ຂໍຂອບໃຈນຳຜູ້ສະໜັບສະໜູນ

ໃນເດືອນ ກັນຍາ ປີ 2019. ໂຮງຮຽນປະຖົມທົ່ວປະເທດ (ສໍາລັບ ປໍ 1) ຈະເລີ່ມການຮຽນ ການສອນ ດ້ວຍຫຼັກສູດໃໝ່.

ເຊີງຕອນນີ້  ປື້ມຕໍາລາຮຽນ 856.000 ຫົວ, ປື້ມຄູ່ມືຄູ 146.000 ຫົວ, ປື້ມຄູ່ມືການຝຶກອົບຮົມ 16.600 ຫົວ ແລະ ກ່ອງຂໍ້ມູນສໍາລັບຄູ 9000 ກ່ອງ. ທັງໝົດນີ້ຈະຖືກສົ່ງໄປຕາມຕົວເມືອງຕ່າງໆ ໂດຍເລີ່ມຕົ້ນສົ່ງແຕ່ກາງເດືອນ ມິຖຸນາ ເຊິງໄດ້ຮັບແລ້ວ 79 ເມືອງ. ຄາດວ່າຈະສໍາເລັດໃນກາງເດືອນ ກໍລະກົດ ນີ້ ເພື່ອໃຫ້ທັນກັບການເປີດສົກຮຽນໃໝ່ ໃນເດືອນ ກັນຍາ ປີນີ້.

ຂໍ້ຫຍຸ້ງຍາກສໍາລັບວຽກນີ້ ແມ່ນຖະໜົນຫົນທາງ ທີ່ມີຄວາມລໍາບາກໃນການຂົນສົ່ງ  ເພາະຊ່ວງນີ້ເປັນຊ່ວງລະດູຝົນ. ໂດຍສະເພາະເຂດທີ່ມີພູສູງ ແລະ ຫ່າງໄກສອກຫຼີກ ເປັນຕົ້ນແມ່ນ: ເມືອງ ກະລືມ ແຂວງ ເຊກອງ ແລະ ເມືອງ ໃໝ່ ແຂວງ ຜົ່ງສາລີ. ຕອນນີ້ທີມງານຂົນສົ່ງ ກໍາລັງຊອກຫາວິທີ ເພື່ອຂົນສົ່ງປື້ມຕ່າງໆໃຫ້ຮອດເຂດດັ່ງກ່າວ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ຂໍ້ມູນຈາກ: http://www.bequal-laos.org/deliveries-of-new-grade-1-materials-completed-for-seven-provinces/

Hits: 18

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້