ເມື່ອຄົນສອງຄົນຕັດສິນໃຈມາໃຊ້ ຊີວິດຮ່ວມກັນ ຫຼື ຕັດສິນໃຈແຕ່ງງານກັນ ຈຸດນີ້ຖືວ່າເປັນຈຸດ ເລິ່ມຕົ້ນຂອງການໃຊ້ຊີວິດຄອບຄົວ

ດັ່ງນັ້ນສິ່ງທີ່ຈະຊ່ວຍໃຫ້ສອງຄົນທີ່ມາຈາກຕ່າງຄອບຄົວ ຕ່າງສະພາບແວດລ້ອມ ໃຫ້ຢູ່ນຳກັນຢ່າງມີຄວາມສຸກ ຮັກກັນສະເໝີໝັ້ນ ຕ້ອງອາໄສການຮ່ວມມືຈາກທັງສອງຝ່າຍ ທີ່ຕ້ອງໄດ້ຮຽນຮູ້ ແລະ ປັບໂຕເຂົ້າກັນ. ສິ່ງທີ່ຜູ້ເປັນສາມີ ແລະ ພັນລະຍາ ຄວນປະຕິບັດເຊິ່ງກັນ ແລະ ກັນມີດັ່ງນີ້:
ສາມີຕ້ອງປະຕິບັດຕໍ່ພັນລະຍາ 5 ຢ່າງ
- ຍົກຍ້ອງ ນັບຖືວ່າ ເປັນພັນລະຍາ
- ບໍ່ມີຄວາມດູໝິ່ນ ດູແຄນ
- ບໍ່ປະພຶດລ່ວງເກີນ ຈິີດໃຈ (ບໍ່ນອກໃຈ)
- ມອບຄວາມເປັນໃຫຍ່ໃຫ້ໃນຄອບຄົວ
- ໃຫ້ເຄື່ອງແຕ່ງຕົວ

ພັນລະຍາຕ້ອງປະຕິບັດຕໍ່ສາມີ 5 ຢາງ
- ເຮັດວຽກງານດີ
- ສົງເຄາະຄົນໃນບ້ານໃກ້ເຮືອນຄຽງຂອງຜົວດີ
- ບໍ່ປະພຶດລ່ວງເກີນໃຈຜົວ (ບໍ່ນອກໃຈ)
- ຮັກສາຊັບ ທີ່ຜົວຫາມາໄດ້ໄວ້ໃຫ້ດີ
- ດຸໝັ່ນ ບໍ່ຂີ້ຂານ ເຮັດວຽກງານທັງປວງ
ທີ່ມາ: dhammavoices.com
ຂອບໃຈຮູບຈາກ: Appleminiberry
Hits: 10