
“ຝົນຕົກ ບໍ່ຕ້ອງລ້າງດອກ ແປັບດຽວກະເປື້ອນອີກ” ເປັນຄໍາເວົ້າຕິດປາກ ທີ່ຫຼາຍໆຄົນມັກເວົ້າຕໍ່ໆກັນມາ. ບາງຄົນຫາກໍລ້າງລົດແລ້ວ ຝົນກໍຕົກປັບ. ແຕ່! ການທີ່ເຮົາບໍ່ລ້າງລົດໃນຊ່ວງລະດູຝົນ ມັນຍີ່ງເປັນການທໍາຮ້າຍລົດຂອງເຮົາໂດຍບໍ່ຮູ້ໂຕ ມື້ນີ້ພວກເຮົາມາເບິ່ງນໍາກັນວ່າ ເປັນຫຍັງຝົນຕົກ ເຮົາຍັງຈໍາເປັນຕ້ອງລ້າງລົດ.
1 ຝົນກົດ ຝັງເລິກ
ຝົນກົດອາດຈະຝັງໂຕເຂົ້າໄປໃນສີລົດ ການອະນາໄມກໍມີຄ່າໃຊ້ຈ່າຍສູງ ແລະ ໂອກາດທີ່ຈະເຈີຝົນກົດແມ່ນມີຫຼາຍ ໂດຍສະເພາະເຂດອຸດສາຫະກໍາ ແລະ ເຂດທີ່ມີມົນລະພິດທາງອາກາດສູງ.
2. ຄາບນໍ້າ
ເມື່ອມີຄາບນໍ້າ ເຮັດໃຫ້ເກີດຄາບເທີງສີລົດ ຖ້າເຮົາປ່ອຍໃຫ້ຢູ່ດົນ ແລະ ຕາກແດດຈະເຮັດໃຫ້ ການອະນາໄມຍາກຄູນສອງ ເສຍຄ່າໃຊ້ຈ່າຍຫຼາຍຂື້ນ.

3. ເສດສິ່ງຂີ້ເຫຍື່ອຈາກທໍາມະຊາດ
ເສດກີ່ງໄມ້, ໃບໄມ້ ທີ່ຕິດຢູ່ຕາມລົດ ເຮັດໃຫ້ສີລົດມີຮອຍດ່າງ ແລະ ເສຍຫາຍ.
4.ຂີ້ໝ່ຽງ
ຄວາມອັບ ແລະ ຊື້ນ ເຮັດໃຫ້ເກີດຂີ້ໝ່ຽງ ເມື່ອລົດຜ່ານ ການລຸຍນໍ້າ ລຸຍຝົນ ເກີດຄວາມຊື້ນຢູ່ຕະຫຼອດເວລາ ສະນັ້ນຕ້ອງລ້າງ ແລະ ເຮັດໃຫ້ແຫ້ງ ເພື່ອຊ່ວຍໃຫ້ຫຼຸດການເກີດຂີ້ໝ່ຽງ.
5. ຂີ້ຝຸ່ນ
ລົດປຽກ ແມ່ນມັນຈະດູດຂີ້ຝຸ່ນ ເຊິ່ງເຮັດໃຫ້ເກີດຄາບສີດໍາ ຫາກລົດເປັນສີຂາວຈະເຮັດໃຫ້ສີລົດໝ່ອງໄດ້
ຂໍ້ມູນຈາກ: WWW.CARSOME.CO.TH
Hits: 6