
ຈາກການລາຍງານສະພາບອາກາດ ແລະ ຄາດຄະເນສະພາບອາກາດ ປະຈໍາອາທິດຈາກ ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ:
ໃນໄລຍະວັນທີ 08 ຫາ 10 ກໍລະກົດ 2019 ຄວາມກົດດັນຕໍ່າຂອງອາກາດຮ້ອນຍັງປົກຄຸມຢູ່ທຸກພາກຂອງປະເທດລາວດ້ວຍກຳລັງປານກາງ, ສົມທົບກັບລົມຕະເວັນຕົກສ່ຽງໃຕ້ພັດປົກຄຸມຢູ່ພາກເໜືອ ຫາ ພາກກາງຂອງປະເທດລາວ, ເຊິ່ງຈະເຮັດໃຫ້ອາກາດຮ້ອນໃນຕອນບ່າຍ ແລະ ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງເປັນບໍລິເວນກ້ວາງ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ: ພາກເໜືອ ລົງຫາ ພາກກາງ. ຈາກນັ້ນໃນວັນທີ 11 ຫາ 14 ກໍລະກົດ 2019 ຄວາມກົດດັນຕໍ່າຂອງອາກາດຮ້ອນມີທ່າອ່ຽງຈະເພີ່ມຂື້ນປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ເຊິ່ງຈະເຮັດໃຫ້ອາກາດຮ້ອນໃນຕອນບ່າຍ ແລະ ຝົນຈະຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ພ້ອມມີລົມແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.


ຂໍ້ມູນຈາກ: ກົມອຸຕຸນິຍົມ ແລະ ອຸທົກກະສາດ
Hits: 5