ທຸລະກິດລາວ-ອິນໂດເດເຊຍ ຮ່ວມມືພັດທະນາ 4 ໂຄງການທາງດ້ານເສດຖະກິດ

ທີ່ນະຄອນຫຼວງວຽງຈັນ ໄດ້ມີພິທີລົງນາມການຮ່ວມມືທາງທຸລະກິດລະຫວ່າງກຸ່ມບໍລິສັດພົງສະຫວັນ ແລະກຸ່ມລັດວິສາຫະກິດອິນໂດເນເຊຍ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນ ການ ແລະການລົງທຶນ,ທ່ານ ອາລຸນແກ້ວ ກິດຕິຄຸນ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ທ່ານນາງ ຣິນີມາເຣຍນິ ໂຊມ່າໂນ ລັດຖະມົນຕີກະຊວງລັດວິສາຫະກິດອິນໂດເນເຊຍ, ທ່ານ ອ໊ອດ ພົງສະຫວັນ ຜູ້ກໍ່ຕັ້ງ ແລະປະທານທີ່ປຶກສາກິດຕິມະສັກກຸ່ມບໍລິສັດ ພົງສະຫວັນ, ພ້ອມດ້ວຍຮອງລັດຖະມົນຕີ, ເອກອັກຄະລັດຖະ ທູດອິນໂດເນເຊຍປະຈຳລາວ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ການຮ່ວມມືຄັ້ງນີ້ໄດ້ມີການລົງນາມບົດບັນທຶກຄວາມເຂົ້າໃຈທັງໝົດ 4 ສະບັບປະກອບມີ:

1). ບົດບັນທຶກຄວາມເຂົ້າໃຈເພື່ອຮ່ວມມືພັດທະນາໂຄງການກະສິກຳລະຫວ່າ ງບໍລິສັດໄພບູນການຄ້າຂາເຂົ້າ-ຂາອອກຈຳກັດ, ລັດວິສາຫະກິດ PT Perkebunan Nusantara,ລັດວິສາຫະກິດ PT Pupuk Indonesia ແລະ ລັດວິສາຫະກິດ PerumBulog. ຄາດຄະເນຜົນການຮ່ວມມືຄັ້ງດັ່ງກ່າວນີ້ແມ່ນຈະໄດ້ຮ່ວມທຶນຜະລິດ ແລະສົ່ງອອກສິນຄ້າກະສິກຳໄປຍັງຕະຫຼາດສາກົນເປັນຕົ້ນແມ່ນເຂົ້າ, ສາລີ, ຖົ່ວເຫຼືອງ, ອ້ອຍ ແລະອື່ນໆ ຫຼາຍກວ່າ 1 ລ້ານໂຕນຕໍ່ປີ,

2). ບົດບັນທຶກຄວາມເຂົ້າໃຈເພື່ອຮ່ວມມືພັດທະນາໂຄງການພື້ນຖານໂຄງລ່າງ ແລະ ຄົມມະນາຄົມລະຫວ່າງບໍລິສັດປີໂຕຣລ້ຽມເທຣດດິ້ງລາວມະຫາຊົນ ແລະ ລັດວິສາຫະກິດ Indonesia Railway Development Consortium ຄາດວ່າໃນເບື້ອງຕົ້ນຈະໄດ້ຮ່ວມທຶນພັດທະນາໂຄງການທາງລົດໄຟຈາກຕົວເມືອງທ່າແຂກແຂວງຄຳມ່ວນ ສປປ ລາວ ໄປຫາທ່າເຮືອຫວຸ້ງອ່າງສສຫວຽດນາມ.

ສ່ວນສັນຍາທີ 3 ແມ່ນບົດບັນທຶກຄວາມເຂົ້າໃຈເພື່ອຮ່ວມມືພັດທະນາໂຄງການອຸດສາຫະກຳບໍ່ແຮ່ລະຫວ່າງບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວມະຫາຊົນ ແລະ ລັດວິ ສາຫະກິດ PT Timah TBK ແລະລັດວິສາຫະກິດ Pupuk Indonesia ເພື່ອຮ່ວມກັນສຳຫຼວດແລະຂຸດຄົ້ນບໍ່ເກືອກາລີ ແລະ ບໍ່ກົ່ວ, ສັນຍາທີ 4 ແມ່ນບົດບັນ ທຶກຄວາມເຂົ້າໃຈການຊື້-ຂາຍຖ່ານຫີນລະຫວ່າງບໍລິສັດ ປີໂຕຣລ້ຽມເທຣດດິ້ງລາວມະຫາຊົນ ແລະລັດວິສາຫະ ກິດ Bukit Asam ເພື່ອສະໜອງໃຫ້ໂຮງງານໄຟຟ້າພະລັງງາຄວາມຮ້ອນຖ່ານຫີນ 2.000MW ທີ່ແຂວງຄຳມ່ວນ ສປປ ລາວ.

ທ່ານ ຈັນທອນ ສິດທິໄຊປະທານບໍລິສັດປີໂຕຣລ້ຽມເທຣດດິ້ງລາວມະຫາຊົນໃຫ້ສໍາພາດວ່າ:

ຈຸດປະສົງຂອງການລົງນາມໃນຄັ້ງນີ້ເປັນການເຊັນບົດບັນທຶກວ່າດ້ວຍການຮ່ວມມືທາງທຸລະກິດລະຫວ່າງກຸ່ມບໍລິສັດ ພົງສະຫວັນກັບກຸ່ມລັດວິສາຫະກິດຂອງປະເທດອິນໂດເນເຊຍໂດຍສືບເນື່ອງຈາກການຮ່ວມມືຂອງລັດຖະບານສອງຝ່າຍກ່ຽວ ກັບວຽກງານການຄ້າ-ການລົງທຶນ, ທັງເປັນການຜັນຂະຫຍາຍນະໂຍບາຍຂອງພັກ-ລັດຖະບານໃນການພັດທະນາເສດຖະກິດ-ສັງຄົມຂອງລາວ.

ໃນນີ້, ວຽກທໍາອິດຂອງການຮ່ວມມືແມ່ນເລີ່ມຕົ້ນຈາກກະສິກໍາແມ່ນເຂົ້າເນື່ອງຈາກເຂົ້າເປັນພື້ນຖານຂອງປະ ເທດເຮົາທີ່ປະຊາຊົນຜະລິດໄດ້ຫຼາຍແສນໂຕນລໍຖ້າການສົ່ງອອກຢູ່ພວກເຮົາກໍ່ຄິດວ່າຈະປຸກລະດົມໃຫ້ປະຊາຊົນປູກຫຼາຍໆເພື່ອຜະລິດເປັນສິນຄ້າສົ່ງອອກແລ້ວໂອກາດ ຕໍ່ໄປອາດຈະຕັ້ງໂຮງງານເພື່ອສົ່ງເສີມການຜະລິດເຂົ້າຈາກນີ້ໄປອີກ 5 ປີຂ້າງ ໜ້າຈະຕ້ອງໃຫ້ໄດ້ 1 ລ້ານໂຕນຕໍ່ປີ. ສໍາລັບການຮ່ວມມືລະຫວ່າງສອງຝ່າຍຈະເຮັດໃຫ້ທຸລະກິດການແລກປ່ຽນສິນຄ້າມີມູນຄ່າສູງຂຶ້ນເຮັດໃຫ້ການສົ່ງອອກສິນຄ້າຈາກລາວໄປຍັງອິນໂດເນເຊຍ ຫຼືນໍາເຂົ້າສິນຄ້າຈາກອິນໂດເນເຊຍມີຕະຫຼາດຮອງຮັບຢ່າງກວ້າງຂວາງທັງເປັນການເພີ່ມພູນເສດຖະກິດເຮັດໃຫ້ຈີດີພີທັງສອງປະເທດສູງຂຶ້ນ.

ແຫຼ່ງຂໍ້ມູນ: ໜັງສືພິມເສດຖະກິດ-ສັງຄົມ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,