“ຕັບ” ເປັນອະໄວຍະວະສໍາຄັນຂອງຮ່າງກາຍ ເຮັດໜ້າທີ່ ກໍາຈັດສານພິດ ແລະ ສິ່ງເສດເຫຼືອ ອອກຈາກຮ່າງກາຍ ແຕ່ບໍ່ພຽງເທົ່ານັ້ນ ຕັບຍັງເປັນແຫຼ່ງສັງເຄາະພະລັງງານຕ່າງໆ ທີ່ຮ່າງກາຍຕ້ອງການ ເຊັ່ນ: ໂປຣຕີນ, ນໍ້າຕານ ແລະ ສ້າງນໍ້າດີທີ່ຍ່ອຍໄຂມັນ ລອງຄິດເບິ່ງວ່າ ຖ້າຫາກຮ່າງກາຍເຮົາມີສານພິດໃນປະລິມານຫຼາຍໆ ຈົນຕັບຂອງເຮົາເສື່ອມປະສິດຕິພາບ ແລະ ບໍ່ສາມາດກໍາຈັດສານພິດອອກໄດ້ໝົດ ຮ່າງກາຍຂອງເຮົາຈະເປັນແນວໃດ
ສານພິດທີ່ມີຢູ່ໃນ ເຫຼົ້າ-ເບຍ ແມ່ນສາເຫດສໍາຄັນຢ່າງໜື່ງທີ່ທໍາຮ້າຍຕັບຫຼາຍທີ່ສຸດ ເພາະ ເຫຼົ້າ-ເບຍ ບໍ່ມີສານອາຫານຫຍັງເລີຍ ນອກຈາກເປັນສານພິດທີ່ຕ້ອງຖືກສົ່ງໄປໃຫ້ຕັບກໍາຈັດ ແຕ່ເມື່ຶອມີປະລິມານທີ່ຫຼາຍເກີນໄປຈົນຕັບບໍ່ສາມາດຮັບໄຫວ ຕັບກໍຈະຖືກທໍາຮ້າຍແທນ.
ເປັນເລື່ອງດີ ຖ້າເຮົາຫາກເລີ່ມຟື້ນຟູຕັບ ໃນຕອນນີ້ ເຊວທີ່ເຄີຍອ່ອນເພຍ ກໍຈະກັບມາແຂງແຮງໄດ້ດັ່ງເດິມ ມື້ນີ້ອິນໄຊລາວ ໄດ້ເອົາ 6 ວິທິຟື້ນຟູຕັບມາຝາກທຸກຄົນ.
- ຢຸດ! ດື່ມເຫຼົ້າ-ເບຍ ແລະ ແອລກໍຮໍ ທຸກຊະນິດ ທີ່ເປັນຕົວທໍາຮ້າຍຕັບ. ຢຸດດື່ມ ກໍຊ່ວຍໃຫ້ຕັບບໍ່ເຮັດວຽກໜັກ ແລະ ກັບມາແຂງແຮງໄດ້ຢ່າງໄວ.
- ເຂົ້ານອນຕັ້ງແຕ່ 22.00 ໂມງ ເພາະວ່າ ເວລາຕອນ 22.00-2.00 ໂມງ ເປັນຊ່ວງເວລາທີ່ຕັບຈະຮັກສາຕົວເອງໄດ້ດີທີ່ສຸດ.

3. ບໍ່ຄວນກີນຢາ ຫາກບໍ່ຈໍາເປັນ ເພາະຢາເປັນສິ່ງທໍາຮ້າຍຕັບໂດຍກົງ.
4. ຂັບຖ່າຍໃຫ້ເປັນເວລາ ເພາະການເຈັບທ້ອງຈະເຮັດໃຫ້ຕັບເຮັດວຽກຫຼາຍຂື້ນ.

5. ບໍ່ຄວນກີນອາຫານທີ່ປຸງແຕ່ງຫຼາຍເກີນໄປ ເຊັ່ນ: ໃສ່ສີປະສົມອາຫານ, ໃສ່ກັນບູດ ແລະ ນໍ້າຕານທຽມ
6. ຢ່າປ່ອຍໃຫ້ເກີດໂລກອວ້ນ ແລະ ຢ່າກີນອາຫານປະເພດຄາໂບໄຮເດດສູງ ໃນປະລິມານຫຼາຍ ເພາະອາດຈະສ່ຽງຕໍ່ເປັນ ໄຂມັນໃນຕັບໄດ້.

ຂໍ້ມູນຈາກ: MGRONLINE.COM
Hits: 10