ການຈັດຕັ້ງປະຕິບັດຄຸ້ມຄອງລົດປະຈໍາຕໍາແໜ່ງຂອງການນໍາລະດັບສູງ ຍັງປະສົບຄວາມຫຍຸ້ງຍາກຫຼາຍ

ການຈັດຕັ້ງປະຕິບັດດໍາລັດ ເລກທີ 15/ນຍ ລົງວັນທີ 5 ມັງກອນ 2017 ວ່າດ້ວຍການປະ ກອບ ແລະ ຄຸ້ມຄອງລົດປະຈໍາຕໍາແໜ່ງຂອງພະນັກງານການນໍາລະດັບສູງ ຍັງເປັນໄປໄດ້ຍາກ ແລະ ພົບຄວາມຫຍຸ້ງຍາກຫຼາຍຢ່າງ ຊຶ່ງລັດຖະບານຕ້ອງໄດ້ເອົາໃຈໃສ່ແກ້ໄຂໃຫ້ດີຂຶ້ນ ເພື່ອໃຫ້ການຈັດຕັ້ງປະຕິບັດດໍາລັດສະບັບນີ້ ມີປະສິດທິພາບ ແລະ ປະສິດທິຜົນຫຼາຍຂຶ້ນ.

ທ່ານ ສົມດີ ດວງດີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ການເງິນ ໃຫ້ສໍາພາດໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານເປີດກ້ວາງ ຄັ້ງທີ 1 ປີ 2019 ຊຶ່ງຈັດຂຶ້ນຢູ່ນະຄອນຫຼວງວຽງຈັນເມື່ອບໍ່ດົນມານີ້ວ່າ:

ການຈັດຕັ້ງປະຕິບັດດໍາລັດສະບັບນີ້ ຜ່ານມາໄດ້ເຮັດສໍາເລັດແຕ່ໃນລະດັບການນໍາສູງສຸດ ແຕ່ໃນລະດັບຮອງລົງມາແມ່ນໄດ້ປະກອບລົດຈໍານວນໜຶ່ງໃຫ້, ແຕ່ຍັງບໍ່ທັນສໍາເລັດເທື່ອ. ສ່ວນການຈັດຕັ້ງປະຕິບັດດໍາລັດສະບັບນີ້ກັບບັນດາລັດຖະມົນຕີ ແລະ ຮອງລັດຖະມົນຕີ ຍັງບໍ່ທັນເຂັ້ມງວດເທົ່າທີ່ຄວນ ແຕ່ນາຍົກລັດຖະມົນຕີໄດ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບລົງໄປກວດກາເບິ່ງຕົວຈິງວ່າ ລັດຖະມົນຕີ ແລະ ຮອງລັດຖະມົນຕີແຕ່ລະທ່ານ ມີລົດປະຈໍາຕໍາແໜ່ງຈັກຄັນ ແລະ ຖືກຕ້ອງຕາມລະບຽບການຫຼືບໍ່.

ຖ້າຫາກທ່ານໃດມີລົດປະຈໍາຕໍາແໜ່ງເກີນກໍານົດຕ້ອງສົ່ງຄືນ ຫຼື ຖ້າທ່ານໄດ້ຢາກໄດ້ຍ້ອນນໍາໃຊ້ມາດົນແລ້ວ ກໍ່ຕ້ອງໄດ້ຕີລາຄາ ແລະ ຊື້ເອົາ. ສ່ວນໃນລະດັບແຂວງແມ່ນຫຍຸ້ງຍາກຫຼາຍເພາະລັດຖະບານບໍ່ມີງົບປະມານເພື່ອຊື້ລົດໃໝ່ໄປທົດແທນໃຫ້ການນໍາສູງສຸດຂອງແຂວງໄດ້ ຈຶ່ງຕ້ອງປ່ອຍໃຫ້ປະຕິບັດໄປຕາມທີ່ມີຢູ່ໄປກ່ອນ. ນອກຈາກນີ້, ໃນລະດັບຂັ້ນກົມຕ່າງໆ, ລັດຖະບານພວມຄົ້ນຄ້ວາຈະອອກດໍາລັດໃໝ່ໃຫ້ໄດ້ ເພາະມັນກ້ວາງຂວາງ ແລະ ກະທົບຫຼາຍທີ່ສຸດ.

ດໍາລັດສະບັບເລກທີ 15/ນຍ ລົງວັນທີ 5 ມັງກອນ 2017 ປະກອບມີ IV ໝວດ ແລະ ຄຸ້ມຄອງລົດປະຈໍາຕໍາແໜ່ງພະນັກງານການນໍາ ລະດັບສູງນັບແຕ່ປະເພດ I ຮອດປະເພດ IV ປະກອບມີ:
– ການນໍາລະດັບສູງປະເພດ I: ປະກອບມີ ປະທານປະເທດ ເລຂາທິການໃຫຍ່, ປະທານປະເທດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານສະພາແຫ່ງຊາດ, ນາຍົກລັດຖະມົນຕີ ແລະ ກໍາມະການກົມການເມືອງສູນກາງພັກ ແມ່ນໃຫ້ປະກອບລົດປະຈໍາຕໍາແໜ່ງ 3 ຄັນ: ຄື: ປະເພດລົດເກັງ 1 ຄັນ ຄວາມແຮງບໍ່ເກີນ 3.500 ຊີຊີ, ລົດສໍາຮອງປະເພດລົດຈິບ 1 ຄັນ, ຄວາມແຮງບໍ່ເກີນ 4.500 ຊີຊີ, ລົດກະບະ 4 ປະຕູ1 ຄັນ, ຄວາມແຮງບໍ່ເກີນ 3.500 ຊີຊີ, ປະກອບນ້ຳມັນ 500 ລິດ/ເດືອນ.

– ການນໍາລະດັບສູງປະເພດ II: ປະກອບມີ ເລຂາທິການສູນກາງພັກ, ຮອງປະທານປະເທດ, ຮອງປະທານສະພາແຫ່ງຊາດ ແລະ ຮອງນາຍົກລັດຖະມົນຕີ ໃຫ້ປະກອບລົດປະຈໍາຕໍາແໜ່ງ 2 ຄັນ,ຄື ປະເພດລົດເກັງ 1 ຄັນ, ຄວາມແຮງບໍ່ເກີນ 3.000 ຊີຊີ, ປະເພດລົດຈິບ 1 ຄັນ, ປະກອບນໍ້າມັນທັງໝົດ 350 ລິດ/ເດືອນ.
– ການນໍາລະດັບສູງປະເພດ III: ປະກອບມີ ກໍາມະການສູນກາງພັກ, ຫົວໜ້າຄະນະພັກ, ລັດຖະມົນຕີ ແລະ ຫົວໜ້າອົງການທຽບເທົ່າກະຊວງ, ປະທານກໍາມາທິການ ແລະ ເລຂາທິການສະພາແຫ່ງຊາດ, ປະທານສານປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ປະທານອົງການກວດສອບແຫ່ງລັດ, ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ປະທານສູນກາງແນວລາວສ້າງຊາດ, ປະທານ ຫຼື ເລຂາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ເລຂາຄະນະພັກນະຄອນຫຼວງ, ເລຂາຄະນະພັກແຂວງ, ເຈົ້າຄອງນະຄອນຫຼວງ, ເຈົ້າແຂວງ, ປະທານສະພາປະຊາຊົນຂັ້ນນະຄອນຫຼວງ ແລະ ຂັ້ນແຂວງ ໃຫ້ປະກອບລົດປະຈໍາຕໍາແໜ່ງ ຈໍານວນ 2 ຄັນ, ລົດເກັງ 1 ຄັນ, ຄວາມແຮງບໍ່ເກີນ 2.500 ຊີຊີ, ລົດກະບະ 1 ຄັນ ຄວາມແຮງບໍ່ເກີນ 2.500 ຊີຊີ, ປະກອບນ້ຳມັນທັງໝົດ 300 ລິດ/ເດືອນ.

– ການນໍາລະດັບສູງປະເພດ IV: ປະກອບມີ ກໍາມະການສໍາຮອງສູນກາງພັກ, ຮອງຫົວໜ້າຄະນະພັກ, ຮອງລັດ ຖະມົນຕີ ແລະ ຮອງຫົວໜ້າອົງການລັດທຽບເທົ່າກະຊວງ, ຮອງປະທານກໍາມາທິການ ແລະ ຮອງເລຂາທິການສະພາແຫ່ງຊາດ, ຮອງປະທານສານປະຊາຊົນສູງສຸດ, ຮອງຫົວໜ້າອງການໄອຍະການປະຊາຊົນສູງສຸດ, ຮອງປະທານອົງການກວດສອບແຫ່ງລັດ, ຮອງຜູ້ວ່າການທະນາຄານ ແຫ່ງ ສປປ ລາວ, ຮອງປະທານສູນກາງແນວລາວສ້າງຊາດ, ຮອງປະທານ ຫຼື ຮອງເລຂາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ຮອງເລຂາຄະນະພັກນະຄອນ ຫຼວງ, ຮອງເລຂາຄະນະພັກແຂວງ, ຮອງເຈົ້າຄອງນະຄອນ ແລະ ຮອງເຈົ້າແຂວງ ໃຫ້ປະກອບລົດ ປະຈໍາຕໍາແໜ່ງຈໍານວນ 1 ຄັນ, ລົດເກັງ 1 ຄັນ ຄວາມແຮງບໍ່ເກີນ 2.000 ຊີຊີ, ປະກອບນໍ້າມັນ 200 ລິດ/ເດືອນ.

ນອກຈາກນີ້, ໃນດໍາລັດສະບັບນີ້ ຍັງໄດ້ເຫັນດີໃຫ້ຖອນລົດຄືນລົດປະຈໍາຕໍາແໜ່ງຂອງພະນັກງານການນໍາຂັ້ນສູງ ແລະ ລົດຮັບແຂກຢູ່ຂັ້ນສູນກາງ, ນະຄອນຫຼວງ ແລະ ບັນດາແຂວງ ທີ່ເປັນປະເພດລົດ BMW ແລະ ລົດປະເພດອື່ນໆທີ່ບໍ່ ເໝາະສົມກັບຕໍາແໜ່ງການນໍາ
ລະດັບສູງ.

ແຫຼ່ງຂໍ້ມູນ: ບຸນຕຽງ ຈັນທະວົງ (ວິທະຍຸກະຈາຍສຽງແຫ່ງຊາດ)

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...