
ໂຄງການ ກໍ່ສ້າງທາງດ່ວນ ວຽງຈັນໝາຍເລກ 1 (ທາງດ່ວນຄູ່ຂະໜານ ຖະໜົນໄກສອນພົມວິຫານ) ແຕ່ໄອເຕັກ ຫາ ດົງໝາກຄາຍ ຄາດວ່າ ຈະລົງມື ກໍ່ສ້າງໃນທ້າຍປີ 2019 ນີ້, ຈາກການລາຍງານຂ່າວຈາກ ສຳນັກຂ່າວ ຂ່າວສານປະເທດລາວ ໃຫ້ຮູ້ວ່າ:
ປັດຈຸບັນນີ້ ຢູ່ໃນຂັ້ນຕອນ ການໄກ່ເກ່ຍ ແລະ ຊົດເຊີຍ ສິ່ງກີດຂວາງຕ່າງໆ. ໂຄງການດັ່ງກ່າວ, ລົງທຶນໂດຍບໍລິ ສັດເອເຊຍ ລົງທຶນ ພັດທະນາ ແລະ ກໍ່ສ້າງຈໍາກັດຜູ້ດຽວ ຮ່ວມກັບ ບໍລິສັດ ນໍລິໂກ ສປ ຈີນ ໃນຮູບແບບ BOT (ກໍ່ສ້າງ, ດຳເນີນງານ ແລະ ມອບໂອນ) ໂດຍຄາດວ່າ ຈະເວລາ ໃນການກໍສ້າງ ໃຫ້ສຳເລັດພາຍໃນ 3 ປີ, ທັງນີ້ ກໍເພື່ອເປັນການ ຮອງຮັບການຂະຫຍາຍຕົວ ຂອງເສດຖະກິດ-ສັງຄົມ ແລະ ຫລຸດຜ່ອນ ການສັນຈອນ ທີ່ແອອັດໃນຕົວເມືອງ, ໂດຍສະເພາະແມ່່ນ ໃນຊົ່ວໂມງທີ່ຮີບດ່ວນ.

ທ່ານ ບຸນຈັນ ແກ້ວສີທຳມະ ຮອງຫົວໜ້າ ພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫລວງວຽງຈັນ ໄດ້ໃຫ້ສຳພາດໃນວັນທີ 5 ກໍລະກົດ 2019 ນີ້ວ່າ: ຄຽງຄູ່ກັບ ການຂະຫຍາຍຕົວ ຂອງເສດຖະກິດ-ສັງຄົມ ທີ່ວ່ອງໄວ ຈຳນວນ ພາຫະນະ ກໍນັບມື້ນັບເພີ່ມຂຶ້ນເຊັ່ນກັນ ຊຶ່ງເຮັດໃຫ້ ການສັນຈອນ ມີຄວາມຫຍຸ້ງຍາກ, ແອອັດ ແລະ ໜາແໜ້ນພໍສົມຄວນ, ສະນັ້ນ ລັດຖະບານ ກໍຄື ຂະແໜງ ການໂຍທາທິການ ແລະ ຂົນສົ່ງ ຈຶ່ງຄົ້ນຄວ້າ, ສຳຫລວດ, ສຶກສາ ຄວາມເປັນໄປໄດ້ ແລະ ທາບທາມ ຫາງສຽງຂອງປະ ຊາຊົນ ແລະ ຕົກລົງສ້າງເສັ້ນທາງດັ່ງກ່າວ ເພື່ອເປັນການແກ້ໄຂ ບັນຫາການສັນຈອນ ທີ່ແອອັດ ແລະ ສ້າງຄວາມສະດວກ ສະບາຍ ໃຫ້ກັບຜູ້ໃຊ້ລົດໃຊ້ຖະໜົນໃນຕໍ່ໜ້າ. ເນື່ອງຈາກ ໂຄງການດັ່ງກ່າວ, ເປັນຮູບແບບ BOT ແນ່ນອນຕ້ອງມີຄ່າບໍລິການ, ຊຶ່ງຖືເປັນອີກໜຶ່ງທາງເລືອກໃຫ້ກັບຜູ້ໃຊ້ລົດໃຊ້ຖະໜົນ ໂດຍບໍ່ໄດ້ມີ ການບັງຄັບໃດໆທັງສີ້ນ, ຖ້າໃຜຟ້າວ ຫລື ຕ້ອງການ ຄວາມໄວ ເພື່ອໃຫ້ທັນ ກັບເວລາ ກໍສາ ມາດໄປໃຊ້ທາງດ່ວນໄດ້ ແລະ ຖ້າບໍ່ຟ້າວ ກໍໃຊ້ທາງປົກກະຕິ. ໂຄງການກໍ່ສ້າງທາງດ່ວນແຫ່ງນີ້, ດໍາ ເນີນພາຍໃຕ້ ໂດຍທຸກພາກສ່ວນ ໄດ້ຮັບຜົນປະໂຫຍດ ເຊັ່ນ: ຜູ້ລົງທຶນກໍມີກຳໄລ, ພາກລັດ ກໍມີຜົນປະ ໂຫຍດ, ສັງຄົມກໍໄດ້ຜົນປະໂຫຍດ, ທັງເປັນໃບໜ້າ ໃບຕາ ໃຫ້ກັບ ປະເທດຊາດ ກໍຄື ນະຄອນຫລວງວຽງຈັນ.
ທ່ານ ບຸນຈັນ ແກ້ວສີທຳມະ ກ່າວຕື່ມວ່າ: ທຸກໂຄງການພັດທະນາ ແມ່ນຫລີກລ້ຽງ ບໍ່ໄດ້ທາງດ້ານ ຜົນກະທົບ ສະນັ້ນ ທຸກໂຄງການ ຕ້ອງມີການ ປະເມີນຜົນ ກະທົບ ຕໍ່ສະພາບແວດລ້ອມ ແລະ ສັງຄົມຢ່າງລະອຽດ ແລະ ໃຫ້ມີຜົນ ກະທົບ ໜ້ອຍທີ່ສຸດ ແລະ ປະຊາຊົນເອງ ກໍຕ້ອງເສຍສະຫລະ ເພື່ອການພັດທະນາ, ໝາຍຄວາມວ່າ ທຸກຄົນຕ້ອງມີ ສ່ວນຮ່ວມນຳກັນ ເພື່ອນຳພາ ປະເທດເຮົາ ກ້າວໄປສູ່ຄວາມສີ ວິໄລ ແລະ ຈະເລີນຮຸ່ງເຮືອງ ໃຫ້ທຽບເທົ່າກັບ ສາກົນເທື່ອລະກ້າວ. ເສັ້ນທາງດັ່ງກ່າວ, ມີຄວາມຍາວທັງໝົດ 15,3 ກິໂລແມັດ ໂດຍອອກແບບເປັນທາງ 4 ເລນ, ມີຈຸດເຊື່ອມຕໍ່ກັບ ຖະໜົນສາຍຫລັກຕ່າງໆ, ມີຈຸດລ້ຽວຄືນ, ມີລະບົບແສງສະຫວ່າງ ແລະ ສິ່ງອຳນວຍ ຄວາມສະດວກອື່ນໆ. ໃນນັ້ນມີບ້ານ ທີ່ໄດ້ຮັບ ຜົນກະທົບທັງໝົດ 19 ບ້ານ, ຊຶ່ງມີ 146 ຫລັງຄາເຮືອນ ແລະ ມີດິນທັງໝົດ 767 ຕອນ ໃນສອງເມືອງ ຄື: ໄຊເຊດສາ ແລະ ໄຊທານີ. ສຳລັບ ການຊົດເຊີຍແມ່ນມີ 3 ປະເພດ ຄື: ດິນ, ສິ່ງປຸກສ້າງ ແລະ ຜົນລະປູກ ກະສິກຳ ໃນລາຄາທີ່ ສົມເຫດສົມຜົນທີ່ສຸດ ໂດຍອີງຕາມ ແຕ່ລະປະເທດຂອງທີ່ດິນ ແລະ ສິ່ງປຸກສ້າງ, ຊຶ່ງການປະເມີນຕ່າງໆ ແມ່ນອີງຕາມ ລະບົບທະນາຄານ ແລະ ພາກສ່ວນ ອື່ນໆ ທີ່ກ່ຽວຂ້ອງ.
ຂໍ້ມູນຈາກ: ຂ່າວສານປະເທດລາວ
Hits: 21