ຄົນຢາກເປັນໃຫຍ່ຕ້ອງຮູ້! ສຸພາສິດສອນໃຫ້ເປັນເຈົ້າຄົນນາຍຄົນ

ພາບປະກອບ

ຢາກທຸກ ໃຫ້ເປັນນາຍຄົນ ຢາກສົນລະວົນໃຫ້ເອົາເມຍນ້ອຍ ຢາກໃຫ້ເຂົາປ້ອຍ ຂີ້ໃສ່ຫົນທາງ

ພາບປະກອບ

1. ເກົ້າອົດເກົ້າເຍື້ອນຫາກຊິໄດ້ທ່ອນຄຳ

2. ເກີດເປັນຄົນໃຫ້ຮຽນຄວາມຮູ້

3. ເຂົ້າເຕັມເລົ້ານັ່ງເວົ້າກໍຄື ເງິນເຕັມຖົງເວົ້າໂກງກໍໄດ້

4. ເຂົ້າໃນປ່າຢ່າວອນຫາເສືອ ໄປທາງເຮືອຢ່າວອນຫາເງືອກ

5. ເຂົ້າຢູ່ເຮືອນເໜືອ ເກືອຢູ່ເຮືອນໃຕ້

6. ເຄັ່ງຫຼາຍມັນຂາດ ຍານຫຼາຍມັນຂ້ອງ

7. ເງິນເຕັມພາ ບໍ່ທໍ່ຜະຫຍາເຕັມປູມ

8. ເງິນຄຳຫາໄດ້ ນ້ຳໃຈຫາຍາກ

9. ເຈັ້ານາຍບໍ່ດີເຫັນແກ່ເງິນແສນໄຖ່ ເຈົ້ານາຍດີເຫັນແກ່ໄພ່ແສນເມືອງ

10. ເຈົ້າເຮືອນພາເຂົ້າ ເຈົ້າເຫຼົ້າພາກິນ

ພາບປະກອບ

11. ເສຍຄຳທໍ່ຫົວ ບໍ່ທໍ່ເສຍຜົວໃຫ້ເຂົາ

12. ເສຍໜ້ອຍເສຍຍາກ ເສຍມາກເສຍງ່າຍ

13. ເສືອໄດ້ກິນເນື້ອເພື່ອປ່າມີໜາມ ໄມ້ງາມເພື່ອເສືອຢູ່

14. ເສືອຕາຍຍ້ອນໜັງ ຊ້າງຕາຍຍ້ອນງາ ພຣະຍາຕາຍຍ້ອນສົມຣາຊບັດ

15. ເຊືອກສາມວາລ່າມຊ້າງ ຢ່າອວດອ້າງວ່າໂຕດີ

16. ເດືອນຫົກຢ່າຂີ່ມ້າ ເດືອນຫ້າຢ່າໄຕຂົວ

17. ເດືອນຫົກໃຫ້ຫວ່ານກ້າ ເດືອນຫ້າໃຫ້ແຕ່ງໄຖ

18. ເດີນຕາມຫລັງຣາຊສີ ດີກວ່າເດີນຕາມກົ້ນໝາວັດ

19. ເບິ່ງຄົນໃຫ້ເບິ່ງໜ້າ ເບິ່ງຜ້າໃຫ້ເບິ່ງເຊີງ

20. ເບິງວັດໃຫ້ເບິ່ງຖານ ເບິ່ງບ້ານໃຫ້ເບິ່ງຄົວ

ພາບປະກອບ

21. ເຕົ່າກຸ້ມປາກເຕົ່າ ແລນກຸ້ມປາກແລນ

22. ເຖົ້າແລ້ວຈິ່ງມາພໍ້ຫຍ້າຫວາຍ ບາດຊິຕາຍແລ້ວຈິ່ງມາພໍ້ຫຍ້າປ້ອງ

23. ເປັນຂ້ອຍໃຫ້ເປັນຂ້ອຍອາດຍາ ເປັນໝາໃຫ້ເປັນໝາວັດ

24. ເປັນຄົນໃຫ້ເພິ່ນໃຊ້ ເປັນໄມ້ໃຫ້ເພິ່ນຟັນ

25. ເປັນນາຍໃຫ້ຮັກໄພ່ ເປັນໃຫຍ່ໃຫ້ຮັກລູກບ້ານ ຂີ້ຄ້ານໃຫ້ຄ່ອຍພຽນຈາ

26. ເພິ່ນເຫັນໂຕຢ່າອຳເອົາໄວ້ ບາດໂທດຕ້ອງມາປີ້ນໃສ່ໂຕ

27. ເລືອກຜັກໄດ້ກິນບົ້ງ ເລືອກຂາໂປ້ງໄດ້ຂ້າກິ່ວ ເລືອກຕາຫຼິ່ວໄດ້ຕາບອດ

28. ເວົ້າຕໍ່າຜີຢໍ່າລົງ ເວົ້າສູງຜີຈູງຂຶ້ນ

29. ເຫັນເພິ່ນຫາມໝູ ຢ່າຊູ່ເອົາໄມ້ຄານໄປສອດ

30. ເຫັນເພິ່ນທຸກຢ່າຫານ ເຫັນເພິ່ນມານຢ່າທ້ວງ

ພາບປະກອບ

31. ເຫັນເສືອໃຫ້ໜີ ເຫັນຫີໃຫ້ເດົ້າ ຄວາມເຖົ້າເພິ່ນສອນ

32. ເຫັນແກ່ເງິນແສນໄຖ່ ບໍ່ເຫັນແກ່ໄພແສນເມືອງ

33. ເຫັນເມຍທ່ານຢ່າທ້າ ເຫັນໜ້າເພິ່ນຢ່າຍິງ

34. ເອົາຍ່າມາຢູ່ກັບລູກໃພ້ ປານເອົາໄຂ້ມາໃສ່ຄີງ

35. ເອົາລູກໃພ້ມາລ້ຽງຍ້າ ປ້ານເອົາຫ່າເຂົ້າເຮືອນ

36. ເອົາລູກເຂີຍມາລ້ຽງພໍ່ເຖົ້າ ປານໄດ້ເຂົ້າເຕັມເລົ້າເຕັມເຍຍ

37. ເອົາລູກເພິ່ນມາລ້ຽງ ເອົາໝ້ຽງເພິ່ນມາອົມ

38. ເອົາຫູໄປນາ ເອົາຕາໄປໄຮ່

39. ເອີ້ນກິນແລ່ນໃສ່ ເອີ້ນໃຊ້ແລ່ນໜີ

40. ເຮັດກິນຢ່າຄ້ານ ເຂົ້າບ້ານຢ່າອາຍ ເຫັນຄົນຕາຍຢ່າຂີ້ດຽດ

41. ເຮັດນາຢ່າແພງກ້າ ໄປຄ້າຢ່າແພງທຶນ

42. ເຮັດອັນໃດໃສ່ໃຈອັນນັ້ນ ຊູ້ເຂ່ຍຂ້າງພັນຊັ້ນຢ່າຫຼຽວ

43. ເຮັດວຽກຢ່າພັດວັນ ປະກັນຢ່າພັດມື້

44. ເຮັດໄຮ່ພໍກະຈາ ເຮັດນາພໍກະເທີນ ບັງເອີນໄດ້ທຸກ

45. ເຮັດບຸນເອົາໜ້າ ພາວະນາເອົາລາບ

46. ແກ້ວບໍ່ພັດສາມປີເປັນແຫ່ ພີ່ນ້ອງບໍ່ແວ່ສາມປີເປັນເພິ່ນ

47. ແຂ່ງເຮືອແຂ່ງພາຍແຂ່ງໄດ້ ແຂ່ງບຸນວາດສະໜາແຂ່ງຍາກ

48. ເຊື້ອໝາກຕ້ອງບໍ່ຫ່ອນຫຼົ່ນໄກກົກ ເຊື້ອຜົມດົກບໍ່ຫ່ອນເປັນຫົວລ້ານ

49. ແມງເມົ່າບິນຢູ່ຟ້າ ບໍ່ມີມົ້ມປາກອື່ງຢາງ

ພາບປະກອບ

50. ແລນໄວໄດ້ສາມເຫລົ່າ ເຕົ່າໄວໄດ້ສາມໜອງ

51. ແຫວນດີຍ້ອນຫົວ ຜົວດີຍ້ອນເມຍ

52. ໂຕບໍ່ກິນທ້ອງຊໍ້າຢາກ ໂຕບໍ່ປາກແຕ່ໃຈມັນຄິດ

53. ໂຕບໍ່ຊ່າງວ່າໄມ້ມັນໜຽວ ໂຕຫີຄຽວວ່າກັມວ່າເວນ

54. ໂຜດເຕົ່າໃຫ້ເຖິງໜອງ ທານຄ້ອງໃຫ້ເຖິງວັດ

55. ໄກ່ງາມຍ້ອນຂົນ ຄົນງາມຍ້ອນແຕ່ງ

56. ໄກ່ສາມເດືອນພໍຂ້າ ມ້າສາມເດືອນພໍຂີ່

57. ບໍ່ໄດ້ເສຍບໍ່ມີບ່ອນໄວ້ ບໍ່ໄດ້ໄຊ້ເປັນໜີ້ເທົ້າຕາຍ

58. ໄດ້ເມຍດີປານແກ້ວຄູນລ່າງ ໄດ້ເມຍຊ່າງປານແກ້ວຄູນເຮືອນ

59. ໄດ້ເຕົ່າເສຍໝາ ໄດ້ປາເສຍແຫ

60. ໄປຫາພະໃຫ້ເອົາເຄື່ອງໄປຖວາຍ ໄປຫານາຍໃຫ້ເອົາເຄື່ອງໄປຕ້ອນ

61. ໄປເຮືອນເພິ່ນຢ່ານັ່ງດູດາຍ ໃຫ້ປັ້ນຮູບງົວຮູບຄວາຍໃຫ້ລູກເພິ່ນຫຼິ້ນ

62. ໄຟໄໝ້ປ່າຈິ່ງເຫັນໜ້າໜູ ນ້ຳຖ້ວມຮູຈຶ່ງເຫັນໜ້າຈີ່ຫຼໍ່

63. ໄມ້ແກ່ກວ່າຫຼົວ ຈົວແກ່ກວ່າພະ

64. ໄມ້ລື່ນວາ ປາລື່ນຮ້ອຍ ເດັກນ້ອຍລື່ນຜູ້ໃຫຍ່

65. ໄມ້ລຳດຽວບໍ່ເປັນກໍ ປໍລຳດຽວບໍ່ເປັນເຫຼົ່າ

66. ໄມ້ລົ້ມຂ້າມໄດ້ ຄົນລົ້ມຢ່າຟ້າວຂ້າມ

67. ໃຈຮ້າຍເປັນຜີ ໃຈດີເປັນພຣະ

68. ໃຈໜັກໄດ້ກິນເຂົ້າ ໃຈເບົາໄດ້ກິນກອຍຫົວໃຫຍ່

69. ໄວປາກເສຍສິນ ໄວຕີນຕົກກົກໄມ້

70. ໃຫຍ່ຍ້ອນກິນເຂົ້າ ເຖົ້າຍ້ອນເກີດໄດ້ຫຼາຍປີ

71. ໃຫ້ຟັງດ້ວຍຫູ ໃຫ້ດູດ້ວຍຕາ ລັກຂະນາໃນໃຈຮູ້ແລ້ວຢ່າເນີ

72. ກັນດີກວ່າແກ້ ແຮດີກວ່າລົ້ວ ເອົາຜົວດີກວ່າຢູ່ປ່ຽວ

73. ກາງຄືນເປັນເຫງັນ ກາງເວັນເປັນນົກເຄົ້າ ມື້ເຊົ້າເປັນແມວໂພງ

74. ກິນບໍ່ຊ່າງກິນເປັນໜີ້ ສີ້ບໍ່ຊ່າງສີ້ ເປັນປາກເປັນຄວາມ

75. ກິນແມ່ນປາກ ຢາກແມ່ນທ້ອງ ທ່ຽວຂີ້ແມ່ນຂາ

76. ກິນຫຼາຍທ້ອງແຕກ ແບກຫຼາຍຫຼັງຮັກ

77. ກິນເຂົ້າຜີໃຫ້ເຈົ້າຮາກ ຄ້ຽວໝາກຜີໃຫ້ເຈົ້າຄາຍ ໃຫ້ເຈົ້າຄືນມາດາຍທ້ອງເປົ່າ

78. ຂາຍຂອງໃຫ້ພີ່ນ້ອງ ຂາຍຄ້ອງໃຫ້ເຈົ້າຫົວ

79. ຂີ້ໝິ້ນຢູ່ສວນຊວນກັນເປັນຫວ້ານ ຊູ້ຢູ່ບ້ານເປັນເພິ່ນຊະເລີຍເຕີຍ

80. ຂອງກິນບໍ່ກິນມັນເນົ່າ ຂອງເກົ່າບໍ່ເລົ່າມັນລືມ

81. ຄ້ານກັບເມື່ອຍມັນເກື່ອຍໃສ່ກັນ ໝັ່ນກັບພຽນມັນວຽນຫາກັນ

82. ຢາກຮູ້ຢ່ານອນຫລັບ ຢາກເຫັນໃຫ້ໄປທ່ຽວ ສ່ຽວຮັກໃຫ້ໄປຫາ

83. ຄັນແມ່ນໃຈປະສົງແລ້ວ ເມືອງແກວກໍ່ດັ້ນຮອດ ສາຍຕາຈອດຈໍ້ຈ້ຳ ໃນຖ້ຳກໍ່ກົ່ນຫາ

84. ແດດກໍທົນ ຝົນກໍສູ້ ຮູ້ແລ້ວຄ່ອຍພຽນຈາ

85. ຄົນຫຼັກຄ້າໃກ້ ຄົນໃບ້ຄ້າໄກ

86. ຄົນດຳແດງແຍງບໍ່ເປີດ ຄົນຂາວເຫຼືອງເປືອງໄກ່ນ້ອຍ

87. ຄົນຕາບອດອວນທາງ ຄົນຕາຟາງໄປກ່ອນ ບໍ່ດີ

88. ຄົນຮັກທໍ່ຜືນຫນັງ ຄົນງຊັງທໍຜືນເສື່ອ

89. ຄົບຄົນໃຫ້ເບິ່ງໜ້າ ຊື້ຜ້າໃຫ້ເບິ່ງເນື້ອ ລະວັງເສືອຊິຊ້ອນເລັບ

90. ພົບຄົນດີມີສີແກ່ຕົວ ພົບຄົນຊົ່ວພາຕົວໝົ່ນໝອງ

91. ຄົບຄົນພານພາໄປຫາພິດ ຄົບບັນດິດພາໄປຫາຜົນ

92. ຄົບເດັກນ້ອຍສ້າງບ້ານ ຄົບຫົວລ້ານສ້າງເມືອງ

93. ຄຸນພໍ່ທໍ່ພູເຂົາກ້າ ຄຸນແມ່ທໍ່ຟ້າກັບດິນ

94. ຄວາມກະຕັນຍູນັ້ນເປັນຄອງນັກປາດ ພຣະບາດເຈົ້າຍໍຍ້ອງວ່າດີ

95. ຄວາມບໍ່ດີຫາໃສ່ ຄວາມບໍ່ໃຫຍ່ຫາແຖມ

96. ຄວາມງົວບໍ່ທັນຫາຍ ຄວາມຄວາຍເຂົ້າມາແຊກ

97. ງົວຄວາຍເຫັນແກ່ຫຍ້າ ຂີ້ຂ້າເຫັນແກ່ກິນແກ່ນອນ

98. ງົວໂຕດຽວກິນຫຍ້າແຍກໝູ່ ຮ່າບໍ່ພໍ້ກໍເສືອກິນ

99. ຈອດເຮືອບໍ່ເຖິງທ່າ ຂີ່ມ້າບໍ່ເຖິງທາງ

100. ສຸກຄາຕົ້ນບໍ່ປານຝານຫົວບົ່ມ ເພິ່ນບົ່ມໃຫ້ບໍ່ປານເຈົ້າບົ່ມເອົາ

ແຫຼ່ງຂໍ້ມູນ: https://teacherlao.blogspot.com/2018/01/blog-post_25.html

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...