ຂໍຂອບໃຈນຳຜູ້ສະໜັບສະໜູນ

ພາຍຫຼັງທີ່ ສູນວິໄຈ ພະຍາດສັດ, ກົມສັດລ້ຽງ ແລະ ການປະມົງ ໄດ້ແຈ້ງການກ່ຽວກັບການກວດພົບເຊື້ອອະຫິວາໝູອາຟຣິກາ ຢູ່ ເມືອງ ຕຸ້ມລານ ແຂວງ ສາລະວັນ ໃນວັນທີ 17 ມິຖຸນາ 2019 ຕໍ່ມາໃນວັນທີ 3 ກໍລະກົດ 2019 ສູນວິໄຈ ພະຍາດສັດ, ກົມສັດລ້ຽງ ແລະ ການປະມົງ ໄດ້ກວດພົບເຊື້ອພະຍາດໝູອະຫິວາອາຟຣິກາ ຈຳນວນ 4 ຕົວຢ່າງ ທີ່ມີການສົ່ງມາກວດຈາກ 1 ບ້ານທີ່ມີການຕາຍຄື ບ້ານນາສ້ຽວ ເມືອງນາຊາຍທອງ ທີ່ຂຶ້ນກັບ ນະຄອນຫຼວງວຽງຈັນ. ຈາກ 2 ຈຸດທີ່ກວດພົບນີ້. ໄດ້ສົ່ງຜົນກະທົບ ເຮັດໃຫ້ປະຊາຊົນ ບໍ່ກ້າທີ່ຈະກີນຊີ້ນໝູ

ພະຍາດອະຫິວາໝູອາຟຣິກກາ (ASF) ແມ່ນພະຍາດທີ່ຕິດຕໍ່ຮ້າຍແຮງ ສຳລັບໝູບ້ານ ແລະ ໝູປ່າ ແຕ່ມັນບໍ່ເປັນອັນຕະລາຍຕໍ່ສຸຂະພາບຂອງຄົນເຮົາ ຈັ່ງໃດກໍຕາມ ພະຍາດນີ້ກໍ່ໄດ້ເຮັດໃຫ້ເກີດຄວາມເສຍຫາຍ ຢ່າງໃຫ່ຍຫຼວງ ຕໍ່ກັບເສດຖະກິດຟາມລ້ຽງໝູ. ສຳລັບຜູ້ບໍລິໂພກຊີ້ນໝູ ກໍຍັງສາມາດຊື້ຊີ້ນໝູຕາມທ້ອງຕະຫຼາດ ມາປຸງແຕ່ງໄດ້ຄືເກົ່າ ແຕ່! ຂໍ້ໃຫ້ຖືກຫຼັກອະນາໄມຄື ສຸກ ແລະ ສະອາດ.

ສຳລັບວິທີປ້ອງກັນບໍ່ໃຫ້ພະຍາດນີ້ ລະບາດໄປໃນວົງກ້ວາງ ທຸກຄົນຈົ່ງປະຕິບັດມາດຕະການຕ່າງໆ ເພື່ອປ້ອງກັນຟາມໝູຂອງທ່ານເອງ ແລະ ຟາມໝູຮອບຂ້າງ ໂດຍປະຕິບັດດັ່ງນີ້:

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ສຳລັບຊາວກະສິກອນຜູ້ລ້ຽງໝູທົ່ວໄປ.

  • ແຈ້ງ ກໍລະນີ ສົງໄສ ແລະ ມີໝູເຈັບ ຫຼື ຕາຍ ຕໍ່ສັດຕະວະແພດ
  • ນັບຖື ຫຼັກການອະນາໄມ ແລະ ຂ້າເຊື້ອຢູ່ຟາມ ແລະ ຕະຫຼາດຢ່າງເຄັດຄັດ
  • ຫ້າມນໍາເສດອາຫານເຫຼືອທີ່ບໍ່ໄດ້ຕົ້ມສຸກດີ ຈາກຮ້ານອາຫານ ແລະ ເຮືອນຄົວເປັນອາຫານເກືອໝູ
  • ຫຼີກເວັ້ນ ການສໍາພັດກັບໝູປ່າທັງທາງກົງ ແລະ ທາງອ້ອມ. ກັກກັນໝູທີ່ເຂົ້າມາໃໝ່ກ່ອນນໍາໄປເຂົ້າຝູງ
  • ອະນາໄມ ຂ້າເຊື້ອເຄື່ອງມືທີ່ໃຫ້ຟາມອື່ນຢືມ ຫຼື ເຄື່ອງມືທີ່ກ່ຽວກັບການລ້າໝູປ່າ
  • ບໍ່ອະນຸຍາດໃຫ້ຄົນພາຍນອກ ເຂົ້າໄປສໍາພັດທາງກົງ ຫຼື ທາງອ້ອມກັບໝູໃນຟາມ

ໝາຍເຫດ: ຖ້າທ່ານຢູ່ໃນເຂດທີ່ພົບມີການຕິດເຊື້ອພະຍາດແມ່ນປະຕິບັດດັ່ງນີ້໊:

  • ຫ້າມເຄື່ອນຍ້າຍໝູ ແລະ ຜະລິດຕະພັນໝູທີ່ຕິດພະຍາດ
  • ຫ້າມຂາ ແລະ ຄົວໝູ ເພື່ອການບໍລິໂພກ ແລະ ຈໍາໜ່າຍ
  • ຮັບປະກັນ ຂື້ນທະບຽນປະຊາກອນໝູຂອງທ່ານ ກັບອົງການຄຸ້ມຄອງສັດຕະວະແພດຢ່າງຄົບຖ້ວນ.

ສຳລັບຜູ້ປະກອບການຟາມໝູ

  • ແຈ້ງ ກໍລະນີ ສົງໄສ ແລະ ມີໝູເຈັບ ຫຼື ຕາຍ ຕໍ່ສັດຕະວະແພດ
  • ຫຼີກເວັ້ນ ການສໍາພັດກັບໝູປ່າທັງທາງກົງ ແລະ ທາງອ້ອມ. ກັກກັນໝູທີ່ເຂົ້າມາໃໝ່ກ່ອນນໍາໄປເຂົ້າຝູງ
  • ຫ້າມນໍາເສດອາຫານເຫຼືອທີ່ບໍ່ໄດ້ຕົ້ມສຸກດີ ຈາກຮ້ານອາຫານ ແລະ ເຮືອນຄົວເປັນອາຫານເກືອໝູ
  • ຄົນງານ ແລະ ແຂກທີ່ມາຢາມຟາມ ຕ້ອງປະຕິບັດມາດຕະການຄວາມປອດໄພທາງດ້ານຊີວະພາບຢ່າງເຄັ່ງຄັດ
  • ອະນາໄມ ແລະ ຂ້າເຊື້ອ ພາຫານະ ແລະ ອຸປະກອນທີ່ເຂົ້າອອກຟາມຢ່າງເຄັ່ງຄັດ

ສຳລັບເຈົ້າໜ້າທີ່ກວດກາຢູ່ດ່ານ

  • ຕິດຕາມສະພາບຂອງປະເທດ ທີ່ເກີດການລະບາດຂອງພະຍາດໃຫ້ທັນການ
  • ເພີ່ມການກວດກາການນໍາເຂົ້າຜະລິດຕະພັນໝູຈາກປະເທດທີ່ເກີດພະຍາດ
  • ທຳລາຍຜະລິດຕະພັນທີ່ກ່ຽວຂ້ອງຢ່າງຖືກວິທີ

ສຳລັບນາຍພານລ່າສັດ

  • ອະນາໄມ ແລະ ຂ້າເຊື້ອ ອຸປະກອນຢູ່ກັບທີ່
  • ລ້າງທຳຄວາມສະອາດຊາກໝູປ່າທີ່ລ່າໄດ້ຢູ່ກັບທີ່
  • ຫຼັງຈາກທີ່ໄປລ່າສັດມາ ຖ້າບໍ່ຈໍາເປັນຕ້ອງບໍ່ເຂົ້າຟາມລ້ຽງສັດ
  • ຄົວໝູປ່າທີ່ລ່າໄດ້ຢູ່ບ່ອນທີ່ກຽມໄວ້ຢູ່ກັບສະໜາມ
  • ຫ້າມປະອາຫານໄວ້ໃຫ້ໝູກີນ
  • ຫ້າມແບ່ງປັນໝູປ່າໃຫ້ຜູ້ອື່ນ ແລະ ບໍ່ໃຫ້ນໍາເສດອາຫານໄປເກືອໝູຢູ່ໃນຟາມ

ໝາຍເຫດ:

  • ລາຍງານການເຈັບເປັນ ຂອງໝູປ່າໃຫ້ແກ່ພະນັກງານສັດຕະວະແພດຂອງສັດຊາບ
  • ເຄົາລົບລະບຽບ ຂໍ້ຫ້າໃນການລ່າສັດປ່າ
  • ຖ້າປົກກະຕິທ່ານເປັນຜູ້ລ້ຽງໝູບ້ານຢູ່ແລ້ວ ແມ່ນບໍ່ຕ້ອງໄປລ່າໝູປ່າ.

ຂໍ້ມູນຈາກ: ອົງການພະຍາດລະບາດສັັດລະຫວ່າງປະເທດ ( WORLD ORGANISATION FOR ANIMAL HEALTH ) www.oie.int/asf

Hits: 10

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້