ຂໍຂອບໃຈນຳຜູ້ສະໜັບສະໜູນ

ປີນີ້ ວັນພະຫັດເປັນອະທິບໍດີຝົນ ນາກຫຼີ້ນນໍ້າ 3 ໂຕ ບັນດານໃຫ້ມີຝົນຕົກ 500 ຫ່າ. ຕົກໃນຂອບຈັກກະວານ 200 ຫ່າ. ຕົກໃນປ່າຫິມະພານ 150 ຫ່າ. ຕົກໃນມະຫາສະໝຸດ 100 ຫ່າ ແລະ ຕົກໃນໂລກມະນຸດ 50 ຫ່າ ນີ້ແມ່ນຄໍາທໍານາຍ ປີ ພ.ສ 2562 ຂອງ ນັກໂຫລາສາດລາວ

ປະເທດລາວ ເລິ່ມເຂົ້າລະດູຝົນຢ່າງເປັນທາງການແລ້ວ ແຕ່ປີນີ້ ຝົນຕົກຂາດໆເຂີນ ເຮັດໃຫ້ແມ່ນໍ້າໃນທໍາມະຊາດ ຍັງຂາດນໍ້າຢູ່ ແລະ ໃນຊ່ວງທີ່ຈະຮອດມື້ພັກແບບນີ້ ຫຼາຍໆຄົນ ໂດຍສະເພາະຄົນທີ່ໃຊ້ຊິວີດໃນເມືອງ ກໍຕ້ອງຢາກອອກໄປ ຕາມນອກເມືອງ ທໍາມະຊາດ ນໍ້າຕົກຕາດ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ນໍ້າຕົກຕາດ ຫ້ວຍຊາຍຂາວ ເປັນສະຖານ​ທີ່​ທ່ອງ​ທ່ຽວທີ່​ນິຍົມ​ສຳລັບ​ພັກ​ຜ່ອນ​ຢ່ອນ​ໃຈ​ຂອງ​ຊາວນະຄອນຫຼວງວຽງຈັນ​ ​ແລະ ​ແຂກ​ທີ່​ມາ​ຈາກ​ທ່ອງ​​ຖິ່ນ​ໃກ້​ຄ້ຽງ​ເນື່ອງ​ຈາກ​ວ່າ​ຢູ່​ບໍ່​ໄກ​ຈາກ​ຕົວ​ເມືອງ​ຫລາຍ. ສຳລັບປີນີ້ຢູ່​ບໍລິ​ເວນ​ຕາດ ແມ່ນບໍ່ມີນໍ້າຫຼາຍເທົ່າທີ່ຄວນ ອາດເປັນຍ້ອນສະພາບຝົນຟ້າອາກາດ ທີ່ຍັງຕົກແບບຂາດໆ ເຂີນໆ. ແຕ່ກໍຍັງມີນໍ້າພໍໃຫ້ໄດ້ລົງຫຼີ້ນຢູ່ ຫຼື ໃຜທີ່ຕ້ອງການຍາກໄປ ຊຸ່ມ​​ແຊວ-​ກິນ​ເຂົ້າປ່າ ​ກັບ​ຄອບ​ຄົວ ແລະ ໝູ່​ເພື່ອນ​ໃນ​ມື້​ພັກ​ທ້າຍ​ອາທິດ ​ແລະ ວັນພັກ ກໍຍັງສາມາດໄປໄດ້ຢູ່ ເພາະອາກາດເຢັນດີ ມີລົມພັດມາເບົາໆ ເບິ່ງທໍາມະຊາດສີຂຽວກໍໄດ້. ຫຼືຖ້າຍາກຫຼີ້ນນໍ້າແມ່ນ ແນະນໍາໃຫ້ມາຫຼັງຈາກ ມີຝົນຕົກຫລາຍແລ້ວ.

Hits: 35

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້