ຂໍຂອບໃຈນຳຜູ້ສະໜັບສະໜູນ

ຄືທຸກຮູ້ນຳກັນວ່າ ປີນີ້ ການລະບາດຂອງພະຍາດໄຂ້ຍຸງລາຍມີລັກສະນະຮ້າຍແຮງ ແລະ ອັນຕະລາຍ ຍ້ອນອາການທີ່ສະແດງອອກຂອງໄຂ້ຍຸງລາຍໄດ້ມີການປ່ຽນແປງ ເຊິງປະຊາຊົນສ່ວນໃຫຍ່ຍັງບໍ່ທັນໄດ້ຮັບຮູ້ ຖ້າຫາກການປິ່ນປົວທາງການແພດບໍ່ທ່ວງທັນ ກໍຈະເຮັດໃຫ້ເສຍຊີວິດໄດ້.

ອາການເຕືອນໄຂ້ເລືອດອອກ ຫຼື ໄຂ້ຍຸງລາຍມີດັ່ງນີ້໊:

ເຈັບທ້ອງ ຫຼື ທ້ອງເບັງ

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

  • ໃບໜ້າ,ລໍາໂຕ,ມື ແລະ ຕີນ ມີ ຜື່ນແດງ
  • ມີອາການຮາກ ຫຼື ຮາກເປັນເລືອດ
  • ມີໄຂ້ສູງ 2-5 ວັນ
  • ເຈັບທ້ອງ
  • ມີເລືອດອອກຕາມຜີວໜັງ
  • ຖ່າຍໜັກເປັນສີດຳຄືຖ່ານດັງໄຟ

ກໍລະນີຄົນເຈັບ ໄຂ້ຍຸງລາຍຮ້າຍແຮງ:

  • ຊ໋ອກ ຫຼື ມີອາການອັ່ງນ້ຳ+ຫາຍໃຈຊຸດໂຊມ
  • ເລືອດໄຫລຮຸນແຮງ
  • ອະໄວຍະວະຊຸດໂຊມຮ້າຍແຮງ

ໃນເມື່ອໄຂ້ຍຸງລາຍອັນຕະລາຍ ແລະ ຮ້າຍແຮງຄືແບບນີ້ ພວກເຮົາບໍ່ຄວນຖືເບົາໃນການປ້ອງກັນ ໂດຍການທຳລາຍແຫລ່ງເພາະພັນຂອງໜອນນໍ້າຍຸງລາຍ ພ້ອມນີ້ກໍຕ້ອງໄດ້ເອົາໃຈໃສ່ເປັນພິເສດ ໃນການປ້ອງກັນຄົນໃນຄອບຄົວບໍ່ໃຫ້ຍຸງກັດ ດ້ວຍຫລາຍໆວິທີເຊັ່ນ: ທາຢາກັນຍຸງ, ນອນໃນມຸ້ງ, ບໍ່ໄປໃນທີ່ສ່ຽງເຊັ່ນ: ພຸ້ມໄມ້, ຄອງລະບາຍນໍ້າສິ່ງສຳຄັນທີ່ສຸດຫາກມີໄຂ້ ຫຼື ອາການເຕືອນຕ່າງໆທີ່ກ່າວມາຂ້າງເທິງນັ້ນຕ້ອງໄປໂຮງໝໍຢ່າງດຽວເທົ່ານັ້ນ ເພື່ອຮັບປະກັນຄວາມປອດໄພຂອງຕົນເອງ ແລະ ຄົນທີ່ທ່ານຮັກນັ້ນເອງ.

ຂໍ້ມູນຈາກ: www.bangpakok1.com

ຮຽບຮຽກໂດຍ: InsideLaos

Hits: 166

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້