Saturday, November 15, 2025
Kbank Laos โอน รับ จ่าย

ເຕັກນິກຮຽນເກັ່ງ! ແບບນ້ອງ ນິດາ ນັກຮຽນເກັ່ງປະຈຳຊັ້ນມ5. ຂອງໂຮງຮຽນ ມສ ສໍາພັນໄຊ ເມືອງຄູນ ແຂວງຊຽງຂວາງ

ນ້ອງ ນິດາ ໄດ້ເລົ່າສູ່ຟັງວ່າ: ກ່ອນທີ່ຈະເປັນນັກຮຽນເກັ່ງໄດ້ໃນເວລາອາຈານຂຶ້ນຫ້ອງສິດສອນນ້ອງຕ້ອງຕັ້ງໃຈຟັງຢ່າງຈົດຈໍ່ ພ້ອມທັງຈົດກ່າຍຄໍາອະທິບາຍເອົາໄວ້, ຖ້າມີຫຍັງບໍ່ເຂົ້າໃຈກໍຖາມຄືນ, ບໍ່ພຽງເທົ່ານັ້ນ ນ້ອງຍັງຕ້ອງທົບຄວນຄືນບົດຮຽນດ້ວຍຕົນເອງ, ເຮັດວຽກບ້ານທີ່ອາຈານໃຫ້ມາ ແລະ ຢູ່ໃນໂຮງຮຽນກໍຕ້ອງປະຕິບັດລະບຽບຂອງທາງໂຮງຮຽນວາງອອກ, ໜັ່ນມາໂຮງຮຽນຢ່າງບໍ່ຂາດ ໃນເວລາຂາດຮຽນມື້ໜຶ່ງຮຽນບໍ່ທັນໝູ່ ແລະ ຍັງຖືຕັດຄະແນນປະຈໍາປີອີກດ້ວຍ.

ວິຊາທີ່ ນ້ອງນິດາ ຮຽນເກັ່ງ ແມ່ນວິຊາພາສາລາວ ແລະ ວັນນະຄະດີ, ເຊິ່ງເປັນວິຊາທີ່ເຂົ້າໃຈໄວ, ຮຽນງ່າຍ ແລະ ມັກຮັກໃນການປະດິດຄິດແຕ່ງຂອງສິລະປະວັນນະຄະດີຕ່າງໆ, ແຕ່ກໍມີບາງວິຊາທີ່ເຫັນວ່າຍັງບໍ່ທັນໄດ້ດີ ໂດຍສະ ເພາະແມ່ນວິຊາຄະນິດສາດ, ຟີຊິກ ແລະ ເຄມີ ທັງໝົດແມ່ນມີຄວາມເຂົ້າໃຈຍາກ ແລະ ສະຫຼັບຊັບຫຼາຍ ໃນເວ ລາສອບເສັງປະຈໍາເດືອນຄະແນນອອກມາຖືວ່າຍັງຕໍ່າ.

ແຕ່ນ້ອງກໍພະຍາຍາມຮຽນນໍາຄົນເກັ່ງ ແລະ ຄູອາຈານເພື່ອພັດທະນາການຮຽນຂອງຕົນໃຫ້ດີຂຶ້ນ. ແຕ່ຢ່າງໃດກໍຕາມ, ນ້ອງ ນິດາ ກໍຍັງມີຄວາມໄຝ່ຝັນໃນອະນາຄົດຢາກເປັນແພດ-ໝໍ ເພື່ອຈະໄດ້ມີໂອກາດປິ່ນປົວຄົນ ໂດຍສະເພາະເດັກນ້ອຍທີ່ຊົນນະບົດ ເພື່ອໃຫ້ເຂົາເຈົ້າມີສຸຂະພາບ ດີ ແລະ ໃຫຍ່ຂຶ້ນມາກາຍເປັນຄົນເກັ່ງ, ເປັນຄົນດີຂອງພໍ່ ແມ່ ກໍຄືຂອງສັງຄົມ.

ນາງ ບົວວັນ ແມ່ຂອງນ້ອງ ນີດາ ກ່າວວ່າ: ທາງຄອບຄົວມີຄວາມດີໃຈຫຼາຍທີ່ຜົນການຮຽນຂອງລູກອອກມາດີ ແລະ ທີ່ຜ່ານມາຄອບຄົວກໍໄດ້ສົ່ງເສີມລູກໃຫ້ເຂົ້າໂຮງຮຽນຢ່າງເຕັມທີ່ ໃນເວລາເຮັດໄຮ່-ເຮັດນາ ກໍບໍ່ບອກໃຫ້ລູກຂາດໂຮງຮຽນມາຊ່ວຍວຽກຄອບຄົວ, ບໍ່ມີແນວຄິດໃຫ້ລູກອອກໂຮງຮຽນ ຫຼື ສ້າງຄອບຄົວແຕ່ຍັງໄວໝຸ່ມເທື່ອ ເພາະຢາກເຫັນອະນາຄົດ ແລະ ຄວາມໄຝ່ຝັນຂອງລູກໃຫ້ສໍາເລັດ.

ນ້ອງນິດາ ອາຍຸ 15 ປີ ນັກຮຽນຊັ້ນ ມ5 ຂອງໂຮງຮຽນ ມສສໍາພັນໄຊ ເມືອງຄູນ ແຂວງຊຽງຂວາງ ນ້ອງໄດ້ເອົາ ໃຈໃສ່ໃນການຟັງຄໍາອະທິດບາຍຂອງຄູອາຈານ ແລະ ໜັ່ນຄົ້ນຄວ້າຮໍ່າຮຽນ, ຈາກຄວາມຂະຫຍັນໝັ່ນພຽນຂອງນ້ອງຈິ່ງເຮັດໃຫ້ນ້ອງໄດ້ຄະແນນຂອງອອກມາດີ, ເຊິ່ງສະເລ່ຍຈັດອັນດັບໃນແຕ່ລະເດືອນບໍ່ຫຼຸດທີ 1 – 3 ໃນຈໍານວນນັກຮຽນ 29 ຄົນທີ່ຮ່ວມຊັ້ນຮຽນດຽວກັນ.

ແຫຼ່ງຂໍ້ມູນ: Media Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.