ໄຊ​ຍະ​ບູລີ ​ແລະ ນ່ານ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ວຽກ​ງານ​ຮັກສາ​ຄວາມ​ສະຫງົບ​ຕາມ​ຊາຍ​ແດນ

​ກອງປະຊຸມຮັກສາ ຄວາມສະຫງົບຮຽບຮ້ອຍ ຕາມຊາຍແດນຄັ້ງທີ 11 ລະຫວ່າງແຂວງໄຊຍະບູລີ ສປປ ລາວ ແລະ ຈັງຫວັດ ນ່ານ ຣາຊະອານາຈັກໄທ ໄດ້ມີຂຶ້ນເມື່ອບໍ່ດົນມານີ້ຢູ່ ແຂວງໄຊຍະບູລີ, ຝ່າຍລາວ ນໍາໂດຍທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ, ທັງເປັນປະທານຄະນະປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບຂັ້ນແຂວງ ແລະ ຝ່າຍໄທນໍາໂດຍທ່ານ ວໍລະກິດຕິ ສຣີທິພາກອນ ຜູ້ວ່າຣາຊະການຈັງຫວັດນ່ານ.

ໃນກອງປະຊຸມນີ້, ສອງ ຝ່າຍໄດ້ທົບທວນການຮ່ວມມືໃນໄລຍະຜ່ານມາ ແລະ ເຫັນດີສືບຕໍ່ຮ່ວມມືກັນຕື່ມ ໃນຫລາຍດ້ານເພື່ອຮັດແໜ້ນສາຍພົວພັນລາວ- ໄທ ໃຫ້ນັບມື້ດີຂຶ້ນ, ທັງເສີມສ້າງ ຄວາມຜາສຸກ ໃຫ້ແກ່ປະຊາຊົນທັງສອງຝ່າຍ,  ແນໃສ່ເຮັດໃຫ້ຊາຍແດນລະຫວ່າງປະ ເທດມີຄວາມສະຫງົບປອດ ໄພ ແລະ ເປັນລະບຽບຮຽບ ຮ້ອຍ, ທັງເປັນການເອື້ອອໍານວຍໃຫ້ແກ່ວຽກງານເສດຖະກິດ, ວັດທະນະທໍາ- ສັງຄົມມີການເຕີບໃຫຍ່ຂະຫຍາຍ ຕົວຂຶ້ນໄປເລື້ອຍໆ ເຮັດໃຫ້ ຊາຍແດນລະຫວ່າງສອງ ປະເທດລາວ-ໄທເວົ້າລວມ ເວົ້າສະເພາະສອງ ແຂວງ ໄຊຍະບູລີ-ນ່ານໃຫ້ກາຍ ເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ມີຄວາມສາມັກຄີ, ການຮ່ວມມື ແລະ ຮັກສາໄດ້ຜົນປະໂຫຍດຂອງປະຊາຊົນທັງສອງຝ່າຍ.  ຈາກນັ້ນ ສອງຝ່າຍກໍໄດ້ລົງນາມບົດບັນທຶກກອງປະຊຸມຮ່ວມກັນນໍາດ້ວຍ.

ແຫຼ່ງຂໍ້ມູນ: Midia Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...