Thursday, March 20, 2025

ມີເພດສຳພັນຊາຍກັບຊາຍ ສ່ຽງໄພເປັນໂລກເອດສູງ ໃນສປປ.ລາວ

ພາບປະກອບ

ປັດຈຸບັນ ຢູ່ສປປ ລາວ ມີຜູ້ຕິດເຊື້ອພະຍາດເອດທີ່ຍັງມີຊີວິດຢູ່ ປະມານ 12.000 ຄົນ, ໃນຂະນະທີ່ຜູ້ເສຍຊີວິດ ສະສົມມາຮອດປັດຈຸບັນ ມີ 2.000 ກວ່າຄົນ. ແຂວງ ທີ່ມີຜູ້ຕິດເຊື້ອຫລາຍກວ່າໝູ່ ແມ່ນນະຄອນຫລວງວຽງຈັນ, ຮອງລົງມາແມ່ນ ແຂວງສະຫວັນນະເຂດ, ຈໍາປາສັກ, ແຂວງວຽງຈັນ, ຄຳມ່ວນ ແລະ ແຂວງ ອື່ນໆ ຕາມລຳດັບ.

ທ່ານ ທອງແດງ ສີລາກຸນ ຜູ້ຈັດການຫ້ອງການສະຫະປະຊາຊາດຕ້ານເອດ (UNAIDS) ປະ ຈຳລາວ ໃຫ້ຮູ້ວ່າ: ກຸ່ມເປົ້າໝາຍທີ່ຕິດເຊື້ອພະຍາດເອດຫລາຍກວ່າໝູ່ ແມ່ນກຸ່ມຊາຍທີ່ມີເພດສຳພັນກັບຊາຍ, ເຊິ່ງຖືວ່າໜ້າເປັນຫ່ວງຫລາຍ ເພາະທ່າອ່ຽງຂອງຜູ້ຕິດເຊື້ອຂອງກຸ່ມຄົນນີ້ ໃນປັດຈຸບັນແມ່ນນັບມື້ເພີ່ມຂຶ້ນ, ໂດຍສະເພາະ ຢູ່ນະຄອນຫລວງວຽງຈັນ, ຮອງລົງມາແມ່ນ ກຸ່ມສາວຂາຍບໍລິ ການທາງເພດ, ກຸ່ມຜູ້ໃຊ້ເຂັມສັກຢາເສບຕິດ ແລະ ກຸ່ມຜູ້ໃຊ້ບໍລິການທາງເພດ.

ໃນຈຳນວນຜູ້ຕິດເຊື້ອທັງໝົດ ມີປະມານ 75-77% ທີ່ສາມາດເຂົ້າເຖິງການກວດເລືອດ ແລະ ຮູ້ຕົວວ່າຕິດພະຍາດເອດ. ນອກນີ້, ຍັງມີປະມານ 47-48% ຂອງຜູ້ຕິດເຊື້ອໃນທົ່ວປະເທດ ທີ່ເຂົ້າເຖິງການປິ່ນປົວດ້ວຍຢາຕ້ານ (ARV) ເຊິ່ງເປັນຕົວເລກທີ່ຕໍ່າຫລາຍ ຖ້າທຽບໃສ່ປະເທດໃກ້ຄຽງ.

ສາເຫດທີ່ເຮັດໃຫ້ຜູ້ຕິດເຊື້ອເອດ ເຂົ້າເຖິງການບໍລິການປິ່ນປົວໄດ້ໜ້ອຍ ລວມມີ 3 ສາເຫດສໍາຄັນ ຄື: ຜູ້ຕິດເຊື້ອສ່ວນຫລາຍບໍ່ຮູ້ວ່າຕົນເອງຕິດເຊື້ອ, ເມື່ອເຈັບປ່ວຍໄດ້ດົນແລ້ວ ຈຶ່ງເຂົ້າມາຮັບການປິ່ນປົວຢູ່ໂຮງໝໍ, ຈຶ່ງເຮັດໃຫ້ອັດຕາເສຍຊີວິດມີສູງ, ການເຂົ້າເຖິງການບໍລິການປິ່ນປົວ ຫຍຸ້ງຍາກຍ້ອນອາໄສຢູ່ເຂດຫ່າງໄກ ແລະ ທຸກຍາກ ເຮັດໃຫ້ຂາດງົບປະມານໃຊ້ຈ່າຍໃນການເດີນທາງມາຮັບເອົາຢາປິ່ນປົວ ຢູ່ຕາມສູນບໍລິການປິ່ນປົວຕ່າງໆ, ລວມທັງການຖືກຈຳແນກລັງກຽດ ຂອງຜູ້ຕິດເຊື້ອເອດຈາກຄົນໃນສັງຄົມ.

ທ່ານ ທອງແດງ ສີລາກຸນ ໃຫ້ຮູ້ວ່າ: ປັດຈຸບັນ ສູນບໍລິການປິ່ນປົວຜູ້ຕິດເຊື້ອພະຍາດເອດຢູ່ລາວ ມີທັງໝົດ 11 ແຫ່ງ ຄື ແຂວງບໍ່ແກ້ວ 2 ແຫ່ງ, ຫົວພັນ, ຫລວງນ້ຳທາ, ຫລວງພະບາງ ແຂວງ ລະ 1 ແຫ່ງ, ນະຄອນຫລວງວຽງຈັນ 3 ແຫ່ງ, ຄຳມ່ວນ, ສະຫວັນນະເຂດ ແລະ ແຂວງຈໍາປາສັກ ແຂວງລະ 1 ແຫ່ງ.

ສູນບໍລິການປິ່ນປົວທີ່ມີນີ້, ຖືວ່າໜ້ອຍຫຼາຍເມື່ອທຽບໃສ່ຄວາມຕ້ອງການຕົວຈິງ ສ່ວນການປິ່ນປົວດ້ວຍຢາຕ້ານ (ARV) ແລະ ຄ່າກວດບາງຢ່າງຕາມສູນບໍລິການປິ່ນປົວຜູ້ຕິດເຊື້ອພະຍາດເອດ ທັງ 11 ແຫ່ງ ແມ່ນບໍ່ເສຍຄ່າ ເພາະລັດຖະບານລາວ ໄດ້ຮັບການຊ່ວຍເຫລືອ ຈາກກອງທຶນໂລກ (Global Fund).

ແຫຼ່ງຂໍ້ມູນ: ໜັງສືພິມລາວພັດທະນາ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່