ເຈົ້າຄອງນະຄອນຫຼວງວຽງຈັນ ລົງຢ້ຽມຢາມສວນກ້ວຍຫອມ (ບໍລິສັດສັນຊາດຈີນ) ຢູ່ເມືອງສັງທອງ

ພາບປະກອບ

ທ່ານ ໂລ​ຟາ​ເຕີ ໄດ້​ລາຍ​ງານ​ການ​ດຳ­ເນີນ​ທຸ­ລະ​ກິດ​ຂອງ​ບໍ­ລິ­ສັດ ກໍ​ຄື ການ​ປູກ​ກ້ວຍ​ຫອມ​ເປັນ​ສິນ­ຄ້າ​ຢູ່​ບ້ານ​ກົ້ວ ເຊິ່ງ​ບໍ­ລິ­ສັດ​ໄດ້​ເລີ່ມ​ການ​ຜະ­ລິດ​ປູກ​ກ້ວຍ​ດ້ວຍ​ການ​ເຊົ່າ​ເນື້ອ­ທີ່​ດິນ​ນຳ​ປະ­ຊາ­ຊົນ 160 ກວ່າ​ເຮັກ­ຕາ ມີ​ໄລ­ຍະ​ເຊົ່າ​ສຳ​ປະ­ທານ 10 ປີ (2014-2024) ເຊິ່ງ​ໃນ​ການ​ດຳ­ເນີນ​ທຸ­ລະ​ກິດ ບໍ­ລິ­ສັດ​ໄດ້​ຮັບ​ການ​ອະ­ນຸ­ຍາດ ເປັນ­ຕົ້ນ ໃບ​ທະ­ບຽນ​ວິ​ສາ​ຫະ​ກິດ ໃບ­ຢັ້ງ­ຢືນ​ການ​ມອບ​ພັນ­ທະ​ອາ­ກອນ ໃບ​ອະ­ນຸ­ຍາດ​ດຳ­ເນີນ​ທຸ­ລະ​ກິດ​ກະ­ສິ­ກຳ ແລະ ປ່າ­ໄມ້ ໃບ​ອະ­ນຸ­ຍາດ​ນຳ​ໃຊ້​ນ້ຳ ໃບ­ຢັ້ງ­ຢືນ​ພື້ນ​ທີ່​ປູກ​ກ້ວຍ​ຫອມ​ເປັນ​ສິນ­ຄ້າ​ສົ່ງ​ໄປ​ຈີນ ໃບ­ຢັ້ງ­ຢືນ​ສະ­ຖານ­ທີ່​ຫຸ້ມ​ຫໍ່​ຜະ­ລິດ​ຕະ​ພັນ​ໝາກ­ກ້ວຍ​ຫອມ ແລະ ອື່ນໆ ທີ່​ກ່ຽວ­ຂ້ອງ​ຈາກ​ພາກ​ລັດ ກໍ​ຄື​ພາກ­ສ່ວນ​ກ່ຽວ­ຂ້ອງ​ຂັ້ນ​ກະ­ຊວງ ພະ­ແນກ­ການ​ຂັ້ນ​ທ້ອງ­ຖິ່ນ ແລະ ອຳ­ນາດ​ການ​ປົກ­ຄອງ​ແຕ່​ລະ​ຂັ້ນ ໃນ​ການ​ດຳ­ເນີນ​ການ​ຜະ­ລິດ​ໄດ້​ນຳ​ໃຊ້​ພະ­ນັກ­ງານ ທັງ​ໝົດ 220 ຄົນ ໃນ​ນັ້ນ ມີ​ພະ­ນັກ­ງານ​ຈີນ 20 ຄົນ ເຊິ່ງ​ການ​ປູກ​ກ້ວຍ​ໄດ້​ຮັບ​ຜົນ​ຜະ­ລິດ​ໝາກ­ກ້ວຍ 6.000 ໂຕນ​ຕໍ່​ປີ ແລະ ຜົນ​ຜະ­ລິດ​ຕົ້ນ­ຕໍ​ແມ່ນ​ໄດ້​ສົ່ງ​ຈຳ­ໜ່າຍ​ໄປ​ປະ­ເທດ​ຈີນ ສາ­ມາດ​ສ້າງ​ລາຍ​ຮັບ​ໄດ້ 1,5-2 ລ້ານ​ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 16 ຕື້​ກີບ​ຕໍ່​ປີ ສະ­ເລ່ຍ​ລາຍ​ຮັບ​ຂອງ​ກຳ­ມະ­ກອນ​ທີ່​ເປັນ​ເງິນ­ເດືອນ​ພື້ນ­ຖານ 1 ລ້ານ​ກີບ​ຕໍ່​ເດືອນ ນອກ​ນີ້ ກຳ­ມະ­ກອນ​ຍັງ​ໄດ້​ເງິນ​ເພີ່ມ​ຈາກ​ຜົນ​ຜະ­ລິດ​ກ້ວຍ ກິ​ໂລ​ລະ 400 ກີບ​ຕື່ມ​ອີກ ອັນ​ໄດ້​ສ້າງ​ວຽກ​ເຮັດ​ງານ​ທຳ ແລະ ສ້າງ​ລາຍ​ຮັບ​ໃຫ້​ແກ່​ແຮງ​ລາວ​ທີ່­ຢູ່​ອ້ອມ​ຂ້າງ​ໂຄງ­ການ ປະ­ກອບ­ສ່ວນ​ແກ້​ໄຂ​ຄວາມ­ທຸກ​ຍາກ​ຂອງ​ປະ­ຊາ­ຊົນ​ລາວ​ບັນ­ດາ­ເຜົ່າ ຕາມ​ແນວ­ທາງ​ນະ­ໂຍ­ບາຍ​ຂອງ​ພັກ-ລັດ­ຖະ­ບານ​ລາວ​ວາງ​ອອກ.

ພາບປະກອບ

ສຳ­ລັບ​ການ​ປູກ​ກ້ວຍ​ໃຊ້​ເວ­ລາ 8 ເດືອນ ຈຶ່ງ​ໄດ້​ຮັບ​ຜົນ​ຜະ­ລິດ ແລະ ການ​ປູກ​ປີ​ໜຶ່ງ​ຈະ​ນຳ​ໃຊ້​ຢາ​ປາບ​ສັດ­ຕູ​ພືດ 1-2 ຄັ້ງ (ອີງ­ໃສ່​ການ​ລະ­ບາດ​ຂອງ​ສັດ­ຕູ​ພືດ) ນອກ​ນັ້ນ ຍັງ​ໄດ້​ນຳ​ໃຊ້​ຝຸ່ນ​ເຄ​ມີ​ບຳ­ລຸງ​ຕົ້ນ ແລະ ໝາກ ເພື່ອ​ໃຫ້​ໄດ້­ຜົນ​ຜະ­ລິດ​ກ້ວຍ​ຕາມ​ເປົ້າ​ໝາຍ ສ່ວນ​ຂັ້ນ​ຕອນ​ການ​ຜະ­ລິດ ກ່ອນ​ຈະ​ສົ່ງ​ອອກ​ໄປ​ຈີນ​ນັ້ນ ໄດ້​ນຳ​ເອົາ​ໝາກ­ກ້ວຍ​ດິບ​ມາ​ເຄືອບ​ສານ​ຮັກ­ສາ​ຄວາມ​ສົດ ແລະ ໃນ​ການ​ໃສ່​ສານ​ເຄ​ມີ ກໍ​ຄື ປຸຍ​ເຄ​ມີ ແມ່ນ​ອີງ­ໃສ່​ການ​ແນະ­ນຳ​ຂອງ​ພະ­ນັກ­ງານ​ວິ­ຊາ​ການ​ພະ​ແນກ​ກະ­ສິ­ກຳ ແລະ ປ່າ­ໄມ້ ນວ ບໍ່​ໃຫ້​ມີ​ຜົນ​ກະ­ທົບ​ຕໍ່​ສິ່ງ­ແວ­ດລ້ອມ​ອ້ອມ​ຂ້າງ ຕໍ່​ສຸ­ຂະ­ພາບ​ຂອງ​ແຮງ​ງານ​ກຳ­ມະ­ກອນ ທີ່​ເຮັດ​ວຽກ​ກັບ​ບໍ­ລິ­ສັດ ແລະ ປະ­ຊາ­ຊົນ​ເຂດ​ອ້ອມ​ຂ້າງ.

ພາບປະກອບ

ທ່ານ ສິນ​ລະ​ວົງ ຄຸດ​ໄພ­ທູນ ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ພ້ອມ​ດ້ວຍ​ຄະ­ນະ ໄດ້​ລົງ​ຢ້ຽມ­ຢາມ​ສວນ​ກ້ວຍ​ຫອມ​ຂອງ​ບໍ­ລິ­ສັດ ໂຍງ​ເຊິນ ສົ່ງ­ເສີມ​ການ​ຜະ­ລິດ​ການ​ຄ້າ ຂາ​ອອກ-ຂາ​ເຂົ້າ ຈຳ­ກັດ​ຜູ້​ດຽວ ຢູ່​ບ້ານ​ກົ້ວ ເມືອງ​ສັງ​ທອງ ຖືກ​ຕ້ອນ­ຮັບ​ໂດຍ​ທ່ານ ໂລ​ຟາ​ເຕີ ຮອງ​ປະ­ທານ​ບໍ­ລິ­ສັດ ໂຍງ​ເຊິນ ສົ່ງ­ເສີມ​ການ​ຜະ­ລິດ​ການ​ຄ້າ ຂາ​ອອກ-ຂາ​ເຂົ້າ ຈຳ­ກັດ​ຜູ້​ດຽວ ພ້ອມ​ດ້ວຍ​ພະ­ນັກ­ງານ.

ສວນ​ກ້ວຍ​ດັ່ງ­ກ່າວ​ເປັນ​ໜຶ່ງ​ໃນ 3 ສວນ​ກ້ວຍ​ທີ່​ພະ​ແນກ​ກະ­ສິ­ກຳ ແລະ ປ່າ­ໄມ້ ນວ ກະ­ກຽມ​ທົດ​ລອງ​ສ້າງ​ເປັນ​ສວນ​ກ້ວຍ​ຕົວ​ແບບ​ຜະ­ລິດ​ຕາມ​ມາດ­ຕະ­ຖານ​ທີ່​ດີ (GAP) ເພື່ອ​ເປັນ​ຕົວ​ແບບ​ໃຫ້​ແກ່​ໂຄງ­ການ​ປູກ​ກ້ວຍ​ຂອງ​ບໍ­ລິ­ສັດ​ອື່ນໆ ທີ່​ມາ​ລົງ­ທຶນ​ປູກ​ກ້ວຍ​ຢູ່​ບັນ­ດາ​ເມືອງ​ຕ່າງໆ​ໃນ ນວ ເພື່ອ​ພ້ອມ​ກັນ​ປະ­ຕິ­ບັດ​ຢ່າງ​ເຂັ້ມ​ງວດ​ໃນ​ການ​ນຳ​ໃຊ້​ປຸຍ ແລະ ສານ​ເຄ​ມີ​ເຂົ້າ​ໃນ​ການ​ປູກ ແລະ ຂອດ​ການ​ຜະ­ລິດ​ຕ່າງໆ​ທີ່​ຈະ​ມີ​ຜົນ​ກະ­ທົບ​ຕໍ່​ສິ່ງ­ແວ­ດລ້ອມ ແຮງ​ງານ​ກຳ­ມະ­ກອນ ແລະ ຜູ້​ບໍ­ລິ­ໂພກ.

ແຫຼ່ງຂໍ້ມູນ: ໜັງສືພິມວຽງຈັນໃໝ່

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...