ລາວເພີ່ມບັນຊີຜະລິດຕະພັນໄມ້ທໍາມະຊາດເພື່ອເປັນສິນຄ້າສົ່ງອອກ

ລັດຖະບານໄດ້ເຫັນດີຮັບຮອງການເພີ່ມບັນຊີລາຍການຜະລິດຕະພັນໄມ້ທຳມະຊາດເພື່ອສົ່ງອອກຈາກ 6 ເພີ່ມ ຂຶ້ນເປັນ 9 ລາຍການ, ຂະນະດຽວກັນ ກໍເຫັນດີໃຫ້ອະນຸຍາດໃຫ້ປະຊາຊົນ ຫລື ຜູ້ປະກອບການທີ່ມີໄມ້ປູກເຊັ່ນ: ໄມ້ວິກ, ກະຖິນນະລົງ, ຢາງພາລາ ແລະ ໄມ້ສັກ ສາມາດສົ່ງອອກໄມ້ໄດ້ທຸກຮູບແບບໂດຍມີການປຸງແຕ່ງ ຫລືບໍ່ປຸງແຕ່ງກໍໄດ້ ເພື່ອແກ້ໄຂບັນຫາໄມ້ຕົກຄ້າງຢູ່ໂຮງງານປຸງແຕ່ງໄມ້ ແລະ ໄມ້ປູກທີ່ມີຈໍານວນຫລາຍ. ສ່ວນໄມ້ປູກປະເພດຫວ່ງຫ້າມອື່ນໆໃຫ້ປະຕິບັດຕາມຮູບແບບທີ່ກຳນົດໃນລາຍການຜະລິດຕະພັນໄມ້ທຳມະຊາດ) ແຕ່ໃຫ້ມີການຄຸ້ມຄອງຢ່າງຮັດກຸມ ເພື່ອບໍ່ໃຫ້ມີຊ່ອງຫວ່າງເອົາໄມ້ປະເພດອື່ນອອກ.

ການເຫັນດີເປັນເອກະພາບໃນບັນຫາດັ່ງກ່າວມີຂຶ້ນໃນກອງປະຊຸມລັດຖະບານເປີດກວ້າງຄັ້ງທີ 1 ປະຈໍາປີ 2019 ໃນວາລະຂອງການສະຫລຸບການຈັດຕັ້ງປະຕິບັດຄໍາສັ່ງເລກທີ 15/ນຍ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ, ກວດກາການຂຸດຄົ້ນໄມ້, ການເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ ໃນໄລຍະ 3 ປີຜ່ານມາ. ໂດຍກອງປະຊຸມໄດ້ຕີລາຄາວ່າ:

ເຖິງວ່າຄະນະສະເພາະກິດ ແລະ ທຸກພາກສ່ວນໄດ້ເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນຢ່າງຈິງຈັງ ແລະ ເຂັ້ມງວດກໍຕາມ, ແຕ່ກໍເຫັນວ່າຍັງມີສະພາບການລັກລອບຂຸດຄົ້ນ ແລະ ສົ່ງອອກໄມ້ເກີດຂຶ້ນ, ສະນັ້ນຈຶ່ງມອບໃຫ້ຄະນະສະເພາະກິດສືບຕໍ່ໃນວຽກງານດັ່ງກ່າວຢ່າງເຂັ້ມງວດກວ່າເກົ່າ, ພ້ອມທັງໃຫ້ຊີ້ນໍາໃຫ້ບັນດາເຈົ້າແຂວງແຕ່ລະທ້ອງຖິ່ນເອົາໃຈໃສ່ຕິດຕາມເຂັ້ມງວດເພື່ອບໍ່ໃຫ້ມີການລັກລອບຕັດໄມ້ເກີດຂຶ້ນອີກ.

ແຫຼ່ງຂໍ້ມູນ: ໜັງສືພິມລາວພັດທະນາ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...