ນາຍົກເນັ້ນພາກສ່ວນທຸລະກິດ ແມ່ນເປັນກຳລັງແຮງທີ່ສຸດ ໃນການພັດທະນາຊົນນະບົດ

ພັກ ແລະ ລັດຖະບານ ກໍ່ໄດ້ຖືສຳຄັນ ແລະ ໃຫ້ບູລິມະສິດວຽກງານການພັດທະນາຊົນນະບົດເປັນພິເສດ ຍ້ອນສະພາບເງື່ອນໄຂຂອງຊົນນະບົດເຂດຫ່າງໄກສອກຫຼີກ ທີ່ຕ້ອງໄດ້ຮັບການພັດທະນາ, ຄືດັ່ງທີ່ຮູ້ນໍາກັນສະພາບຂອງເຂດເລົ່ານັ້ນຍັງບໍ່ທັນມີພື້ນຖານໂຄງລ່າງທີ່ຈະອຳນວຍຄວາມສະ ດວກ, ປະຊາຊົນສ່ວນຫຼາຍກໍ່ຍັງເອື່ອຍອີງທໍາມະຊາດໃນການດຳລົງຊີວິດ, ຕາໜ່າງການສຶກສາ ແລະ ສາທາ ບາງເຂດກໍ່ບໍ່ສາມາດເຂົ້າເຖິງໄດ້, ໃນກໍລະນີທີ່ເຂົ້າໄປຮອດ ຊໍ້າພັດມີຂໍ້ຈຳກັດຫຼາຍດ້ານ.

ພ້ອມນີ້ ການຜະລິດທີ່ເປັນສິນຄ້າ ແມ່ນຍັງຫຍຸ້ງຍາກຫຼາຍ ຈະໃຫ້ຜະລິດເພື່ອໃຫ້ກຸ້ມຕົນເອງກໍ່ຍັງລຳບາກແລ້ວ. ສະນັ້ນ, ຕ້ອງໄດ້ດຳເນີນການເລັ່ງດ່ວນ ຮຽກຮ້ອງປຸກລະດົມຂະແໜງການ, ສູນກາງ, ທ້ອງ ຖິ່ນ, ນັກທຸລະກິດ, ຜູ້ປະກອບການ ແລະ ທຸກກໍາລັງແຮງທົ່ວສັງຄົມຕ້ອງເຂົ້າມາມີສ່ວນຮ່ວມ ແລະ ຍູ້ແຮງເຂົ້າໃນການສ້າງຂະບວນຮັກຊາດ ແລະ ພັດທະນາ ເພື່ອສ້າງຊົນນະບົດໃຫ້ມີໃບໜ້າໃໝ່ ເພື່ອແກ້ໄຂ ແລະ ນໍາພາປະຊາຊົນປະເທດຊາດ ຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາໃຫ້ໂດຍໄວ.

ທ່ານນາຍົກຍັງໄດ້ມີຄຳເຫັນຕື່ມອີກວ່າ: ຄຽງຄູ່ກັບອົງການຈັດຕັ້ງເບື້ອງລັດ ພາກທຸລະກິດແມ່ນເປັນກຳລັງແຮງອັນສຳຄັນທີ່ສຸດ. ສະນັ້ນ, ຈຶ່ງຮຽກຮ້ອງພາກທຸລະກິດເຂົ້າມາມີສ່ວນຮ່ວມໃນຂະບວນການແຂ່ງຂັນຮັກຊາດ ແລະ ພັດ ທະນາທ້ອງຖິ່ນ, ຫມູ່ບ້ານທຸກຍາກ ແລະ ຫ່າງໄກສອກຫຼີກໃຫ້ເປັນຂະບວນຟົດຟື້ນໃຫ້ຫຼາຍຂຶ້ນ, ປຸກ ລະດົມໃຫ້ທຸກພາກສ່ວນໃຫ້ມີສ່ວນຮ່ວມເປັນເຈົ້າການດຶງດູດການລົງທຶນ, ຊອກຫາຕະຫລາດ ແລະ ຊຸກຍູ້ໃຫ້ບັນດາຫົວໜ່ວຍທຸລະກິດ ປະກອບສ່ວນເຂົ້າໃນວຽກງານແຂ່ງຂັນພັດທະນາຊົນນະບົດຕິດພັນວຽກງານສາມສ້າງ, ເພື່ອສ້າງໃຫ້ມີໃບໜ້າໃໝ່ໃນຊົນນະບົດ ໃຫ້ມີການປ່ຽນແປງ ແລະ ພັດທະນາ. ທ່ານ ທອງລຸນ ສີສຸລິດ ນາຍົກລັດທະມົນຕີແຫ່ງ ສປປ ລາວໄດ້ມີຄໍາເຫັນແລກປ່ຽນໃນກອງປະຊຸມ ຄະນະຊີ້ນໍາລະດັບຊາດກ່ຽວກັບວຽກງານແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາວ່າຄຽງຄູ່ກັບພາກລັດ ແມ່ນພາກທຸລະກິດ ທີ່ເປັນກຳລັງແຮງອັນສຳຄັນທີ່ສຸດໃນວຽກງານການພັດທະນາຊົນນະບົດ.

ພາຍຫຼັງທີ່ໄດ້ຮັບຟັງບົດສະຫຼຸບລາຍງານຫຍໍ້ກ່ຽວກັບວຽກງານດັ່ງກ່າວຂອງກະຊວງພາຍໃນ ແລະ ການປະກອບຄຳເຫັນຂອງກະຊວງກະສິກຳ ແລະ ປ່າໄມ້, ແຂວງ ແລະ ບັນດາຜູ້ປະກອບການທຸລະກິດ ທ່ານນາຍົກລັດຖະມົນຕີ ເຫັນວ່າ ຕາມຄໍາຂວັນ ວິໄສທັດ ແລະ ຍຸດທະສາດຂອງການພັດທະນາແມ່ນ “ສູ້ຊົນພັດທະນາປະເທດເຮົາ ໃຫ້ຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້, ກ້າວໄປສູ່ປະເທດກໍາລັງພັດທະນາທີ່ມີລາຍຮັບປານກາງສູງ ຕາມທິດການພັດທະນາສີຂຽວ ແລະ ຍືນຍົງເຖິງປີ 2030”, ນັ້ນແມ່ນພາລະໜ້າທີ່ອັນໜັກໜ່ວງ ແຕ່ເປັນກຽດສະຫງ່າທີ່ລັດຖະບານໄດ້ຮັບມອບໝາຍໃຫ້ຕັ້ງໜ້າຜັນຂະຫຍາຍເປັນແຜນງານໂຄງ ການລະດັບຊາດ, ລວມທັງກໍານົດຂອບເຂດການລົງທຶນສໍາລັບໂຄງການເຫຼົ່ານັ້ນພ້ອມທັງປຸກລະດົມບັນດາພາກສ່ວນເສດຖະກິດ ແລະ ທົ່ວປວງຊົນເຂົ້າຮ່ວມຈັດຕັ້ງປະຕິບັດໃຫ້ເປັນຈິງ.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນທາຍ Lao Press in Foreign Languages


InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...