ທົ່ງໄຫຫີນ ເປັນແຫລ່ງທ່ອງທ່ຽວທີ່ສຳຄັນຂອງ ຊຽງຂວາງ ຊາວບ້ານໄປພົບເຂົ້າລະຫວ່າງໄປຫາເຄື່ອງປ່າ ແລະ ລ່າສັດ. ຊຶ່ງມີຮູບຊົງຄ້າຍໄຫເຮັດ ດ້ວຍຫີນຊາຍນີ້ມີຂະໜາດນ້ອຍຈົນເຖິງຂະໜາດໃຫຍ່ ມີຂະໜາດເສັ້ນຜ່າສູນກາງ ແລະ ຄວາມສູງໂດຍສະເລ່ຍ 1.5 ແມັດ ນ້ຳໜັກຫລາຍທີ່ສຸດເຖິງ 15 ໂຕນ ແລະ ໜ່ວຍທີ່ນ້ອຍທີ່ສຸດໜັກປະມານ 40-50 ກິໂລກຣາມ ກະຈັດກະຈາຍ ຢູ່ໃນບໍລິເວນ ເຂດໂພນສະຫວັນ ແລະ ຍັງມີບ່ອນອື່ນໆອີກ.
ໃນ ແຂວງຊຽງຂວາງ ອີກຫລາຍແຫ່ງນຳກັນ ໄຫຫີນສ່ວນຫຼາຍສະກັດ ມາຈາກຫິນຊາຍ ທີ່ຫາງ່າຍໃນທ້ອງຖິ່ນ ແຕ່ມີຢູ່ຫລາຍໜ່ວຍ ທີ່ມີຮ່ອງຮອຍການ ເກືອກລາກມາຈາກບ່ອນອື່ນ ບາງໄຫ ມີລັກສະນະ ແກະສະຫຼັກຍັງບໍ່ສຳເລັດກໍມີ ນອກຈາກນີ້ຍັງຄົ້ນພົບໂຄງກະດູກມະນຸດໃນໄຫບາງໜ່ວຍ ຊຶ່ງເປັນເຄື່ອງ ຢືນຢັນການໃຊ້ຫີນໃນພິທີຝັງສົບໄດ້ຢ່າງດີສ່ວນແຜ່ນຫີນມົນໆ ຄ້າຍຝາປິດຊຶ່ງພົບຢູ່ໃກ້ໆ ກັບໄຫຫີນນັ້ນໜ້າຈະເປັນແຜ່ນຫີນທີ່ໃຊ້ປິດໄຫຫີນໃນຂະ ນະປະກອບພິທີ.
ອ້ອມຮອບໄຫຫີນພົບລູກປັດຈາກຈີນ ເຄື່ອງປະດັບຂອງຊົນເຜົ່າໄທ ແລະ ຮູບສຳລິດຂອງວຽດນາມ ຈຶ່ງພໍຈະຄາດເດົາໄດ້ວ່າ ຊົນເຜົ່າ ທີ່ສ້າງໄຫຫີນຂຶ້ນມານີ້ ຈະຕ້ອງມີຄວາມຈະເລີນ ແລະ ອາລິຍະທຳສູງ ແລະ ມີການຕິດຕໍ່ຄ້າ ຂາຍໄປທົ່ວພູມີພາກແຖວນີ້ດ້ວຍ ນັກບູຮານຄະດີລຸ້ນຫລັງໆ ລົງຄວາມເຫັນວ່າ ເຈົ້າຂອງອາລິຍະທຳນີ້ ອາດຈະເປັນຝີມືຂອງພວກຈາມໃນຫວຽດນາມ ທີ່ຫລົ່ມສະຫລາຍໄປແລ້ວ ຫລື ເປັນຝີມືຂອງຊາວລາວເທີງ ທີ່ອາໄສຢູ່ ໃນແຂວງອັດຕະປື ທາງທິດຕະເວັນອອກສຽງໃຕ້ ຂອງປະເທດລາວ ຕິດກັບຊາຍແດນປະເທດກຳປູເຈຍ ສຳລັບທົ່ງໄຫຫີນນີ້ ຖະໜົນເຂົ້າເຖິງ ສະດວກ ໃນເຂດໂພນສະຫວັນ ແຂວງຊຽງຂວາງ ຊຶ່ງທາງລັດຖະບານ ໄດ້ເກັບກູ້ລະເບີດອອກໝົດແລ້ວ ທຸ່ງໄຫຫີນ ມີຢູ່ສາມກຸ່ມນຳກັນຄື:
- ກຸ່ມທີ່ 1 ຕັ້ງຢູ່ຫ່າງຈາກຕົວເມືອງໂພນສະຫວັນ ທາງທິດຕະເວັນອອກສຽງໃຕ້ ໄປທາງເມືອງຄູນ ເມືອງຫລວງເກົ່າ ໄລຍະທາງປະມານ 7.5 ກິໂລແມັດ ມີໄຫຫີນກະຈັດກະຈາຍ ຢູ່ໃນທົ່ງຫຍ້າປະມານ 200 ໜ່ວຍ ແລະ ມີຂະໜາດໃຫຍ່ກວ່າໃນກຸ່ມອື່ນໆ ໜ່ວຍໃຫຍ່ທີ່ສຸດ ຕັ້ງຢູ່ໂນນພູທາງດ້ານຂວາມື ປາກໄຫຫັນໜ້າໄປທາງສະຫນາມບິນທົ່ງໄຫຫີນ ບໍລິເວນທີ່ຕັ້ງໄຫຫີນນີ້ເປັນຈຸດຊົມວິວທີ່ສວຍ ງາມອີກແຫ່ງໜຶ່ງ ເພາະສາມາດເບິ່ງເຫັນສະໜາມບິນທົ່ງໄຫຫິນ ກອງບັນຊາການກອງທັບອາກາດລາວ ຕົວເມືອງໂພນສະຫວັນ ສ່ວນທາງດ້ານຂວາມືຈະມີ ຂັ້ນໄດປູນຍ່າງລົງໄປຍັງທົ່ງໄຫຫີນອີກຈຸດໜຶ່ງ ຊຶ່ງມີຫລາຍກວ່າໃນຈຸດຊົມວິວແຫ່ງນີ້.ຈາກຈຸດຊົມວິວໄປທາງຊ້າຍມືຈະເຫັນໄຫຫີນ ຈຳນວນນັບສິບໆໜ່ວຍ ວາງລຽງລາຍຢູ່ເຕັມທົ່ງຫຍ້າ ຖັດມາທາງດ້ານຊ້າຍມືຂອງທົ່ງໄຫຫີນ ຈະພົບຖ້ຳແຫ່ງໜຶ່ງ ມີແສງແດດສາດສ່ອງລົງມາ ພາຍໃນຖ້ຳມີລັກສະນະ ເປັນປ່ອງມີຄວາມສູງປະມານ 60 ແມັດ ລັກສະນະພາຍໃນຖ້ຳບໍ່ເລິກປານໃດ ສາມາດບັນຈຸຄົນໄດ້ 50-60 ຄົນ ຖ້ຳແຫ່ງນີ້ເຄີຍໃຊ້ເປັນທີ່ຫລົບໄພສົງຄາມຂອງຊາວ ເມືອງຊຽງຂວາງ ຍາມເມື່ອເຮືອບິນ ມາຖິ້ມລະເບີດ ພ້ອມກັບໃຊ້ເປັນຄັງເກັບອາວຸດ ແລະ ເຊື້ອເພີງ ເມື່ອສົງຄາມອິນດູຈີນທີ່ຜ່ານມາ ບໍລິເວນໂດຍຮອບທົ່ງໄຫຫີນເທິງຈຸດຊົມວິວ ຈະພົບຮ່ອງຮອຍການຂຸດເປັນເດີ່ນ ເປັນແນວຍາວເພື່ອປ້ອງ ກັນການໂຈມຕີທາງອາກາດ ແລະ ຂຸມຫຼົບລະເບີດຂະໜາດໃຫຍ່ຫລາຍຂຸມ ຕະຫລອດຈົນຮ່ອງຮອຍທີ່ໄຫຫີນແຕກກະຈາຍອັນເປັນຜົນ ມາຈາກຝູງເຮືອບິນ ບີ 52 ຂອງອະເມຣິກາ.
- ກຸ່ມທີ່ 2 ຄືກຸ່ມໄຫຫີນພູສະລາໂຕ ຢູ່ຖັດມາຈາກເມືອງໂພນສະຫວັນລົງມາທາງທິດໃຕ້ ປະມານ 25 ກິໂລແມັດ ຄອບຄຸມພື້ນທີ່ໂນນພູສອງໜ່ວຍ ຈະເບິ່ງເຫັນໄຫຫີນກະຈັດກະຈາຍຢູ່ໃນທົ່ງຫຍ້າປະມານ 94 ໜ່ວຍ.
- ກຸ່ມທີ່ 3 ກຸ່ມໄຫຫີນລາດຄ່າຍ ຢູ່ຖັດລົງມາຈາກກຸ່ມໄຫຫີນພູສະລາໂຕ ປະມານ 10 ກິໂລແມັດ ປະກອບດ້ວຍໄຫຫີນປະມານ 150 ໜ່ວຍ ກະຈາຍຢູ່ເທິງໂນນພູໜ່ວຍນ້ອຍ ເບິ່ງລົງມາເຫັນວິວ ທົ່ງຮາບ ຂອງທ້ອງທົ່ງທ້ອງນາຂອງ ບ້ານຊຽງດີ ຊຶ່ງຢູ່ເທິງໂນນພູໜ່ວຍຕໍ່ໄປ ໄດ້ຢ່າງຊັດເຈນ.ກຸ່ມທີ່ 2 ຄືກຸ່ມໄຫຫີນພູສະລາໂຕ ຢູ່ຖັດມາຈາກເມືອງໂພນສະຫວັນລົງມາທາງທິດໃຕ້ ປະມານ 25 ກິໂລແມັດ ຄອບຄຸມພື້ນທີ່ໂນນພູສອງໜ່ວຍ ຈະເບິ່ງເຫັນໄຫຫີນກະຈັດກະຈາຍຢູ່ໃນທົ່ງຫຍ້າປະມານ 94 ໜ່ວຍ.
ບັນດາຜູ້ຮູ້ດ້ານປະຫວັດສາດແລະບູຮານວັນນະຄະດີໃຫ້ຂໍ້ສັງເກດວ່າ ທົ່ງໄຫຫີນໜ້າຈະກ່ຽວພັນກັບປະຫວັດສາດລ໌ສຳຄັນຂອງສັງຄົມມະນຸດແລະ ສັງຄົມໄທຢ່າງນ້ອຍສາມຍຸກ ຄື:
– ຍຸກກ່ອນປະຫວັດສາດ ເມື່ອ 3,000 ປີທີ່ແລ້ວມະນຸດສ້າງໄຫຫິນເຮັດຂຶ້ນມາໃຊ້ໃນພິທີເຜົາສົບຄົນຕາຍ ເປັນການເຮັດພິທີສົບເທື່ອທີ່ 2 ຫລືຝັງສົບທີ່ເຜົາແລ້ວພ້ອມເຂົ້າຂອງຈຳເປັນໃຫ້ຜູ້ຕາຍນຳຕິດຕົວ ໄປໂລກໜ້າ. ມີຫລັກຖານວ່າ ພະວິພາກພູວະດົນ (ຊື່ເດີມຄື ເຈມສ໌ ຟິດຊະຮອຍ ແມກຄາລ໌ທີ -James Fitzroy McCarthy) ເຈົ້າກົມແຜນທີ່ຄົນທຳອິດຂໍງົດຍາມເຄີຍເດີນທາງມາສຳລວດເຖິງທົ່ງ ໄຫຫີນພົບເສດກະດູກຄົົນທີ່ເຜົາແລ້ວແລະເຄື່ອງມືເຄື່ອງໃຊ້ອື່ນບັນ ຈຸຢູ່ໃນໄຫຫີນເຫລົ່ານີ້ ແລະຝະຫລັ່ງນັກສຳລວດລຸ້ນຕໍ່ມາກໍໍ່ພົບຫລັກຖານເພິ່ມເຕີ່ມເປັນ ຂວານຫີນຂັດ ລູກປັດແກ້ວ ເຄື່ອງປັ້ນດີນເຜົາ ເຄື່ອງປະດັບເຮັດດ້ວຍສຳເລັດແລະເຄື່ອງມືເຫລັກລວມເຖິງຝາໄຫຈຳ ຫລັກລວດລາຍເປັນຮູບຄົນແລະຮູບສັດ.
ແຕ່ຕຳນານຂອງຄົນລາວ ກັບເລົ່າເລື່ອງໄຫຫີນວ່າເປັນໄຫເຫລົ້າຂອງ ຂຸນເຈືອງ ເກີດຂຶ້ນຕອນເຮັດສົງຄາມຮົບຊະນະແກວຢຶດເມືອງຊຽງຂວາງໄດ້ຈຶ່ງສັ່ງ ເຮັດເຫລົ້າໄຫລ້ຽງໄພ່ພົນສະຫລອງໄຊຊະນະຍາວນານເຖິງ 7 ເດືອນ ໄຫຫີນໃນຊຽງຂວາງຈຶ່ງຖືເປັນໄຫເຫລົ້າເຈືອງ ສ່ວນຊາວ-ບ້ານທົ່ວໄປເຊື່ອວ່າໄຫຫີນເປັນແກ້ວເຫລົ້າຂອງເຫລົ່າເທວະ ດາທີ່ເນລະມິດກັນຂຶ້ນມາ
– ຍຸກສົງຄາມປາບຮໍ່ໃນສະໄໝລັດຊະການທີ່ 5 ເປັນ ປະຫວັດສາດຍຸກທີ່ກ່ຽວພັນກັບໄທ ເພາະທຸ່ງໄຫຫີນຄືຖານທີ່ມັ່ນຂອງຮໍ່ໃນເວລານັ້ນ ຮໍ່ທີ່ໄທຮົບດ້ວຍເປັນຈີນຈາກກຸ່ມກະບົດໄທ່ຜິງທີ່ພ່າຍແພ້ຜູ້ ປົກຄອງຊາວແມນຈູຫລົບໜີມາທີ່ຕັງເກຍແລະສິບສອງຈຸໄທ ແລ້ວຍົກກຳລັງມາຕີເມືອງພວນໃນຊຽງຂວາງ ຕັ້ງຄ້າຍໃຫຍ່ທີ່ທົ່ງຊຽງຄຳຫລືທີ່ທົ່ງໄຫຫີນຕຽມເຂົ້າຕີເມືອງ ຫລວງພະບາງກັບເມືອງໜອງຄາຍເຮົາກໍ່ເລີຍສົ່ງກອງທັບໄປປາບຮໍ່ ລະຫວ່າງພ. ສ. 2417-2428 ແລະ ພ. ສ.2430.
– ຍຸກປະຫວັດສາດສະໄໝໃໝ່ ທົ່ງໄຫຫີນຄືສ່ວນຫນຶ່ງຂອງສະໜໍລະພູມຮົບໃນ ສົງຄາມວຽດນາມຫລືສົງຄາມອິນໂດຈີນອັນໂຫດຮ້າຍທາລຸນທີ່ໄຟສົງຄາມ ລາມໄປທົ່ວ 3 ປະເທດຄື ລາວ ວຽດນາມ ແລະກຳປູເຈຍ ລະຫວ່າງ ພ. ສ. 2508 ເຖິງ ພ. ສ. 2518
ໃນສົງຄາມອິນໂດຈີນຊຽງຂວາງເປັນຈຸດຍຸດທະສາດສຳຄັນທາງທະຫານເພາະ ຄວາມໄດ້ປຽບທາງພູມິປະເທດຊຶ່ງຕິດຕໍ່ກັບພົມແດນວຽດນາມດ້ວຍເສັ້ນ ທາງໝາຍເລກ 7 ຫລືເສັ້ນທາງສາຍໂຮຈິມິນຫ໌ທີ່ໃຊ້ສົ່ງກຳລັງບຳລຸງແລະອາວຸດຍຸດ ໂທອຸປະກອນຈາກວຽດນາມເໜືອມາຍັງຂະບວນການປະເທດລາວຫລືລາວຝ່າຍຊ້າຍ. ສະໜໍລະພູມແຫ່ງນີ້ດຸເດືອດເລືອດພ່ານ ຜັດກັນລຸກຜັດກັນຮັບລະຫວ່າງທະຫານຂອງຂະບວນການປະເທດລາວກັບທະຫານ ມົ້ງໃນບັງຄັບບັນຊາຂອງນາຍພົນວັງເປົາຊຶ່ງຫນ່ວຍຊີໄອເອຂໍງົດ ຫລັດຈັດຕັ້ງຂຶ້ນເປັນກອງພົນພິເສດໂດຍມີທະຫານຮັບຈ້າງຊາວໄທຈຳນວນ ໜຶ່ງເປັນຄູຝຶກການຮົບໃຫ້ລັດຖະບານລາວຝ່າຍຂວາພະຍາຍາມແຍ່ງຊິງຊຽງ ຂວາງດ້ວຍການສະໜັບສະໜູນໃຫ້ອະເໝລິກາຖິ້ມລະເບີດແບບປູພົມທົ່ວ ທັງແຂວງ.
ຜົນກໍຄື… ຄວາມຍ່ອຍຍັບທີ່ປາກົດມາຈົນເຖິງທຸກມື້ນີ້ ແມ່ນທຸກມື້ນີ້ຈະຍັງບໍ່ມີຫລັກຖານທີ່ບອກເລົ່າຊີ້ແຈ້ງເຖິງ ເລື່ອງລາວຄວາມເປັນມາແທ້ຈິງຂອງໄຫຫີນອັນໃຫຍ່ຫລວງເຫລົ່ານີ້ ທາງການລາວກໍ່ຍັງຍ່າງໜ້າຄົ້ນຫາໄຫຫີນທີ່ເຊື່ອວ່າຍັງຊຸກຊ່ອນ ຢູ່ໃຕ້ດິນນັບພັນອັນຢູ່ຕໍ່ໄປແລະລັດຖະບານລາວກຳລັງຜັກດັນໃຫ້ ອົງຄ໌ການຍູເນດໂກຈົດທະບຽນທົ່ງໄຫຫີນເປັນແຫລ່ງມໍລະດົກໂລກແຫ່ງ ໃໝ່ຫລັງຈາກທີ່ມີແຫລ່ງມໍລະດົກໂລກຢູ່ແລ້ວສອງແຫ່ງ ຄື ເມືອງຫລວງພະບາງ ແລະປາສາດຫີນວັດພູ ຈຳປາສັກ.
ແຫຼ່ງຂໍ້ມູນ: