
ຄຸນສົມບັດຂອງຄົນນັ້ນ ອາດຈະສະແດງອອກຕໍ່ສາຍຕາຂອງຜູ້ພົບເຫັນໄດ້ດ້ວຍຫຼາຍຮູບແບບ ເຊັ່ນ: ການນຸ່ງຖື, ສີໜ້າ, ທ່າທາງ, ກິລິຍາ ແລະ ວາຈາ. ບໍ່ວ່າຈະເປັນວົງການລັດ ຫຼື ເອກະຊົນ ກໍລ້ວນແຕ່ຕ້ອງການພະນັກງານທີ່ມີຄຸນສົມບັດທີ່ດີ ມີຄວາມຮູ້ ຄວາມສາມາດ. ມື້ນີ້ ອິນໄຊລາວ ໄດ້ເອົາ 11 ຄຸນສົມບັດທີ່ດີ ທີ່ພະນັກງານ ທັງໃນວົງການລັດ, ເອກະຊົນ ຫຼື ທຸລະກິດສ່ວນຕົວ ຄວນຈະມີ ມາຝາກ. ເພື່ອໃຫ້ທຸກຄົນໄປປັບໃຊ້ໃນຊິວີດໃນການເຮັດວຽກ ຈະມີຫຍັງແດ່ ເຮົາມາເບິ່ງນໍາກັນເລີຍ.
- ເປັນຜູ້ທີ່ມີທັດສະນະດີຕໍ່ວຽກງານ
- ເປັນຜູ້ຮູ້ສຶກເປັນກຽດ ໃນວຽກງານທີ່ຕົນເຮັດຢູ່ນັ້ນ ເປັນຜູ້ທີ່ມີທັດສະນະດີຕໍ່ວຽກງານ
- ເປັນຜູ້ປະຕິບັດໜ້າທີ່ຢ່າງຫ້າວຫັນ ແລະ ເຮັດດີ, ຂະຫຍັນ ແລະ ມີຄວາມຊື່ນຊອບໃນວຽກນັ້ນໆ
- ເປັນຜູ້ປັບຕົນເອງເຂົ້າກັບໝູ່ຄູ່ ແລະ ເປັນມິດ ທັງ ມີມາລະຍາດດີ
- ເປັນຜູ້ມີຄວາມສາມາດ ໃຫ້ຄວາມໄວ້ວາງໃຈແກ່ຜູ້ອື່ນໄດ້

- ເປັນຜູ້ສະແຫວງຫາຄວາມຮູ້ ມີຄວາມຄິດສ້າງສັນ
- ບໍ່ລົມເລື່ອງຊະຊາຍ ບໍ່ເວົ້າຫຼາຍໃນເວລາເຮັດວຽກ
- ມີຄວາມຄິດເປັນຂອງໂຕເອງ, ບໍ່ຫຼັບຫູ ຫຼັບຕາ ເຮັດວຽກຢ່າງບໍ່ພິຈາລະນາ
- ບໍ່ເຮັດວຽກແບບ ສຸມສີ່ ສຸມຫ້າ ຈັດການແກ້ໄຂວຽກຢ່າງມີລະບົບ ແລະ ເປັນຂັ້ນຕອນຢ່າງຮອບຄອບ
- ມີນິໄສມ່ວນຊື່ນແຈ່ມໄສ ໃຫ້ຄວາມອົບອຸ່ນແກ່ເພື່ອນອ້ອມຂ້າງ
- ເປັນຄົນສຸພາບອ່ອນໂຍນ
ຂອບໃຈຂໍ້ມູນດີໆຈາກປື້ມ: ເປັນຄົນດີມີຄຸນນະພາບ ໃນວົງການ ແລະ ສັງຄົມ
Hits: 463