ຕາງໜ້າຂອງຝຣັ່ງເສດໄດ້ລົງມານຳຂະບວນເຮືອຂອງ ເຈົ້າອຸ່ນຄຳ ລ່ອງລົງມາເຖິງປາກລາຍ ວັນທີ 13 ມິຖຸນາ (6) 1887  ມາພຳນັກຢູ່ທີ່ປາກລາຍ.

ມາເຖິງໄລຍະນີ້ ປາກລາຍໄດ້ຂະຫຍາຍຕົວຂື້ນຢ່າງໄວວາ ເພາະວ່າມີປະຊາຊົນກໍ່ຄືບໍລິວານທີ່ມານຳ ເຈົ້າຊີວິດນັ້ນເປັນຕົ້ນແມ່ນ ພະຍາແສນຫຼວງ ແລະ ພະຍາແສນມື່ນ ໄດ້ນຳຄອບຄົວຍາດພີ່ນ້ອງລົງມາຈາກ ເມືອງຊວາ(ຫຼວງພະບາງ) ມາຕັ້ງພູມລຳເນົາຢູ່ທີ່ປາກລາຍ ເຮັດໃຫ້ມີການຂະຫຍາຍບ້ານເພີ້ມຂື້ນຄື:  ບ້ານນາສັກເກີດປີ 1885, ບ້ານປາກມານ ( ແກ້ງສາວ ) 1860, ບ້ານບຸ່ງມ່າ 1838, ບ້ານສີສະອາດຊົມພູ 1885, ບ້ານສີສະຫ່ວາງ 1865, ບ້ານແສງລາຍ 1935, ບ້ານນາສະຫ່ວາງ 1975 ແລະ ບ້ານຫ້ວຍຊາຍຄຳ 1984.

ມາເຖິງ ວັນທີ 23 ສິງຫາ (8) 1894  ສະເດັດເຈົ້າມະຫາອຸປະຣາດ ບຸນຄົງ ໄດ້ນຳເອົາກອງທັບລົງມາຂັບໄລ່ສັກ ດິນາສະຫຍາມທີ່ຍຶດດິນຝັ່ງຂວາຂອງແມ່ນ້ຳຂອງ ອັນເປັນເຂດແດນຂອງອານາຈັກຫຼວງພະບາງ “ກໍ່ຄືແຂວງໄຊຍະບູລີ ແລະ ກໍ່ແມ່ນເມືອງປາກລາຍໃນປະຈຸບັນ”.

ກອງທັບຂອງເຈົ້າອຸປະຣາດ ບຸນຄົງ ໄດ້ຂັບໄລ່ສັກດີນາສະຫຍາມ ຈົນເຖິງຊາຍແດນພູດູ່ (ຊາຍແດນຝຣັ່ງ ສະ ຫຍາມ) ແລະ ໄດ້ຍຶດເອົາດິນຝັ່ງຂວາຂອງແມ່ນ້ຳຂອງຄື: ປາກລາຍ ແລະ ຈຳປາສັກ (ເດີມເປັນດິນຂອງລາຊາຊັບ) ພວກສັກດີນາສະຫຍາມຢ້ານວ່າຈະເກີດບັນຫາໃຫ່ຍຄືຜ່ານມາ ຊິ່ງຢ້ານລາວຈະທວງເອົາດິນຝັ່ງຂວງທັງໝົດ ທີ່ສັກດີນາສະຫຍາມໄດ້ຍຶດຄອງມາແຕ່ກ່ອນ…ຈຶ່ງຈຳເປັນຕ້ອງໄດ້ຍອມມອບດິນທັງ 2 ຈຸດນີ້ສົ່ງຄືນໃຫ້ລາວ.

ຫຼັງຈາກໄດ້ດິນດັ່ງກ່າວນີ້ຄືນແລ້ວສະເດັດເຈົ້າມະຫາອຸປະລາດ ບຸນຄົງ ກໍ່ໄດ້ຈັດພິທີສະເຫຼີມສະຫຼອງຢູ່ທີ່ຫໍຄຳ ຈຶ່ງໄດ້ປ່ຽນຊື່ຫໍຄຳເປັນຫໍໄຊ ແລະ ປະກາດປາກລາຍເປັນເມືອງປາກລາຍ (ອີງຕາມຊື່ຂອງນ້ຳລາຍຕົກໃສ່ນ້ຳຂອງ) ພ້ອມແຕ່ງຕັ້ງພະຍາ ສຸໂພ ຂື້ນເປັນເຈົ້າເມືອງປາກລາຍ ຜູ້ທຳອິດໃນວັນທີ 23 ສິງຫາ ( 8) 1894.

(ຍັງມີພາກຕໍ່)

ຂໍ້ມູນຈາກ: ຫ້ອງການ ຖວທ ເມືອງປາກລາຍແຂວງໄຊຍະບູລີ

ຜູ້ໃຫ້ຂໍ້ມູນ: ຈະເລີນ ພົງສະຫວັນ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

ຂໍຂອບໃຈນຳຜູ້ສະໜັບສະໜູນ

Latest posts

CP ALL SCHOLARSHIP ທຶນການສຶກສາ ທີ່ຊ່ວຍພັດທະນາບຸກຄະລາກອນລາວແບບຍືນຍົງ

ທຶນການສຶກສາ CP ALL SCHOLARSHIP ເປັນທຶນການສຶກສາຈາກ ສະຖາບັນການຈັດການ ປັນຍາພິວັດ Panyapiwat Institute of Management ຫຼື PIM ທີ່ເປັນໜຶ່ງໃນສະຖາບັນການສຶກສາ ທີ່ຢູ່ໃນເຄືອຂອງ ບໍລິສັດ ຊີພີ ອໍລ໌ ຈໍາກັດ ມະຫາຊົນ (CP ALL) ແຫ່ງຣາຊອານາຈັກໄທ ເຊິ່ງໄດ້ຮັບຄວາມນິຍົມ ແລະ ມີຊື່ສຽງໂດ່ງດັງ ລະດັບແຖວໜ້າ ໃນພາກພື້ນອາຊຽນ ແລະ ສາກົນ ພາຍໃຕ້ຫຼັກສູດມາດຕະຖານສາກົນ ທີ່ມີຄຸນນະພາບສູງ ໂດຍໄດ້ຢັ້ງຢືນໃຫ້ເຫັນວ່າ ມີນັກສຶກສາລາວຈໍານວນບໍ່ໜ້ອຍ ໄດ້ສໍາເລັດຈາກສະຖາບັນແຫ່ງນີ້ ມີຄຸນນະພາບຈິງ, ໄດ້ອາຊີບວ່ອງໄວ ແລະ ມີເງິນເດືອນທີ່ດີ.

ບຸນຫໍ່ເຂົ້າສະຫຼາກ

ບຸນຫໍ່ເຂົ້າສະຫຼາກ ເປັນອີກບຸນໜຶ່ງໃນຮີດ 12 ຄອງ 14 ຂອງຄົນລາວຊາວພຸດ ເຊົິ່ງຈັດຫ່າງຈາກບຸນຫໍ່ເຂົ້າປະດັບດິນພຽງ 14 ວັນ, ບຸນທັງສອງນີ້ມີລັກສະນະຄ້າຍກັນຄື ການເຮັດຫໍ່ເຂົ້າສົ່ງໃຫ້ຜີເຜດ ເຊິ່ງລວມທັງບັນພະບູລຸດຍາດພີ່ນ້ອງຂອງຜູ້ທໍາບຸນ ແລະ ເຜດທີ່ບໍ່ມີຍາດ.

VietJet ສະເໜີໂປຣໂມຊັ່ນສຸດປະຢັດຕອ້ນຮັບລະດູໃບໄມ້ຫຼົ່ນທີ່ບໍ່ເຄີຍມີມາກ່ອນ

(ນະຄອນຫຼວງວຽງຈັນ ວັນທີ 13 ກັນຍາ 2024) VietJet ເປີດຕົວແຄມເປນລະດູໃບໄມ້ປົ່ງໃໝ່, ສະເໜີໃຫ້ນັກທ່ອງທ່ຽວຊາວລາວ ມີໂອກາດປະຢັດຫຼາຍໃນຖ້ຽວບິນຫຼາຍຂຶ້ນ ກຽມພ້ອມທີ່ຈະເຂົ້າສູ່ການພະຈົນໄພຄັ້ງຕໍ່ໄປຂອງທ່ານດ້ວຍປີ້ Eco-class ສອງລ້ານປີ້ເລີ່ມຕົ້ນພຽງແຕ່ 0LAK ພ້ອມກັບສ່ວນຫຼຸດສູງສຸດ 30% ສໍາລັບປີ້ຊັ້ນທຸລະກິດ ແລະ Sky Boss.