ວັນທີ 12 ກໍລະກົດ 2019 ທີ່ຜ່ານມາ ໄດ້ມີງານຖະແຫຼ່ງຂ່າວ ເປີດໂຕໂຄງການ WYNDHAM GARDEN Irin Bangsaray Pattaya ທີ່ ໂຮງແຮມ ຄຣາວພາຊ່າ ໂດຍ ການເຂົ້າຮ່ວມຂອງທ່ານ ກຽດຕິຄຸນ ຊາດປະເສີດ ເອກອັກຄະຣາຊະທູດໄທ ປະຈຳນະຄອນຫຼວງວຽງຈັນ, ທ່ານ ເດວິດ ເຣ ຮອງຜູ້ອໍານວຍການຝ່າຍການຄວບຄຸມກິດຈະການ ແລະ ພັດທະນາໂຄງການ ໃນເຄືອກຸ່ມໂຮງແຮມວິນແດມ, ທ່ານ ວໍຣະເດດ ຊິວະເຕຊານົນ ປະທານເຈົ້າໜ້າທີ່ບໍລິຫານ (ຊີອີໂອ) ບໍລິສັດ ອີອາເອ ໂຮດີ້ງ (ປະເທດໄທ) ຈໍາກັດ, ທ່ານນາງ ໄອຣິນຣະຍາ ພັດທະນະວິຣະນົນ ກຳມະການບໍລິຫານ ບໍລິສັດ ໄອຣິນ ພຣັອບເພີຕີ້ ຈຳກັດ ແລະ ທ່ານ ສັນທະລັກ ຈ່າສານ ປະທານກໍາມະການ ບໍລິສັດ ບິກບູ ລາວ ຈໍາກັດ

ບໍລິສັດ ໄອຣິນ ພຣັອບເພີຕີ້ທຸ້ມເງິນ 1,000 ລ້ານບາດສ້າງໂຄງການທີ່ພັກອາໄສ ຈັບມື ແບຣນ ວິນແດມ ໂຮເທລ ກຣຸບ, ບໍລິສັດ ອີອາເອ (ປະເທດໄທ) ຈໍາກັດ ແລະ ບໍລິສັດ ບິກບລູ ລາວ ຈໍາກັດ ຮ່ວມເປີດໂຕໂຄງການພາຍໃຕ້ຊື່ “ວິນແດມ ກາເດັ້ນ ໄອຣິນ ບາງສະເລ່ ພັດທະຍາ” ຄອນໂດຫຼູເພື່ອການລົງທຶນ 100% ຄອນໂດມີນຽມ Low Rise ຕົກແຕ່ງ Modern Style ແຖວບາງສະເລ່ ພັດທະຍາ ພັກດັນຈຸດຂາຍຜົນຕອບແທນ 6% ໃນ 5 ປີທຳອິດ ແລະ ຜົນຕອບແທນໃນຮູບແບບການລົງທຶນທຸລະກິດໂຮງແຮມໄລຍະຍາວນານເຖິງ 30 ປີ ເພື່ອຕອບໂຈດນັກລົງທຶນໄລຍະຍາວໂດຍເຈາະກຸ່ມເປົ້າໝາຍນັກລົງທຶນໃນ ສປປ ລາວ

ທ່ານນາງ ໄອຣິນຣະຍາ ພັດທະນະວິຣະນົນ ກຳມະການບໍລິຫານ ບໍລິສັດ ໄອຣິນ ພຣັອບເພີຕີ້ ຈຳກັດ ກ່າວວ່າ ບໍລິສັດ ໄດ້ເປີດໂຕໂຄງການ ຄອນໂດມີນຽມຮູບແບບໃໝ່ເຊິ່ງເປັນການສ້າງມິຕິໃໝ່ຂອງການລົງທຶນ ຄອນໂດມີນຽມ ໃນຮູບແບບການບໍລິຫານງານແບບໂຮງແຮມ 4 ດາວ ນັບເປັນຮູບແບບໃໝ່ໃນວົງການອະສັງຫາລິມະຊັບ ໂດຍຮ່ວມກັບ “Wyndham Hotel Group” ທີມບໍລິຫານໂຄງການໂດຍໃຊ້ຫຼັກການໂຮງແຮມລະດັບສາກົນໃນການພັດທະນາໂຄງການ “ວິນແດມ ກາເດັ້ນ ໄອຣິນ ບາງສະເລ່ ພັດທະຍາ”
ທ່ານ ເດວິດ ເຣ ຮອງຜູ້ອໍານວຍການຝ່າຍການຄວບຄຸມກິດຈະການ ແລະ ພັດທະນາໂຄງການ
ທ່ານ ເດວິດ ເຣ ຮອງຜູ້ອໍານວຍການຝ່າຍການຄວບຄຸມກິດຈະການ ແລະ ພັດທະນາໂຄງການ ໃນເຄືອກຸ່ມໂຮງແຮມວິນແດມ ໃນພູມມິພາກອາຊີຕາເວັນອອກສຽງໃຕ້ ແລະ ອາຊີປາຊີຟິກ ກ່າວວ່າ ໃນພື້ນທີ່ເຂດບາງສະເລ່ ຍັງມີໂຮງແຮມຈໍານວນບາງແຫ່ງ ແລະ ໂຮງແຮມຍັງຂາດຄຸນນະພາບ ມາດຕະຖານການບໍລິການທີ່ດີ ທາງໂຮງແຮມລະດັບໂລກຢ່າງວິນແດມ ໂຮເທລກຣຸບ ຈຶ່ງເບິ່ງເຫັນໂອກາດທີ່ຈະສ້າງມາດຕະຖານໂຮງແຮມ WYNDHAM GARDEN Irin Bangsaray Pattaya ຄຸນນະພາບການບໍລິການລະດັບໂຮງແຮມລະດັບ 4 ດາວ ເພື່ອຮອງຮັບລູກຄ້ານັກທ່ອງທ່ຽວຕ່າງປະເທດລະດັບ VVIP

ທ່ານ ວໍຣະເດດ ຊິວະເຕຊານົນ ປະທານເຈົ້າໜ້າທີ່ບໍລິຫານ (ຊີອີໂອ) ບໍລິສັດ ອີອາເອ ໂຮດີ້ງ (ປະເທດໄທ) ຈໍາກັດ ກ່າວວ່າ ການລົງທຶນຄອນໂດມີດຽມໃນຮູບແບບໃໝ່ ທີ່ຈະສ້າງ Passive income ຢ່າງແທ້ຈີງ 100% ປັດຈຸບັນໂຄງການ ເພື່ອການລົງທຶນລັກສະນະແບບນີ້ຍັງເປັນທີ່ຕ້ອງການຂອງກຸ່ມນັກລົງທຶນ ທັງໃນປະເທດ ແລະ ກຸ່ມນັກລົງທຶນຕ່າງປະເທດຈໍານວນຫຼາຍໂຄງການນີ້ເປັນທີ່ໜ້າສົນໃຈ ແລະ ຕອບໂຈດ ສໍາລັບນັກລົງທຶນໃນ ສປປ ລາວ ເພາະໂຄງການນີ້ຄົນຕ່າງຊາດສາມາດຊື້ ແລະ ຖືກໍາມະສິດຄອບຄອງໄດ້ເຖິງ 100% ພ້ອມທັງຍັງມີຄວາມເຊື່ອໝັ້ນກັບທີມບໍລິຫານງານຈາກໂຮງແຮມແບຣນລະດັບໂລກຢ່າງ “Wyndham Hotel Group” ອີກດ້ວຍ

ທ່ານ ສັນທະລັກ ຈ່າສານ ປະທານກໍາມະການ ບໍລິສັດ ບິກບູ ລາວ ຈໍາກັດ ໄດ້ກ່າວໄວ້ ນອກຈາກນີ້ ໂຄງການວິນແດມ ກາເດັ້ນ ໄອຣິນ ບາງສະເລ່ ພັດທະຍາ ໄດ້ມີການເປີດໂຕໂຄງການ ຢ່າງເປັນທາງການ ເພື່ອຮອງຮັບກຸ່ມນັກລົງທຶນໃນ ສປປ ລາວ ເຊີ່ງເປັນທາງເລຶອກໃໝ່ໃນການລົງທຶນ ໃນພື້ນທີ່ທໍາເລທອງ ພາຍໃນງານພ້ອມຮັບສິດທິພິເສດຮັບໂປຣໂມຊັນທອງຄໍາໜັກ 10 ບາດ ແລະ ທິບທ່ອງທ່ຽວໃນແຂວງຊົນບຸລີ




Hits: 8