ພາກລັດຊີ້ແຈງ! ຄວາມສະດວກການດຳເນີນທຸລະກິດຢູ່ ສປປ.ລາວ ອາດບໍ່ບັນລຸເປົ້າ

ກົມສົ່ງເສີມການລົງທຶນ, ກະຊວງແຜນການ ແລະການລົງທຶນເປີດເຜີຍວ່າອັນດັບຄວາມສະດວກໃນການດໍາເນີນທຸລະກິດຂອງ ສປປ ລາວ ໃນບົດງານປີ 2020 ອາດ ຈະບໍ່ບັນລຸໄດ້ລະດັບຄາດໝາຍເນື່ອງຈາກຫຼາຍສາເຫດ.

ກອງປະຊຸມເຜີຍແຜ່ບັນດານິຕິກໍາ ແລະລະບຽບການເພື່ອສະໜັບສະໜູນການຈັດຕັ້ງປະຕິບັດຄໍາສັ່ງເລກທີ 02/ນຍ ໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ອຸຕະແກ້ວ ແກ້ວດວງສິນ ຫົວໜ້າກົມສົ່ງເສີມການລົງທຶນ, ທ່ານນາງ ວາລີ ເວດຊະພົງ ຮອ ງປະທານສະພາການຄ້າ ແລະອຸດສະຫະກໍາແຫ່ງຊາດລາວ, ມີຄະນະກົມ, ພະແນກ, ວິຊາການ ແລະຕາງໜ້າຈາກຫົວໜ່ວຍທຸລະກິດເຂົ້າຮ່ວມ.

ທ່ານ ອຸຕະແກ້ວ ແກ້ວດວງສິນ ກ່າວວ່າ: ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນເພື່ອຮັບຟັງການເຜີຍແຜ່ນິຕິກໍາ ແລະລະບຽບການຕ່າງໆ ເພື່ອສະໜັບສະ ໜູນການຈັດ ຕັ້ງປະຕິບັດຄໍາສັ່ງເລກທີ 02/ນຍ ເປັນຕົ້ນແມ່ນ ດໍາລັດວ່າດ້ວຍການຮັບຮອງເອົາບັນຊີກິດຈະການຄວບຄຸມ ແລະກິດຈະການສໍາປະທານຂອງ ສປປ ລາວບົດແນະນໍາວ່າດ້ວຍການໃຫ້ນະໂຍບາຍສົ່ງເສີມການລົງທຶນດ້ານພາສີ ແລະອາກອນມູນຄ່າເພີ່ມສໍາລັບການນໍາເຂົ້າຂອງວິສາຫະ ກິດ;ຂໍ້ຕົກລົງວ່າດ້ວຍການສ້າງຕັ້ງ ແລະຄຸ້ມຄອງຫ້ອງ ການຜູ້ຕາງໜ້າຂອງນິຕິບຸກຄົນຈາກຕ່າງປະເທດ ແລະ ບັນດານິຕະກໍາ ແລະ ລະບຽບການອື່ນໆ ທີ່ຕິດພັນກັບການປັບຕົວຊີ້ວັດອໍານວຍຄວາມສະດວກໃນການດໍາເນີນ ທຸລະກິດ.

ປະຈຸບັນກົມສົ່ງເສີມການລົງທຶນໄດ້ສໍາເລັດລາຍງານກ່ຽວກັບບັນດານິຕິກໍາ ແລະ ລະບຽບການຕ່າງໆທີ່ໄດ້ຮັບການປັບປຸງ ແລະ ຖືກຈັດຕັ້ງປະຕິບັດໃນໄລຍະ 12 ເດືອນຜ່ານມາເພື່ອປະກອບເປັນຂໍ້ມູນໃຫ້ທີມງານເຮັດການປະເມີນຂອງກຸ່ມທະນາຄານໂລກທີ່ສໍານັກງານໃຫຍ່ໃນວໍຊິງຕັນສະຫະລັດອາເມລິກາສໍາລັບການປະເມີນໃນປີ 20 20 ໃນນັ້ນລາຍການປັບປຸງ Reform Memo ແມ່ນເອກະສານທີ່ສໍາຄັນທີ່ສຸດທີ່ສະແດງໃຫ້ເຫັນເຖິງການປັບປຸງໃນໄລຍະຜ່ານມາຊຶ່ງປະກອບມີ 2 ເນື້ອໃນສໍາຄັນຄື: Data reform ແລະ Data correction.

ຫົວໜ້າກົມສົ່ງເສີມການລົງທຶນກ່າວຕື່ມວ່າ:

ອັນດັບຄວາມສະດວກໃນການດໍາເນີນທຸລະກິດຂອງ ສປປ ລາວ ໃນບົດງານປີ 2020 ອາດຈະບໍ່ບັນລຸໄດ້ລະ ດັບຄາດໝາຍເນື່ອງຈາກຫຼາຍສາເຫດຄື: 1) ເຖິງແມ່ນວ່າຈະມີນິຕິກໍາຫຼາຍສະບັບໄດ້ຮັບການປັບປຸງ ແລະສ້າງຂຶ້ນມາໃຫຍ່ແຕ່ໃນຕົວຈິງຍັງບໍ່ທັນຖືກຈັດຕັ້ງປະຕິບັດໃນໄລຍະ 12 ເດືອນຜ່ານມາ.

ດັ່ງນັ້ນທະນາຄານໂລກຈະບໍ່ນັບເຂົ້າໃນການປະເມີນຂອງບົດລາຍງານ 2020 ແຕ່ຈະນັບເຂົ້າໃນການປະເມີບົດລາຍ ງານ 2021 ຖ້າໄດ້ຮັບການປະຕິ ບັດຢ່າງຈິງຈັງ. 2) ມີບາງຕົວຊີ້ວັດໄດ້ສ້າງ ແລະປັບປຸງບາງນິຕິກໍາທີ່ຕິດພັນກັບຂະແໜງການຕົນແລ້ວແຕ່ຈະຍັງບໍ່ມີຜົນກະທົບຕໍ່ການປ່ຽນແປງຂອງອັນດັບໃນບົດລາຍ ງານປີ 2020 ເຊັ່ນ: ຕົວຊີ້ວັດທີ 6 ການປົກປ້ອງຜູ້ລົງທຶນລາຍຍ່ອຍ.

ຕະຫຼາດຫຼັກຊັບໄດ້ອອກນິຕິກໍາຫຼາຍສະບັບຊຶ່ງນິຕິກໍາດັ່ງກ່າວນີ້ຈະມີຜົນຕໍ່ການປ່ຽນແປງຂອງອັນດັບກໍຕໍ່ເມື່ອມີບໍລິສັດຈົດທະບຽນໃນຕະຫຼາດຫຼັກຊັບຫຼາຍກວ່າ 10 ບໍລິສັດ. ນອກຈາກນີ້ຕົວຊີ້ວັດບາງຕົວອາດຈະບໍ່ມີການປ່ຽນແປງອັນດັບໃນທາງທີ່ດີຂຶ້ນໃນໄລຍະອັນໃກ້ນີ້ຍ້ອນການປັບປຸງຕົວຊີ້ວັດແມ່ນຕິດພັນກັບຂະບວນການປັບປຸງກົດໝາຍເປັນຕົ້ນຕົວຊີ້ວັດທີ 9 ການບັງຄັບໃຊ້ສັນຍາ ແລະຕົວຊີ້ວັດທີ 10 ການແກ້ໄຂບັນຫາລົ້ມລະລາຍຊຶ່ງເຫັນວ່າບັນຫານີ້ຕ້ອງໃຊ້ເວລາໃນການປັບປຸງ.

ແຫຼ່ງຂໍ້ມູນ: ໜັງສືພິມເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...