ຄືທີ່ທຸກຄົນຮູ້ກັນວ່າ ໂຕໂຕ້ ໄດ້ທ້າ ໃຫ້ ອາລຸນ້າ ຂຽນເພງກ່ຽວກັບຄໍາວ່າ: ໄຮ້ດຽງສາ ແລ້ວໃຫ້ໄປສໍາພາດເອົາໄອເດຍຈາກຫຼາຍໆຄົນທີ່ຢູ່ໃນວົງການ ເປັນຕົ້ນແມ່ນ ສັກ ວົງເຊວ, ຕ່າຍ ອາກາດ, ແອນນິຕ້າ, ຈີ່ຈີ ສີວິໄລ ແລະ ອີກຫຼາຍໆຄົນ

ແລະ ໜື່ງໃນນັ້ນກໍແມ່ນ: ເຈ້ຍ ປາຊິຟິກ ທີ່ໄດ້ມາເລົ່າກ່ຽວກັບ ຄໍາວ່າ “ໄຮ້ດຽງສາ” ໂດຍອ້າຍເຈ້ຍໄດ້ເວົ້າວ່າ: “ໄຮ້ດຽງສາ” ໃນຄວາມຄິດຂອງຕົວເອງ ກໍແມ່ນ ເດັກນ້ອຍທີ່ບໍ່ຮູ້ຈັກຄວາມ. ໃນເມື່ອການທີ່ບໍ່ຮູ້ຈັກຄວາມ ເຮົາກໍຈະບໍ່ຮູ້ຫຍັງເລີຍ. ບໍ່ຮູ້ວ່າອັນໃດຜິດ ອັນໃດຖືກ ເດັກນ້ອຍກໍເປັນຄືຜ້າຂາວ ຄ່ອຍຮຽນຮູ້ໄປ.

ໂດຍ ເຈ້ຍ ປາຊິຟິກ ກໍໄດ້ເລົ່າເຖີງເຫດການໃນອະດິດທີ່ມີຄົນແຊຣຮູບເງົາທີ່ຕົວເອງສ້າງ ດ້ວຍຄວາມທຸ້ມເທ້ ແຕ່ມີຄົນເອົາໄປແຊຣລົງເຟສບຸກ ໂດຍສ້າງຜົນກະທົບໃຫ້ກັບຜູ້ສ້າງຮູບເງົາ ແລະ ແມ່ຄ້າທີ່ຂາຍແຜນດີວີດີ.
“ຄວາມບໍ່ຮູ້ ຫຼື ູຄວາມທີ່ເຮົາບໍ່ໄດ້ໄຕ່ຕອງຢ່າງຖີ່ຖ້ວນ ອາດຈະເປັນອິກໜື່ງຄວາມ ໄຮ້ດຽງສາ ທີ່ສ້າງຜົນກະທົບຕໍ່ຕົນເອງ ແລະ ຄົນອື່ນໃນທາງລົບ”
ເຮົາມາຖ້າຕິດຕາມນໍາກັນວ່າ ໄຮ້ດຽງສາ ຂອງ ອາລຸນ້າ ຈະອອກມາເປັນແນວໃດ

ຮູບພາບ ແລະ ຂໍ້ມູນ: Aluna Thavonsouk ແລະ Phoumsana Sirivongsa
Hits: 6