ຜູ້ຖືກຜົນກະທົບ ຈາກໂຄງການທາງດ່ວນວຽງຈັນຕ້ອງການເງິນຊົດເຊີຍ!

ປະຊາຊົນເກືອບ 150 ຄອບຄົວໃນຈໍານວນ 19 ບ້ານຢູ່ເມືອງໄຊເສດຖາ ແລະ ເມືອງໄຊທານີ, ນະຄອນຫລວງວຽງຈັນ ທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງທາງດ່ວນວຽງຈັນໝາຍເລກ 1 ແຕ່ສູນການຄ້າລາວ-ໄອເຕັກຫາບ້ານດົງໝາກຄາຍແມ່ນມີຄວາມຕ້ອງການຮັບຄ່າຊົດເຊີຍໃນຮູບແບບເປັນເງິນສົດ ຫລາຍກວ່າຮູບແບບຊົດເຊີຍເຮືອນພ້ອມທີ່ດິນ ແລະ ການເຂົ້າຮຸ້ກັບບໍລິສັດ. ໃນນີ້ເມືອງໄຊທານີມີ 7 ບ້ານ ແລະ 31 ຄອບຄົວ ແລະ ເມືອງໄຊເຊດຖາມີ 12 ບ້ານ ແລະ 115 ຄອບຄົວຖືກກະທົບຈາກໂຄງການດັ່ງກ່າວ ແລະ ການຊົດເຊີຍແມ່ນມີ 3 ປະເພດຄື: ຊົດເຊີຍດິນ, ສິ່ງປຸກສ້າງ ແລະ ຜົນລະປູກກະສິກຳ ໃນລາຄາທີ່ສົມເຫດສົມຜົນ ໂດຍອີງຕາມແຕ່ລະປະເພດຂອງທີ່ດິນ ແລະ ສິ່ງປຸກສ້າງ ແລະ ຕາມການປະເມີນຂອງລະບົບທະນາຄານ ແລະ ໜ່ວຍງານກ່ຽວຂ້ອງ ແລະ ປະຊາຊົນຜູ້ໄດ້ຮັບຜົນກະທົບສ່ວນຫລາຍແມ່ນເຫັນດີເຫັນພ້ອມໃນການກໍ່ສ້າງໂຄງການດັ່ງກ່າວ, ແຕ່ສ່ວນຫລາຍຕ້ອງການໃຫ້ບໍລິສັດຈ່າຍຄ່າຊົດເຊີຍເປັນເງິນສົດຫລາຍກວ່າການຊົດເຊີຍໃນຮູບແບບອື່ນ ຫລື ການຄິດໄລ່ເປັນທຶນເພື່ອຮ່ວມ ຮຸ້ນກັບບໍລິສັດ.

ທ່ານ ບຸນຈັນ ແກ້ວສີທຳມະ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ໂຄງການນີ້ຄາດວ່າຈະເລີ່ມລົງມືກໍ່ສ້າງໃນທ້າຍປີນີ້, ມີຄວາມຍາວ 15 ກິໂລແມັດ, ມີ 4 ຊ່ອງຈະລາຈອນ, ມີຫລາຍຈຸດເຊື່ອມຕໍ່ກັບຖະໜົນສາຍຫລັກ, ພ້ອມຈຸດລ້ຽວກັບ, ມີລະບົບແສງສະຫວ່າງ ແລະ ສິ່ງອຳນວຍຄວາມສະດວກອື່ນໆ, ໂດຍແມ່ນບໍລິສັດເອເຊຍລົງທຶນພັດທະນາ ແລະ ກໍ່ສ້າງຈໍາກັດຜູ້ດຽວຮ່ວມກັບບໍລິສັດ ນໍລິໂກ ສປ ຈີນ ໃນຮູບແບບ BOT (ກໍ່ສ້າງ, ດຳເນີນງານ ແລະ ມອບໂອນ) ເຊິ່ງຄາດວ່າຈະໃຊ້ເວລາໃນການກໍສ້າງພາຍໃນ 3 ປີ ເພື່ອຊ່ວຍແກ້ໄຂ ແລະ ຫລຸດຜ່ອນບັນຫາການສັນຈອນແອອັດໃນຕົວເມືອງ ແລະ ສ້າງຄວາມສະດວກສະບາຍໃຫ້ຜູ້ໃຊ້ລົດໃຊ້ຖະໜົນ ແລະ ມາຮອດປັດຈຸບັນຢູ່ໃນຂັ້ນຕອນການໄກ່ເກ່ຍຄ່າຊົດເຊີຍໃຫ້ມີຄວາມເປັນເອກະພາບ ແລະ ຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.

ແຫຼ່ງຂໍ້ມູນ: ໜັງສືພິມລາວພັດທະນາ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...